ຂ່າວດ່ວນ

ບໍ່່ຖືກໃຜບໍ່ ຮູ້ອະດີດອາດເຄີຍສວຍງາມ ແຕ່ປະຈຸບັນຄວາມຈີງກໍ່ຄືຄວາມຈີງ ກັບໄປຫາອະດິດຄົງບໍ່ໄດ້

-ເລື້ອງເລົ່າໃນອະດີດແມ່ເລີດ ກໍ່ອາດເຄີຍເປັນຄົນໜື່ງທີ່ຂ້ອນຂ້າງຖານະດີ ລູກສາວກໍ່ໄດ້ຮອດຜົວຝຮັ່ງ ແຕ່ຢູ່ໆຊີວີດແມ່ເພີ່ນກັບມາໂຊກຮ້າຍຖືກມໍລະສຸມຊີວີດ ໂຊກຮ້າຍກ່ວາຫັນຄືລູກສາວອັນເປັນທີ່ຮັກກັບມາຕິດຢາ ຕິດຄຸກ ພໍ່ເດັກນ້ອຍ(ລູກເຂີຍຝຮັ່ງ)ກໍ່ເສຍຊີວີດ ຊີວີດກໍ່ພີກພັນກາຍມາເປັນຄົນທຳມະດາສາມັນມີແຕ່ກີນ ບໍ່ມີເກັບ ມີກໍ່ພໍໄດ້ຊື້ຢູ່ຊື້ກີນໄປແຕ່ລະວັນ ຈາກເຄີຍມີພໍໄດ້ກໍກາຍມາເປັນຄົນບໍ່ມີເລີຍນອກຈາກເຮືອນທີ່ຢູ່ກະແມ່ນບໍ່ເຫຼືອຍັງ ແຕ່ລະວັນອາໃສແຕ່ເງີນເດືອນຜົວ ຜົວຫາລ້ຽງຈູນເຈືອຄອບຄົວພໍໄດ້ມີໄຊ້ມີຈ່າຍ.

ຫຼານນ້ອຍສອງຄົນ ກໍ່ຮຽນ ແມ່ຕູ້ເພີ່ນກໍ່ມີພະລະລ້ຽງຫຼານ ກະມີແຕ່ຜົວນີ້ລະຫາລ້ຽງພໍກຸ້ມປາກກຸ້ມທ້ອງໃນແຕ່ລະວັນ

ແຕ່ໂຊກຮ້າຍທີ່ສຸດຜູ້ຫາລ້ຽງແຕ່ລະວັນກັບມາດ່ວນຈາກໄປຈາກທີ່ຜ່ານມາກະເຈີມໍລະຊຸມຊີວິດພໍແຮງລະຍັງມາໂຊກຮ້າຍຜົວມາຕາຍປະອີກໄປແບບກະທັນຫັນເຈັບຫົວລະມານອນກະຫຼັບໄປເລີຍ

ແມ່ເພີ່ນຈົນບໍ່ຮູ້ສີມີທາງອອກແນວໃດຈື່ງວານຂໍຄວາມຊ່ວຍເຫຼືອນຳອົງການຈັດຕັ້ງບ້ານບ້ານໂພນປາເປົ້າວານຊ່ວຍເພີ່ນສະນັ້ນທາງຈັດຕັ້ງບ້ານກໍ່ໄດ້ປະສານຫາທີມງານເຮົາເພື່ອສຳຫຼວດແລະເຫັນວ່າຄອບຄົວເພີ່ນບໍ່ມີແທ້ ສະນັ້ນທາງເຮົາຈື່ງຕ່າງຫນ້າຄອບຄົວເພື່ອຈັດງານສົບໃຫ້ແກ່ທ້າວບານອາຍຸ57ປີ ອາຊີບຢາມ.

ປະຈຸບັນຢູ່ບ້ານໂພນປາເປົ້າເມືອງສີສັດຕະນາກໃນງານສົບຄັ້ງນີ້ມີຄ່າໃຊ້ຈ່າຍ ຄ່າຫີບໂລງເມມ ເຕົາເຜົາ ໂຕະ ຕັ່ງ ເຕັ້ນ ຖ້ວຍບ່ວງເຄື່ອງໃຊ້ແມ່ນເຊົ່າ ແລະຄ່າໃຊ້ຈ່າຍອື່ນໆພວກເຮົາເລີຍຈັດງານສົບໄຫ້ເພີ່ນ ຖືວ່າໄດ້ມີຫີບມີໂລງໄດ້ມີງານສົບເປັນຄັ້ງສຸດທ້າຍ ເຮັດເພື່ອຄົນຕາຍກ່ອນຈະຈາກໂລກນີ້ຢ່າງບໍ່ຫວນກັບ

ໃຜສີຄິດວ່າຈາກເຄີຍຮຸ່ງເຮືອງແຕ່ມື້ນີ້ພຽງໂລງຈະໃສ່ຜົວ ກັບໄດ້ມາບາກໜ້າຂໍນຳສັງຄົມ ນີ້ລະຄືຊີວີດຈີງຄົນເຮົາໂຊກສະຕາບໍ່ຄືກັນ ຢາມມີຫ້າມລົງ ຢາມລົ້ມຫ້າມຢ້ຽບເດີ້ພີ່ນ້ອງ

ສຳລັບງານສົບຄັ້ງນີ້ທາງສະມາຄົມເຮົາຖືເປັນເຈົ້າພາບແລ້ວແຕ່ບຸກຄົນທ່ານໃດຈະຊ່ວຍບໍ່ວ່າຈະເປັນຊ່ວຍຄ່າຫີບຄ່າໂລງຫຼືກີນທານຕ່າງໆທ່ານສາມາດບໍລິຈາກໄດ້ຜ່ານຊ່ອງທາງບັນຊີສະມາຄົມຊ່ວຍເຫຼືອບັນເທົາທຸກໄດ້ທີ່ໝາຍເລກ:

ທາງບັນຊີສະມາຄົມ ທະນາຄານການຄ້າ ຕ່າງປະເທດລາວTHE ASSOCIATION OF ASSISTANCE AND RELIEF VIENTIANE CAPITAL010120001940404001ບັນຊີເງີນກີບສອບຖາມຂໍ້ມູນເພີ້ມເຕີມ0205550898702054000089ຂໍ1ບຸນຕໍ່ແຊຮເພື່ອຂໍບຸນບາລະມີດ້ວຍເທີດ ສາທຸ

Related Articles

Leave a Reply

Your email address will not be published. Required fields are marked *

Back to top button