ຂ່າວດ່ວນ

ເງື່ອນໄຂ ຜູ້ທີ່ມີສິດສັກຢາກັ ນພະຍ າດ ໂ ຄວິ ດ ໃນ ລາວ ແລະ ຂໍ້ຫ້າມ

*ເງື່ອນໄຂຜູ້ມີສິດສັກຢາກັນພະຍາດ covid-19(ວັກຊີນ)

ເປັນຜູ້ທີ່ມີສຸຂະພາບແຂງແຮງດີ

ຜູ້ທີ່ມີອາຍຸ 18 ປີ – 59 ປີ

ພະນັກງານແພດຫມໍ , ພະນັກງານປະຈຳດ່ານສາກົນ, ດ່ານປະເພນີ, ພະນັກງານສູນກັກກັນ.

ການນຳພັກ-ລັດ, ພະນັກງານ ປກສ – ປກຊ, ພະນັກງານລັດຖະກອນທົ່ວໄປ.

ພັກນັກງານບ້ານພັກ, ໂຮງແຮມ,ພະນັກງານທະນາຄານຕ່າງໆ.

ພະນັກງານການບິນລາວ, ລາວສະກາຍເວ ແລະ ປະຊາຊົນ ຜູ້ທີ່ມີຄວາມສ່ຽງໃນທົ່ວແຂວງ.

*ຫ້າມໃນການສັກຢາກັນພະຍາດ covid-19(ແວັກຊີນ)

ຫ້າມປູ້ທີ່ເປັນພະຍາດຊຳເຮື້ອ, ເຂົ້ານອນປິ່ນປົວໃນໂຮງຫມໍ, ມີໄຂສູງ ຫລື ກຳລັງກີນຢາປິ່ນປົວ.

ຫ້າມຜູ້ທີ່ກຳລັງ ຖືກພາ(ຕັ້ງຄັນ) ແລະ ຜູ້ທີ່ມີອາຍຸສູງກວ່າ 60 ປີ ຂື້ນໄປ.

ຫ້າມຜູ້ທີ່ກຳລັງ ລ້ຽງລູກດ້ວຍນົມແມ່ ແລະ ຫ້າມຜູ້ທີ່ເປັນພູມແພ້.

ຫ້າມຜູ້ທີ່ເຄີຍເປັນລົມບ້າຫມູ ແລະ ຜູ້ທີ່ເຄີຍຊັກທີ່ຜ່ານມາ.

(ປະຕິກິລິຍາຂ້າງຄຽງຫລັງການສັກ)

ປະເພດວັກຊີນກັນພະຍາດ covid-19 sinopham(ຊີໂນຟາມ)

*ປະຕິກິລິຍາປົກກະຕິ :

ຈະມີປະຕິກິລິຍາເລັກນ້ອຍບໍລິເວນສັກ ເຊັ່ນ: ໄຄ່ , ບວມ,ແດງ ແລະ ຄັນ

ຄິງອຸ່ນໄລຍະຫນຶ່ງ, ເຈັບຫົວຖອກທ້ອງ, ບໍ່ສະບາຍຕົນ ສະບາຍໂຕ.

*ປະຕິກິລິຍາທີ່ເກີດຂື້ນຍາກເຊັ່ນ:
ອາການຄ້າຍຄືເປັນຫວັດ, ປວດຮາກ, ເຈັບກ້າມຊິ້ນ, ເຈັບຂໍ້, ວິນຫົວ, ງ່ວງຊຶມ ອາການແດງ ແລະ ໄຄ່ບວມຮຸນແຮງບໍລິເວນສັກ, ຄິງຮ້ອນຮຸນແຮງ.

*ປະຕິກິລິຍາທີ່ເກີດຂື້ນຍາກຫລາຍ ເຊັ່ນ:
ອອກຕຸ່ມຜື່ນແພ້ ອອກຜື່ນ(Henoch – Schonlein purpura)
ອາການຊ໊ອກຮຸນແຮງ.

ຂໍ້ຫ້າມຫລັງການສັກວັກຊີນ

ບໍ່ໃຫ້ກີນເຫລົ້າ,ເບຍສິ່ງມືນເມົາຕ່າງໆເປັນເວລາ 5 ວັນ ຫລັງໄດ້ສັກວັກຊີນໄປແລ້ວ.

*ຫມາຍເຫດ:ຖ້າທ່ານໃດມີອາການ ວິນຫົວລາຍຕາ,ປວດຮາກ,ຮາກ,ອອກຕຸ່ມເປັນຜື່ນແດງ,ເປັນລົມ, ໃຫ້ຮີບໄປພົບແພດດ່ວນ.ໃນສະຖານທີ່ບໍລິການສັກວັກຊີນ ແລະ ຫ້ອງສຸກເສີນໂຮງຫມໍແຂວງ.

ອ່ານເອງ

Related Articles

Leave a Reply

Your email address will not be published. Required fields are marked *

Back to top button