

ວິທະຍຸກະຈາຍສຽງຫວຽດນາມລາຍງານວ່າ: ໄລ່ມາຮອດປັດຈຸບັນ, ຍັງບໍ່ມີຫຼັກຖານໃດກ່ຽວກັບເລື່ອງ ເຊື້ອໄວຣັດດັ່ງກ່າວຈະເຮັດໃຫ້ເປັນພະຍາດໜັກ ຫຼື ຈະມີການຕິດເຊື້ອຈາກຄົນສູ່ຄົນຫຼືບໍ.


ຕາມແຫຼ່ງຂ່າວຈາກກະຊວງສາທາລະນະສຸກ ຫວຽດນາມ ໃຫ້ຮູ້ຫວ່າງແລ້ວນີ້ວ່າ: ອົງການອາຫານ ແລະ ການກະເສດ ຂອງ ສປຊ (FAO) ແລະ ອົງການອະນາໄມໂລກ (WHO) ຢູ່ ຫວຽດນາມ ໄດ້ອອກແຈ້ງການທາງສື່ມວນຊົນ ຮຽກຮ້ອງໃຫ້ ລັດຖະບານຫວຽດນາມ ແລະ ວົງຄະນະຍາດ ຈົ່ງມີສະຕິລະວັງຕົວຕໍ່ຄວາມສ່ຽງ ເຊື້ອໄວຣັດ H5N8 ອາດຈະແຜ່ຈາກສັດປີກສູ່ຄົນ,
ພາຍຫຼັງທີ່ກວດພົບມີກຳມະກອນ 7 ຄົນ ຢູ່ ຟາມລ້ຽງໄກ່ ຢູ່ ຣັດເຊຍ ຕິດເຊື້ອໄວຣັດ H5N8 ໂດຍກໍລະນີດັ່ງກ່າວ ລ້ວນແຕ່ບໍ່ສະແດງອາການຫຍັງໝົດ. ໄລ່ມາຮອດປັດຈຸບັນ, ຍັງບໍ່ມີຫຼັກຖານໃດກ່ຽວກັບເຊື້ອໄວຣັດດັ່ງກ່າວ ຈະເຮັດໃຫ້ເປັນພະຍາດໜັກ ຫຼື ຈະມີການຕິດເຊື້ອຈາກຄົນສູ່ຄົນຫຼືບໍ.


ເພາະສະນັ້ນ, ບັນດາກໍລະນີຕິດເຊື້ອດັ່ງກ່າວ ແມ່ນຍ້ອນເຊື້ອຈາກສັດປີກແຜ່ລະບາດສູ່ຄົນ.ສໍາລັບຢູ່ຫວຽດນາມ, ໂຄງການຕິດຕາມຂອງກົມສັດຕະວະແພດ, ກະຊວງກະສິກຳ ແລະ ພັດທະນາຊົນນະບົດ ຫວຽດນາມ ຍັງບໍ່ເຄີຍກວດພົບເຊື້ອໄວຣັດ H5N8 ເທື່ອ. ເລີ່ມແຕ່ປີ 2021,
ກົມສັດຕະວະແພດ ຈະເພີ່ມທະວີການກວດວິໄຈເຊື້ອໄວຣັດ H5N8 ໃນໂຄງການຕິດຕາມພະຍາດໄຂ້ຫວັດສັດປີກແຫ່ງຊາດ. FAO ແລະ WHO ກໍສະເໜີໃຫ້ຜູ້ລ້ຽງສັດປີກ ຢູ່ຫວຽດນາມ ຕ້ອງເພີ່ມທະວີບັນດາມາດຕະການປ້ອງກັນຄວາມປອດໄພຊີວະສາດຢູ່ເຂດລ້ຽງ ເພື່ອຫຼຸດຜ່ອນຄວາມສ່ຽງຈາກເຊື້ອໄວຣັດແຊກຊ້ອນ.