ຊື້ເລກທີ່ນີ້ ມີແຕ່ໄດ້ກັບໄດ້ 100%

ສຳນັກຂ່າວ ກຸງເທບທຸລະກິດ ໄດ້ລາຍງານວ່າ: ພົນເອກ ປະຍຸກ ຈັນໂອຊາ ນາຍົກລັດຖະມົນຕີ ແຫ່ງ ຣາຊະອະນາຈັກໄທ ໄດ້ສັ່ງການໃນກອງປະຊຸມຄະນະລັດຖະມົນຕີ ໃຫ້ໜ່ວຍງານທີ່ກ່ຽວຂ້ອງຮັບເລື່ອງພິຈາລະນາແນວທາງການເປີດດ່ານຊາຍແດນໄທ-ລາວ 3 ແຫ່ງ ຄື:

1. ດ່ານທ່າສະເດັດ ທ່າເຮືອຫາຍໂສກ ອຳເພີເມືອງ ຈັງຫວັດໜອງຄາຍ ກົງກັນຂ້າມກັບ ດ່ານທ່າເດືອ ເມືອງ ຫາຍຊາຍຟອງ ນະຄອນຫຼວງວຽງຈັນ.
2. ດ່ານບ້ານປາກແຊງ ອຳເພີນາຕານ ຈັງຫວັດ ອຸບົນລາດຊະທານີ ກົງກັນຂ້າມກັບ ບ້ານປາກຕາພານ ເມືອງ ລະຄອນເພັງ ແຂວງ ສາລະວັນ.

3. ດ່ານບ້ານຊຽງຄານ ອຳເພີຊຽງຄານ ຈັງຫວັດ ເລີຍ ກົງກັນຂ້າມກັບເມືອງ ຊະນະຄາມ ແຂວງ ໄຊຍະບູລີ