ນັບຖອຍຫຼັງ “ວັນທີ 22 ມີນາ 2021, ກອງປະຊູມຄັ້ງປະຖົມມະລຶກສະມາຊິກສະພາແຫ່ງຊາດຊຸດທີ IX (ຈຳນວນ 164 ທ່ານ) ຈະພິຈາລະນາຮັບຮອງເອົາກົງຈັກ ແລະ ບຸກຄະລາກອນ: (1) ສະພາແຫ່ງຊາດ, (2) ປະທານປະເທດ, (3) ລັດຖະບານ ແລະ (4) ອົງການໄອຍາການປະຊາຊົນສູງສຸດ ສານປະຊາຊົນສູງສຸດ ອົງການກວດສອບແຫ່ງລັດ.”

(1). ສະພາແຫ່ງຊາດ ແມ່ນອົງການຕົວແທນແຫ່ງສິດ ແລະ ຜົນປະໂຫຍດຂອງປະຊາຊົນລາວບັນດາເຜົ່າ, ເປັນອົງການສູງສຸດແຫ່ງອຳນາດລັດ, ເປັນອົງການນິຕິບັນຍັດ ປະຕິບັດພາລະບົດບາດ ຮັບຮອງເອົາລັດຖະທຳມະນູນ ແລະ ກົດໝາຍ, ຕົກລົງບັນຫາພື້ນຖານຂອງປະເທດຊາດ ແລະ ຕິດຕາມກວດກາ ການເຄົາລົບ ແລະ ປະຕິບັດ ລັດຖະທຳມະນູນ ແລະ ກົດໝາຍຂອງບັນດາອົງການລັດ;

(2). ສະພາແຫ່ງຊາດ ມີສິດ ແລະ ໜ້າທີ່ຕົ້ນຕໍ ດັ່ງນີ້:
- ພິຈາລະນາ ຮັບຮອງເອົາລັດຖະທຳມະນູນ ແລະ ກົດໝາຍ,
- ເລືອກຕັ້ງເອົາຕຳແໜ່ງຂັ້ນສູງສຸດຂອງອົງການອຳນາດລັດ ເຊັ່ນ: ປະທານສະພາແຫ່ງຊາດ, ຮອງປະທານສະພາແຫ່ງຊາດ ແລະ ກຳມະການຄະນະປະຈຳສະພາແຫ່ງຊາດ, ປະທານປະເທດ ແລະ ຮອງປະທານປະເທດ, ນາຍົກລັດຖະມົນຕິ, ຫົວໜ້າອົງການໄອຍະການປະຊາຊົນສູງສຸດ, ປະທານສານປະຊາຊົນສູງສຸດ ແລະ ປະທານອົງການກວດສອບແຫ່ງລັດ,

- ພິຈາລະນາ ຮັບຮອງເອົາການແຕ່ງຕັ້ງ ຍົກຍ້າຍ ຫຼື ປົດຕໍາແໜ່ງຂັ້ນສູງສຸດຂອງອົງການອໍານາດລັດເຊັ່ນ: ປະທານ, ຮອງປະທານກຳມາທິການ ແລະ ເລຂາທິການສະພາແຫ່ງຊາດ, ຮອງນາຍົກລັດຖະມົນຕິ ແລະ ສະມາຊິກລັດຖະບານ, ສະມາຊິກສະພາຜູ້ພິພາກສາຂອງສານປະຊາຊົນສູງສຸດ,

- ພິຈາລະນາ, ຮັບຮອງເອົາ ແຜນຍຸດທະສາດ, ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ, ແຜນງົບປະມານແຫ່ງລັດ ແລະ ແຜນດັດແກ້ງົບປະມານແຫ່ງລັດ,
- ພິຈາລະນາ, ຮັບຮອງເອົາໂຄງປະກອບກົງຈັກຂອງລັດຖະບານ, ການສ້າງຕັ້ງ, ຍຸບເລີກ, ໂຮມເຂົ້າ, ແຍກອອກກະຊວງ ອົງການລັດທຽບເທົ່າກະຊວງ, ແຂວງ, ນະຄອນຫຼວງ ຕາມການສະເໜີຂອງນາຍົກລັດຖະມົນຕີ,
- ພິຈາລະນາຍຸບ ສະພາປະຊາຊົນຂັ້ນແຂວງ ໃນກໍລະນີສະພາປະຊາຊົນນັ້ນ ຫາກໄດ້ສ້າງຄວາມເສຍຫາຍຢ່າງໃຫຍ່ຫຼວງ ຕໍ່ຜົນປະໂຫຍດຂອງປະເທດຊາດ ແລະ ປະຊາຊົນ,

- ພິຈາລະນາ ຮັບຮອງເອົາການໃຫ້ນີລະໂທດສະກຳ ຕາມການສະເໜີຂອງຄະນະປະຈໍາສະພາແຫ່ງຊາດ,
- ຕິດຕາມກວດກາການເຄົາລົບ ແລະ ປະຕິບັດລັດຖະທຳມະນູນ ແລະ ກົດໝາຍຂອງບັນດາອົງການລັດ;

(3). ສະມາຊິກສະພາແຫ່ງຊາດແມ່ນໃຜ ແລະ ມີມາດຕະຖານແນວໃດ:
ໜື່ງ. ສະມາຊິກສະພາແຫ່ງຊາດ ແມ່ນຕົວແທນແຫ່ງສິດ ແລະ ຜົນປະໂຫຍດຂອງປະຊາຊົນລາວບັນດາເຜົ່າ ໂດຍແມ່ນພົນລະເມືອງລາວ ເປັນຜູ້ເລືອກຕັ້ງ ແລະ ຢູ່ພາຍໃຕ້ການກວດກາຂອງປະຊາຊົນ, ແນວລາວສ້າງຊາດ, ສະຫະພັນນັກຮົບເກົ່າແຫ່ງຊາດລາວ, ສະຫະພັນກຳມະບານລາວ, ສະຫະພັນແມ່ຍິງລາວ ແລະ ຄະນະຊາວໜຸ່ມປະຊາຊົນປະຕິວັດລາວ.
ສອງ. ຜູ້ທີ່ຈະເປັນສະມາຊິກສະພາແຫ່ງຊາດ ຕ້ອງມີມາດຖານຄົບຖ້ວນ ຄື:

- ເປັນພົນລະເມືອງລາວ, ມີນ້ຳໃຈຮັກຊາດ, ຮັກລະບອບປະຊາທິປະໄຕປະຊາຊົນ, ຈົງຮັກພັກດີ ແລະ ບໍລິສຸດຕໍ່ປະເທດຊາດ, ຖືເອົາຜົນປະໂຫຍດຂອງປະຊາຊົນເປັນກົກ, ຮັບໃຊ້ປະຊາຊົນຢ່າງແທ້ຈິງ, ມີຄວາມອົດທົນ, ປະຢັດ, ຊື່ສັດ, ທ່ຽງທຳ, ບໍ່ອວດອົ່ງທະນົງຕົວ, ບໍ່ສວຍໃຊ້ອຳນາດເດັດດ່ຽວຕ້ານການສໍ້ລາດບັງຫລວງ, ຕ້ານພະຍາດອາດຍາສິດ ແລະ ເປັນແບບຢ່າງທີ່ດີໃນການປະຕິບັດກົດໝາຍ;

- ກຳແໜ້ນ ແລະ ຍຶດໝັ້ນແນວທາງປ່ຽນແປງໃໝ່, ລັດຖະທຳມະນູນ ແລະ ກົດໝາຍ;
ຮູ້ໂຄສະນາ ແລະ ສຶກສາອົບຮົມປະຊາຊົນ, ເດັດດ່ຽວສູ້ຊົນເພື່ອບັນລຸເປົ້າໝາຍປະເທດຊາດມັ່ງຄັ່ງເຂັ້ມແຂງ, ປະຊາຊົນຮັ່ງມີຜາສຸກ, ສັງຄົມມີຄວາມສາມັກຄີປອງດອງ ປະຊາທິປະໄຕ ຍຸຕິທຳ ແລະ ສີວິໄລ;

- ມີຄວາມຮັບຜິດຊອບສູງຕໍ່ໜ້າທີ່ການເມືອງ, ຄົ້ນຄວ້າມີຄຳເຫັນຕໍ່ບັນຫາສຳຄັນພື້ນຖານຂອງປະເທດຊາດ, ຂອງທ້ອງຖິ່ນ ແລະ ສາ ມາດປະຕິບັດໜ້າທີ່ຂອງຕົນໄດ້;
- ມີລະດັບການສຶກສາຈົບຊັ້ນມັດທະຍົມຕອນຕົ້ນຂຶ້ນໄປ, ມີວິຊາສະເພາະໃດໜຶ່ງ ແລະ ທີ່ສໍາຄັນຕ້ອງມີສຸຂະພາບດີ,

- ພົນລະເມືອງລາວທຸກຄົນ ໂດຍບໍ່ຈຳແນກ ເພດ, ເຜົ່າ, ຖານະທາງດ້ານເສດຖະກິດ, ສັງຄົມ, ຄວາມເຊື່ອຖື, ສາສະໜາ, ທີ່ຕັ້ງພູມລຳເນົາ ລ້ວນແຕ່ມີສິດເລືອກຕັ້ງ ແລະ ສະໝັກຮັບເລືອກຕັ້ງ,
- ຜູ້ມີສິດເລືອກຕັ້ງ ຕ້ອງມີອາຍຸແຕ່ 18 ປີ ຂຶ້ນໄປ ແລະ ຜູ້ສະໝັກຮັບເລືອກຕັ້ງ ຕ້ອງມີອາຍຸແຕ່ 21 ປີ ຂຶ້ນໄປ.
