ຂ່າວດ່ວນ

ໜ້າຮັກ! ອາຍຸເປັນພຽງຕົວເລກ ເມື່ອໜຸ່ມອາຍຸ 37 ແຫ່ຂັນຂໍເຈົ້າສາວອາຍຸ 73ປີ

ເປັນອີກເລື່ອງລາວທີ່ສັງຄົມຊາວເນັດຮືຮາກັນຫຼາຍ ເມື່ອມີຜູ້ສື່ຂ່າວກໍາປູເຈຍ ອອກມາລາຍງານຂໍ້ມູນໃຫ້ຮູ້ກ່ຽ%ກັບເລື່ອງໜ້າຍິນດີນີ້ ເມື່ອຊາຍໜຸ່ມໄວ 37ປີ

ແຫ່ຂັນໝາກໄປສູ່ຂໍແຟນສາວທີ່ອາຍຸຫ່າງກັນທົບເຄິ່ງ ແຕ່ທີ່ແອັດສັງເກດເຫັນໄດ້ຄືເຈົ້າສາວໄວ 73ນັ້ນ ໜ້າຄາຜິວພັນຍັງຜ່ອງໃສສວຍງາມຢູ່.

ໂດຍຜູ້ສືຂ່າວປະເທດກໍາປູເຈຍ ໃຫ້ຮູ້ວ່າ: ມີສາວສູງໄວ ອາຍຸ 73ປີ ທ່ານໜຶ່ງ ພົບຮັກກັບໜຸ່ມໄວ 37ປີ ຈາກນັ້ນ ທັງສອງກໍ່ຕົກລົງປົງໃຈແຕ່ງດອງກັນ,

ເລື່ອງດັ່ງກ່າວ ເອີ້ນໄດ້ວ່າເປັນເລື່ອງລາວທີ່ໜ້າຮັກ ເຖິງແມ່ນຈະເບິ່ງເປັນເລື່ອງທີ່ເປັນໄປໄດ້ຍາກທີ່ໜຸ່ມນ້ອຍຈະມາຮັກກັບສາວເຖົ້າ ແຕ່ເລື່ອງນີ້ພິສູດແລ້ວວ່າ ອາຍຸເປັນພຽງຕົວເລກເທົ່ານັ້ນ ບໍ່ວ່າຈະອາຍຸ, ສ່ວນສູງ ຮູບຮ່າງ ຫຼື ສິ່ງໃດໆກໍ່ແລ້ວແຕ່ມັນບໍ່ແມ່ນອຸປະສັກຂອງຄວາມຮັກເລີຍຫາກມທັງສອງຄົນຮັກກັນຫຼາຍພໍ.

Related Articles

Leave a Reply

Your email address will not be published. Required fields are marked *

Back to top button