

Info. ອິນໂຟ Laughing Balloon ໃນຊ່ວງເວລາທີ່ບໍ່ດົນມານີ້ ໄດ້ມີການແຜ່ລະບາດຂອງເທຣນໃໝ່ໃນກຸ່ມໄວລຸ້ນໂດຍເອີ້ນກັນໃນກຸ່ມວ່າ: ‘ສູບບອລລູນ ຫຼື ສູບປູມເປົ້າ’


ຫຼືທີ່ທາງການເເພດເອີ້ນວ່າການເອົາແກສທີ່ຊື່ວ່າ “ໄນຕຣັສອັອກຊາຍ’ ອັດເຂົ້າໃນປູມເປົ້າແລ້ວນຳມາສູບເຂົ້າປາກ, ປ່ອຍລົມຜ່ານປອດ. ເຊິ່ງເຮົາຈະມາເຮັດກໍລະນີສຶກສາກັບສານຊະນິດນີ້ ແລະ ຜົນຮ້າຍຈາກການໃຊ້ສານດັ່ງກ່າວ:
ຄົນທີ່ສູບກຳລັງເອົາສານຫຍັງເຂົ້າໃນຮ່າງກາຍ? ໄນຕຣັສອັອກຊາຍ ຫຼື ແກສທີ່ກຳລັງເປັນທີ່ນິຍົມສູບກັນໃນຕອນນີ້ ເປັນສານປະກອບທາງເຄມີ, ບໍ່ມີສີ, ມີກິ່ນຫອມອ່ອນໆ ແລະ ມີລົດຊາດຫວານເລັກນ້ອຍ. ນອກຈາກປະໂຫຍດທາງການແພດທີ່ໃຊ້ເຂົ້າໃນທາງທັນຕະແພດ ເພື່ອບັນເທົາອາການປວດ ເນື່ອງຈາກອອກລິດໄດ້ໄວເເລ້ວ, ຍັງໃຊ້ເປັນຢາສະຫຼົບໄດ້ນຳ.


ນອກຈາກນີ້ໄນຕຣັສອັອກຊາຍຍັງນຳມາໃຊ້ປະກອບເຂົ້າໃນອຸດສາຫະກຳອາຫານ ເຊິ່ງຈະຖືກນຳມາເປັນໂຕດັນວິບຄຣີມ ເຮັດໃຫ້ເນື້ອຄຣີມຫອມຫວານ, ນອກນັ້ນຍັງຖືກນຳໄປໃຊ້ໃນດ້ານອຸດສາຫະກຳຕ່າງໆເຊັ່ນ: ນຳໃຊ້ແກສຊະນິດນີ້ມາເປັນໂຕຈຸດລະເບີດ ເພື່ອເພີ່ມແຮງບິດຫຼືຄວາມໄວໃນການເລັ່ງ ແລະ ໃຊ້ເຮັດຖົງລົມນິລະໄພ.
ຜົນຈາກການສູດດົມແກສນີ້ ເມື່ອສູດດົມເຂົ້າໄປຈະເຮັດໃຫ້ເຄີ້ມ, ມ່ວນຢາກຫົວ,ໂຕເບົາ, ມຶນຊາ ໄປໃນໄລຍະສັ້ນ ຜົນຮ້າຍທີ່ຈະຕາມມາມີຫຍັງເເດ່? ປົກກະຕິແກັສໄນຕຣັສອັອກຊາຍຈະອອກລິດບໍ່ເກີນ 5 ນາທີແລ້ວມັນກໍຈະຄ່ອຍໆຄາຍໂຕ.
ແຕ່ປັນຫາແມ່ນຖ້າໃຊ້ຕໍ່ເນື່ອງ ແລະ ເປັນປະຈຳ ມັນຈະທຳລາຍລະບົບປະສາດ, ຈະເຮັດໃຫ້ເຊວຕ່າງໆໃນຮ່າງກາຍຕາຍໄດ້ໂດຍສະເພາະເຮັດໃຫ້ເຊວສະໝອງຂາດອັອກຊີເຈນແບບກະທັນຫັນ ແລະ ເຮັດໃຫ້ຜູ້ທີ່ສູບໝົດສະຕິ ນອກຈາກເຊວສະໝອງແລ້ວ ເຊວໃນຮ່າງກາຍສ່ວນອື່ນໆ ທີ່ໄວຕໍ່ການຂາດອັອກຊີເຈນເເມ່ນ,
ກ້າມເນື້ອຫົວໃຈກໍສາມາດເກີດອາການຂາດອັອກຊີເຈນເຮັດໃຫ້ກ້າມເນື້ອຫົວໃຈຕາຍ ຫຼື ຂາດເລືອດ ແລະ ມີສິດຫົວໃຈວາຍກະທັນຫັນໄດ້. ຜົນຂ້າງຄຽງຕໍ່ມາກໍຄືອາການປະສາດຫຼອນ, ຫູຟາງ ເຊິ່ງອາດສົ່ງຜົນໃຫ້ເກີດອຸບັດຕິເຫດໄດ້