ຕາມຂ່າວ ອອກຈາກຄຸກແລ້ວ ສໍລະຍຸດ ຜູ້ປະກາດຂ່າວດັງໄທ ຫຼັງຈຳຄຸກມາດົນ ບອກຂໍເວລາຄິດ-ປັບໂຕ ກ່ອນຈະກັບຄືນວົງການຂ່າວອີກຄັ້ງສໍລະຍຸດໄດ້ຖືກປ່ອຍໂຕເປັນທີ່ຮຽບຮ້ອຍ ມື້ທີ່ຫຼາຍໆຄົນລໍຖ້າ ຕາມຂ່າວວ່າຈະປ່ອນຍວັນທີ 15 ມີນາ 2021

ຫຼ້າສຸດ ໄດ້ອອກມາຈາກຫ້ອງຂັງເປັນທີ່ຮຽບຮ້ອຍ ຫຼາຍຄົນຮ່ວມຕ້ອນຮັບ ຍິນດີ ລໍຖ້າໃຜກໍຄົງຈະຮູ້ດີວ່າ ສໍລະຍຸດ ຖືກຈັບຍ້ອນ ຖານສະໜັບສະໜູນເຈົ້າພະນັກງານຂອງລັດເຮັດຜິດດ້ວຍການຍັກຍອກເງິນຄ່າໂຄສະນາເກີນເວລາໃນລາຍການ “ຄົນຄຸ້ນຂ່າວ” ທາງສະຖານີຊ່ອງ 9 ອສມທ ເປັນເງິນກວ່າ 138 ລ້ານບາດ ເຫດເກີດເມື່ອ 10 ປາຍປີ ທີ່ແລ້ວ.

ຕະຫຼອດເວລາທີ່ຢູ່ໃນຫ້ອງຂັງ ເຂົາກໍບໍ່ເຄີຍຖິ້ມອາຊີບ ເພາະເຂົາເຮັດລາຍການໃນເຮືອນຈຳ “ເລື່ອງເລົ່າເຮືອນຈຳ” ລາຍງານຂ່າວຄາວໃຫ້ຄົນໃນນັ້ນໄດ້ຮູ້ມື້ນີ້ຖືກປ່ອຍໂຕແລ້ວ ແລະ ນີ້ເປັນພາບບັນຍາກາດປ່ອຍໂຕອອກມາມື້ເຊົ້ານີ້ ທັງນີ້ ສື່ຂ່າວໄທ ລາຍງານວ່າ ສໍລະຍຸດ ຂໍເວລາຄິດ ທົບທວນ ປັບປຸງຕົນເອງ ກ່ອນຈະຫັນຄືນສູ່ວົງການຂ່າວ … ເປັນແນວໃດຖ້າຕິດຕາມເດີ້.

ອອກຈາກຄຸກແລ້ວ ສໍລະຍຸດ ຜູ້ປະກາດຂ່າວດັງໄທ ຫຼັງຈຳຄຸກມາດົນ.
