ປະກາດຮັບສະໝັກສອບເສັງລັດຖະກອນໃໝ່ ປີ 2021 ຂອງກະຊວງອຸດສາຫະກຳ ແລະ ການຄ້າ


ແຈ້ງການເລື່ອງ : ປະກາດຮັບສະຫມັກສອບເສັງລັດຖະກອນໃຫມ່ ປີ 2021 – ຂອງກະຊວງ ອຸດສາຫະກໍາ ແລະ ການຄ້າ.
– ອີງຕາມ ຂໍ້ຕົກລົງຂອງທ່ານນາຍົກລັດຖະມົນຕີ ສະບັບເລກທີ່ 100,1/ນຍ, ລົງວັນທີ 23 ຕຸລາ 2020 ວ່າດ້ວຍ
ການເເບ່ງປັນຕົວເລກລັດຖະກອນໃຫມ່ ປີ 2021..
– ອີງຕາມ ຂໍ້ຕົກລົງຂອງລັດຖະມົນຕີ ກະຊວງອຸດສາຫະກໍາ ແລະ ການຄ້າ ສະບັບເລກທີ 01 13/ອຄ.ກຈພງ, ລົງວັນທີ 17 ກຸມພາ 2021 ວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວ ຂອງກົມຈັດຕັ້ງ ແລະ ພະນັກງານ,
– ອີງຕາມ ຂໍ້ຕົກລົງຂອງລັດຖະມົນຕີກະຊວງອຸດສາຫະກໍາ ແລະ ການຄ້າ ສະບັບເລກທີ 0090/ອຄ.ກຈພງ, ລົງວັນທີ່ 08 ກຸມພາ 2021 ວ່າດ້ວຍການແບ່ງປັນຕົວເລກລັດຖະກອນໃຫມ່ ປະຈໍາປີ 2021 ໃຫ້ຂັ້ນສູນກາງ (ບັນດາກົມ ຢູ່ອ້ອມຂ້າງກະຊວງ) ແລະ ຂັ້ນທ້ອງຖີ່ນ.
ກົມຈັດຕັ້ງ ແລະ ພະນັກງານ ກະຊວງອຸດສາຫະກໍາ ແລະ ການຄ້າ ແຈ້ງມາຍັງທ່ານທີ່ມີຄວາມສົນໃຈ ແລະ ມີວິຊາສະເພາະທີ່ສອດຄ່ອງກັບຕໍາແຫນ່ງງານຂອງບັນດາກົມອ້ອມຂ້າງກະຊວງ ເພຶ່ອສະຫມັກເຂົ້າສອບເສັງ ລັດຖະກອນ ໃຫມ່ ປີ 2021 ຂອງກະຊວງ ອຸດສາຫະກໍາ ແລະ ການຄ້າ.ຕາມຕົວເລກລັດຖະກອນໃຫມ່ ທີ່ ລັດຖະບານໄດ້ເເບ່ງປັນໃຫ້ ຈໍານວນ 05 ຕົວເລກ ປະຈໍາປີ 2021, ດັ່ງມີລາຍລະອຽດລຸ່ມນີ້:
➢ ມາດຖານເງື່ອນໄຂລວມຂອງຜູ້ທີ່ຈະສະຫມັກເຂົ້າສອບເສັງ:
1. ຖືສັນຊາດລາວໂດຍກໍາເນີດ ຫຼື ໄດ້ຮັບສັນຊາດລາວແຕ່ 3 ປີ ຂື້ນໄປ.
2. ມີອາຍຸ 18 ຂື້ນໄປ ເເຕ່ບໍ່ເກີນ 35 ປີ.
3. ເປັນພົນລະເມືອງດີ, ມີຄຸນສົມບັດດີ, ມີຄວາມຈົງຮັກພັກດີຕໍ່ລະບອບປະຊາທິປະໄຕ ປະຊາຊົນ.
4. ບໍ່ເຄີຍຖືກສານປະຊາຊົນ ຕັດສີນລົງໂທດ ແລະ ບໍ່ຖືກລົງວິໄນຈາກອົງການຈັດຕັ້ງຕ່າງໆ.
5. ມີປະຫວັດການເຄື່ອນໄຫວຂອງຕົນ ເເລະ ຄອບຄົວ ທີ່ຈະແຈ້ງ.
6. ມີວິຊາສະເພາະໃຫ້ສອດຄ່ອງກັບຕໍາແຫນ່ງງານ.
7. ມີສຸຂະພາບແຂງແຮງ ແລະ ມະນຸດສໍາພັນດີ.
(ລາຍລະອຽດເພີ່ມຕື່ມດັ່ງລຸ່ມນີ້)

