ນັກຮຽນລາວຍັງອ່ອນວິຊາ ພາສາລາວແລະຄະນິດສາດ


ອີງຕາມ ຂປລ ຜົນການປະເມີນຂະໜາດ ໃຫຍ່ຫລາຍຄັ້ງ ກ່ຽວກັບຜົນການຮຽນ ຂອງນັກຮຽນ ຢູ່ ສປປ ລາວ ໄດ້ສະແດງໃຫ້ເຫັນວ່າ ນັກຮຽນຂັ້ນ ປ3, ປ5 ແລະ ມ4 ມີຜົນການຮຽນຮູ້ ພາສາລາວ ແລະ ຄະນິດສາດຂ້ອນຂ້າງຕໍ່າ, ເຊິ່ງໄດ້ສະແດງໃຫ້ເຫັນເຖິງ ຄວາມຈຳເປັນຢ່າງຮີບດ່ວນ ເພື່ອຮັບ ປະກັນວ່າ ພວກເຮົາຈະມີງົບປະມານພຽງພໍ ໃນການປັບປຸງຄຸນນະພາບ ການສຶກສາໃນຕໍ່ໜ້າ, ຂໍ້ມູນດັ່ງກ່າວ ໄດ້ລາຍງານໃນພິທີ ມອບ-ຮັບ ປຶ້ມຮຽນ, ປຶ້ມຄູ່ມືຄູ ແລະ ອຸປະກອນສຳລັບ ການຮຽນຮູ້ອື່ນໆ ໃຫ້ແກ່ກະ ຊວງສຶກສາທິການ ແລະ ກິລາ ໃນວັນທີ 22 ກຸມພາ 2021 ທີ່ນະຄອນຫລວງວຽງຈັນ ທ່ານ ພຸດ ສິມມະລາວົງ ຮອງລັດຖະມົນຕີ ກະຊວງສຶກສາທິການ ແລະ ກິລາ ແຈ້ງໃຫ້ຮູ້ວ່າ:
ການລະບາດ ຂອງພະຍາດໂຄວິດ-19 ໄດ້ສະແດງໃຫ້ພວກເຮົາເຫັນວ່າ ໃນໂລກທີ່ປະເຊີນກັບ ວິກິດການໃນການຮຽນຮູ້ນີ້, ການຮຽນຮູ້ແບບດິຈິຕອນ ຄວນຈະເປັນການບໍລິການ ທີ່ຈຳເປັນໃນ ສປປ ລາວ, ອົງການຢູນິເຊັບ ຮ່ວມກັບ ສະຫະພາບເອີຣົບ ແລະ ກອງທຶນສາກົນ ເພື່ອການສຶກສາ ພວມສະໜັບສະໜູນ ກະຊວງສຶກສາທິການ ແລະ ກິລາ ສ້າງຕັ້ງແພລັດຟອມ ການສອນ ແລະ ການຮຽນຮູ້ແບບດິຈິຕອນ ເພື່ອໃຫ້ນັກຮຽນ, ຄູອາຈານ, ຄູສຶກສານິເທດ ແລະ ພະນັກງານການສຶກສາ ໄດ້ນຳໃຊ້, ໄດ້ສ້າງແອັບພລິເຄຊັນເທິງມືຖື ແລະ ປັດຈຸບັນພວມທົດ.


ທ່ານ ພຸດ ສິມມະລາວົງ ກ່າວຕື່ມວ່າ: ການຊ່ວຍເຫລືອ ໄລຍະພະຍາດ ໂຄວິດ-19 ໃນຄັ້ງນີ້, ຖືວ່າໄດ້ທັນເວລາທີ່ສຸດ ຍ້ອນວ່າການ ໃຫ້ທຶນສະໜັບສະໜູນ ແມ່ນເປັນການຊ່ວຍຕື່ມເຕັມ ຊ່ອງຫວ່າງງົບປະມານ ຂອງການສຶກສາ, ຊຶ່ງງົບປະມານດັ່ງກ່າວ ໄດ້ຫລຸດລົງເນື່ອງຈາກ ຂໍ້ຈຳກັດ ດ້ານງົບປະມານ ແລະ ຄາດວ່າຈະຍັງຄົງສືບຕໍ່ ເນື່ອງຈາກຜົນກະທົບ ຂອງພະຍາດໂຄວິດ-19 ຕໍ່ດ້ານເສດຖະກິດ-ສັງ ຄົມຂອງປະເທດ.
ການສະໜັບ ສະໜູນ ຈາກອົງການຮ່ວມມືສາກົນ ເພື່ອການສຶກສາ (GPE) ພ້ອມທັງການສະໜັບ ສະໜູນເພີ່ມເຕີມ ຈາກບັນດາຄູ່ຮ່ວມງານ ເຊັ່ນ: ອົດສະຕາລີ, ສະຫະພາບເອີຣົບ ແລະ ທະນາຄານໂລກ ແມ່ນມີຄວາມຈຳເປັນ ແລະ ສຳຄັນຫລາຍ ເພື່ອຫລຸດຜ່ອນຜົນກະທົບ ຂອງພະຍາດໂຄວິດ-19 ຕໍ່ຂະແໜງ ການສຶກສາ ແລະ ກິລາ.


ໂອກາດນີ້, ທ່ານ ນາງ Alice Albright ຜູ້ບໍລິຫານສູງສຸດຂອງ GPE ໄດ້ກ່າວວ່າ: ການສະໜັບສະໜູນຈາກກອງທຶນ GPE ເຮັດໃຫ້ ເດັກນ້ອຍ ໄດ້ສືບຕໍ່ການຮຽນໃນລາວນັ້ນ ມີຄວາມສໍາຄັນຫລາຍໃນຕອນນີ້ ເມື່ອທຽບກັບແຕ່ກ່ອນ. ຄອບຄົວ, ໂຮງຮຽນ ແລະ ລັດຖະບານ ກໍາລັງປະເຊີນກັບ ຄວາມຫຍຸ້ງຍາກ ໃນການຮັບມືກັບຜົນກະທົບ ຈາກການລະບາດ ຂອງພະຍາດ, ທຶນສະໜັບສະໜູນດັ່ງກ່າວ, ຈະຊ່ວຍຮັບປະກັນວ່າ ເດັກທຸກໆຄົນ ຈະກັບໄປຮຽນໄດ້ຢ່າງປອດໄພ.
ທີ່ມາ: ຂປລ