ປີ 2020 ຫ້ອງການ ການເງິນເມືອງປາກທາ ຈັດເກັບລາຍຮັບເຂົ້າງົບປະມານບໍ່ບັນລຸຕາມແຜນ


ກອງປະຊຸມສະຫຼຸບວຽກງານແຜນການ ແລະ ການເງິນ ເມືອງປາກທາ ແລະ ທິດທາງແຜນການປະຈຳປີ 2021 ໄດ້ມີຂື້ນ ໃນວັນທີ 4 ມີນາ 2021ນີ້ ທີ່ສະໂມສອນຂອງເມືອງ ໂດຍການເຂົ້າຮ່ວມເປັນປະທານ ຂອງທ່ານ ຄຳໃສ ບົວປິ່ນ ຮອງເຈົ້າເມືອງປາກທາ ມີຫົວໜ້າ-ຮອງຫົວໜ້າຫ້ອງການ ພະນັກງານຫ້ອງການ ການເງີນເມືອງ ແລະ ພະນັກງານທີ່ເຮັດວຽກການເງີນຂັ້ນສອງ ຂອງແຕ່ລະຫ້ອງການເຂົ້າຮ່ວມ.


ທ່ານ ຄຳພຽນ ສີລິປັນຍາ ຮອງຫົວໜ້າຫ້ອງການ ການເງິນເມືອງປາກທາ ໄດ້ກ່າວວ່າ: 01 ປີຜ່ານມາ ຫ້ອງການ ການເງິນເມືອງສາມາດສູ້ຊົນເກັບລາຍຮັບຕາມການສະຫຼຸບຂອງຄັງເງິນແຫ່ງຊາດປະຈຳເມືອງ ໄດ້ທັງ ໝົດ 993 ລ້ານກວ່າກີບ, ພ້ອມນີ້ ລາຍຮັບສ່ວຍສາອາກອນປະຕິບັດໄດ້ 405 ລ້ານກວ່າກີບ,
ລາຍຮັບຄ່າບໍລິການວິຊາການປະຕິບັດໄດ້ 262 ລ້ານກວ່າກີບ, ລາຍຮັບທີ່ດິນປະຕິບັດໄດ້ 205 ລ້ານກວ່າກີບ, ລາຍຮັບຊັບສິນຂອງລັດປະຕິບັດໄດ້ 119 ລ້ານກວ່າກີບ ແລະ ແຂວງດຸ່ນດ່ຽງໃຫ້ 17 ຕື້ 57 ລ້ານກວ່າກີບ ສຳລັບລາຍຈ່າຍແມ່ນປະຕິບັດໄດ້ 18 ຕື້ 50 ລ້ານກວ່າກີບ.


ສາເຫດການຈັດເກັບລາຍຮັບບໍ່ໄດ້ຕາມແຜນ ອັນເນື່ອງມາຈາກການລະບາດຂອງພະຍາດໂຄວິດ-19, ບັນດາຂະແໜງການທີ່ມີລາຍຮັບຈຳນວນໜຶ່ງບໍ່ທັນເອົາໃຈໃສ່ຄຸ້ມຄອງເກັບລາຍຮັບໄດ້ດີເທົ່າທີ່ຄວນ, ການຕ້ານ ແລະ ສະກັດກກັ້ນການລັກລອບສິນຄ້າ ຍັງບໍ່ສາມາສະກັດກັ້ນໄດ້ຢ່າງຂາດຕົວ
ຈາກນັ້ນ ຕາງໜ້າແຕ່ລະຂະແໜງການທີ່ມີລາຍຮັບກໍ່ໄດ້ຜັດປ່ຽນກັນມີຄຳເຫັນແລກປ່ຽນ ຢ່າງກົງໄປກົງມາ ເພື່ອຊອກຫາຈຸດອ່ອນຂໍ້ບົກຜ່ອງ ແລະ ວີທີແກ້ໄຂ ພ້ອມນີ້ ກໍ່ໄດ້ວາງທິດທາງແຜນການຄາດໝາຍສູ້ຊົນໃນ 1 ປີຕໍ່ໜ້າ.


ໂດຍຈະເກັບລາຍຮັບປົກກະຕິໃຫ້ໄດ້ 309 ລ້ານ,700,000 ກີບ, ລາຍຮັບຄ່າທຳນຽມ 95 ລ້ານ 650,000 ກີບ, ລາຍຮັບຄ່າບໍລິການວິຊາການ 355 ລ້ານກີບ, ລາຍຮັບທີ່ດິນ 129 ລ້ານກີບ ແລະ ລາຍຮັບຂະແໜງຄຸ້ມຄອງຊັບສິນຂອງລັດ 130 ລ້ານກີບ.
ໂອກາດດຽວກັນນັ້ນ ທ່ານ ຄຳໃສ ບົວປິ່ນ ຮອງເຈົ້າເມືອງປາກທາ ຍັງໄດ້ຮຽກຮ້ອງໃຫ້ທຸກຂະແໜງການ ຈົ່ງເອົາໃຈໃສ່ສຶກສາອົບການເມືອງແນວຄິດໃຫ້ພະນັກງານຂອງຕົນ ມີແນວຄິດຫຼັກໝັ້ນ,ໜັກແໜ້ນຕໍ່ອາຊີບຂອງຕົນ ມີຄວາມບໍລິສຸດພຸດຜ່ອງຕໍ່ໜ້າທີ່ວຽກງານ,


ການເບີກຈ່າຍງົບປະມານຕ້ອງໃຫ້ລະອຽດຖືກຕ້ອງຕາມແຜນວຽກແຜນງານທີ່ໄດ້ກຳນົດໄວ້ຢ່າງຈະແຈ້ງ, ພ້ອມກັນແກ້ໄຂບັນຫາປະກົດການຫຍໍ້ທໍ້ ການລັກລອບສິນຄ້າທີ່ບໍ່ຖືກຕ້ອງຕາມລະບຽບກົດໝາຍ, ສະກັດກັ້ນບໍ່ໃຫ້ລາຍຮັບຫົ່ວໄຫຼຢ່າງເດັບຂາດ ແລະ ພ້ອມກັບຈັດເກັບລາຍຮັບເຂົ້າງົບປະມານໃຫ້ໄດ້ຕາມແຜນທີ່ໄດ້ກຳນົດໄວ້.
ພາບ-ຂ່າວ: ພອນສະຫວັນ ມະນີສີ.