ຂ່າວດ່ວນ

ແຊຣເກັບໄວ້ແມະ…!!! ແກ້ອາການ ຕີ ນຈັງ ໄດ້ຜົນ 100%

ຢ່າເບິ່ງຂ້າມວິທີແກ້ຕີນຈັງໄດ້ຜົນ 100% ມີໂອກາດເຊົາພາຍໃນ 1 ນາທີ ຫຼາຍຄົນເຄີຍຕີນຈັງດ້ວຍເຫດຜົນທີ່ແຕກຕ່າງກັນອອກໄປ ເມື່ອຕີນຈັງກ້າມຊີ້ນຈະມີການຫົດຕົວ ແລະ ກະຊັບ.

ແໜ້ນຊຶ່ງເປັນສາເຫດຂອງຄວາມເຈັບປວດ ແລະ ບໍ່ສະບາຍໂຕ ອາການນີ້ຈະເກີດຂຶ້ນໃນເວລາພຽງວິນາທີຄົນສ່ວນໃຫຍ່ເຄີຍມີປະສົບການກໍ່ມັກຈະຕື່ນຂຶ້ນມາກ່ອນຫຼືຍ່າງກ່ອນທີ່ຈະເຂົ້ານອນ

ຕີນຈັງບໍ່ແມ່ນອາການທີ່ຮ້າຍແຮງທາງການແພດ ເພາະມັນສາມາດເກີດຈາກບັນຫາສຸຂະພາບໄດ້ຫຼາຍສາເຫດພາວະຂາດນໍ້າຄືໜຶ່ງໃນນັ້ນໃນເວລາອື່ນໆ ຕີນຈັງສາມາດເກີດຂຶ້ນໄດ້ເພາະການດື່ມແອວກໍຮໍຫຼາຍເກີນໄປໃນກໍລະນີທີ່

ຮ້າຍແຮງນັ້ນພວກເຂົາຈະຖືກບົງຊີ້ວ່າເປັນໂລກໄຕຕີນຈັງເກີດຂຶ້ນເນື່ອງມາຈາກຜົນຂອງການຝຶກໝັກກ້າມຊີ້ນໄດ້ຮັບບາດເຈັບ ແລະ ຂາດການອອກກຳລັງກາຍເປັນເວລາຍາວນານ.

ໃນກໍລະນີທີ່ຮຸນແຮງກວ່ານັ້ນມັນອາດເກີດຈາກຜົນຂອງການກິນຢາທີ່ກ່ຽວກ້ອງກັບການຄຸມກຳເນີດ ຢາຂັບປັດສະວະ ຂະນະດຽວກັນການຂາດໂພແທັກຊ່ຽມໃນຮ່າງການຫຼືສະພາບອາກາດທີ່ໜາວເຢັນກໍ່ສາມາດເຮັດໃຫ້ເກີດຕີນຈັງໄດ້

+ ວິທີແກ້ຕີິນຈັງທີ່ຕີນເຊົາໄດ້ 100% ພາຍໃນ 1 ນາທີ : ແຕ່ກ່ອນຂ້ອຍກະເຄີຍເປັນຕີນຈັງ ສ່ວນຫຼາຍຈະເປັນຕອນນອນກຳລັງຝັນດີໆຄົນທີ່ເຮືອນກໍ່ເປັນ ເວລາເປັນນີ້ບອກເລີຍວ່າທໍລະມານຫຼາຍ ຮ້ອງຫາຄົນມານວດໃຫ້ເປັນປະຈຳໄດ້ວິທີແກ້ມາຈາກອາຈານທ່ານໜຶ່ງ ແລະ ໄດ້ທົດລອງເຮັດຕາມບໍ່ເຖິງ 1 ນາທີ ກໍ່ເຊົາແທ້.

ຄົນທີ່ເຮືອນໄດ້ເຮັດຕາມກໍ່ເຊົາ ແລະ ບໍ່ເຄີຍເອີ້ນໃຫ້ຄົນມານວດໃຫ້ອີກເລີຍ ນອນລົງກັບພື້ນໃຫ້ຍົກຕີນທີ່ຈັງຂຶ້ນສູງປະມານສອງຄືບແລ້ວຢຽດປາຍຕີນໃຫ້ຊື່ ຍົກແຂນເບື້ອງທີ່ບໍ່ເປັນຂຶ້ນແລ້ວໂນມແຂນໄປຕາມຫຼັງໃຫ້ຕິດໃບຫູໃຫ້ຊື່ ບໍ່ເຖິງ 1 ນາທີ ເຊົາແນ່ນອນ.

+ ສາເຫດຂອງຕີນຈັງ

– ມີການອອກກຳລັງກາຍຫຼາຍເກີນໄປ ຫຼື ໃຊ້ກ້າມຊີ້ນຂາຫຼາຍເກີນໄປ

– ຢືນ ແລະ ນັ່ງເປັນເວລາດົນນານເຊັ່ນ: ນັ່ງພັບແພບ ຫຼື ຢືນເຮັດວຽກເປັນເວລາດົນໂດຍບໍ່ມີການພັກຂາ.

– ຮ່າງກາຍຂາດເກືອແຮ່ບາງຊະນິດ ຫຼື ໄດ້ຮັບໂພແທັກຊ່ຽມ, ແຄວຊ່ຽມບໍ່ພຽງພໍ.

– ມີພາວະຂາດນໍ້າ ດື່ມນໍ້າບໍ່ພຽງພໍຕໍ່ຄວາມຕ້ອງການຂອງຮ່າງກາຍ ຫຼື ຮ່າງການເສຍເຫື່ອຫຼາຍເກີນໄປ

– ກິນຢາບາງຊະນິດເຊັ່ນ: ຢາຄຸມກຳເນີດ, ຢາຂັບປັດສະວະ, ຢາລຸດໄຂມັນ

– ຄົນທີ່ມີຕີນ (flat feet)

– ຄົນທີ່ເປັນໂລກ Thyroid.

Related Articles

Leave a Reply

Your email address will not be published. Required fields are marked *

Back to top button