ຂ່າວດ່ວນ
ໂຄດໜ້າດໍາ.! ຕໍ າແລ້ວຫນີ ໃຫ້ກັບມາຮັບຜິດຊອບດ່ວນ


ແຊຣໃຫ້ຜູ້ກ່ຽວມາຮັບຜິດຊອບ ເຫດ “ຕຳແລ້ວຫນີ” ທີ່ ນະຄອນປາກເຊ ຜູ້ໃຊ້ເຟສບຸກ Latdala Blv ໄດ້ໂພສຜ່ານເຟສບຸກສ່ວນຕົວວ່າ:


“ຂໍຄວາມຊ່ວຍເຫລືອກັບທຸກຄົນເປັນຫູເປັນຕາໃຫ້ແນ່. ໃຜພົບເຫັນບຸກຄົນໃນພາບນີ້ໃຫ້ຕິດຕໍ່ຜູ້ກ່ຽວມາພົວພັນ ແລະ ຮັບຜິດຊອບ!! ເນື່ອງຈາກວ່າຜູ້ກ່ຽວໄດ້ຂີ່ລົດມາເກາະເອົາລົດຂ້າພະເຈົ້າຢູ່ທີ່ຂົວຂ້າມນ້ຳເຊ ທ່າຫີນ ນະຄອນປາກເຊ ແລະ ຂີ່ຫລົບຫນີໄປ.
ຊົມຄຼີບ.
ໃນຄືນວັນທີ 28/2/2021 ເວລາ ປະມານ 19:30 ໂມງເຫດການດັ່ງກ່າວ ໄດ້ເຮັດໃຫ້ຜູ້ເຄາະຮ້າຍ ແລະ ນ້ອງສາວໄດ້ຮັບບາດເຈັບເລັກນ້ອຍ ແລະ ລົດໄດ້ມີຄວາມເປ້ເພເສຍຫາຍຕາມກົດໝາຍແລ້ວ,
ການຫຼົບໜີຈາກອຸບັດເຫດ ຫາກບຸກຄົນໃດ ໄດ້ເຮັດໃຫ້ອຸບັດເຫດເກີດຂຶ້ນ ຫຼື ມີສ່ວນພົວພັນໂດຍກົງກັບອຸບັດເຫດ ແລ້ວຫຼົບໜີ ຈະຖືກລົງໂທດຕັດອິດສະຫຼະພາບ ແຕ່ໜຶ່ງປີ ຫາ ສາມປີ ແລະ ຈະຖືກປັບໃໝ ແຕ່ 3,000,000 ກີບ ຫາ 10,000,000 ກິບ