ບໍລິສັດ ລາວ ອິນຟິນິຕີ້ ຈຳກັດແມ່ນກຸ່ມບໍລິສັດຮ່ວມທຸລະກິດ, ເຊິ່ງຮ່ວມກັນສ້າງຕັ້ງຂື້ນໂດຍບໍລິສັດ ຫໍຈຽນກໍ່ສ້າງເຄຫາສະຖານ ແລະ ຂົວທາງ ຈຳກັດຜູ້ດຽວ ແລະ ກຸ່ມບໍລິສັດ SDS ຈຳກັດ ໃນເດືອນສິງຫາ ປີ 2020.
ຂອບເຂດການ ດຳເນີນທຸລະກິດຂອງກຸ່ມບໍລິສັດມີ 6 ທຸລະກິດ ເຊັ່ນ: ການພັດທະນາທີ່ດິນ, ການພັດທະນາສວນເສດຖະກິດ, ການພັດທະນາຊັບພະຍາກອນການທ່ອງທ່ຽວ, ການກໍ່ສ້າງວິສະວະກຳ, ການຄ້າສາກົນ ແລະ ການເງິນສາກົນ.
ກຸ່ມບໍລິສັດແນ່ໃສ່ ໃນການປັບປຸງແລະການດຳ ເນີນງານຂອງພື້ນຖານໂຄງລ່າງ ແລະ ການ ສະໜັບສະໜູນ ອຸດສາຫະກຳ ພື້ນຖານໂຄງລ່າງຂອງລາວເຊັ່ນ: ການຂົນສົ່ງ, ພະລັງງານ, ການຄ້າ, ການຜະລິດ ແລະ ການທ່ອງທ່ຽວ ເພື່ອປະກອບສ່ວນເຂົ້າໃນການພັດທະນາ ແລະ ຄວາມຈະເລີນຮຸ່ງເຮືອງຂອງເສດຖະກິດ ແລະ ສັງຄົມຂອງລາວ.
ອີງຕາມຄວາມຕ້ອງການດ້ານການພັດທະນາທຸລະກິດຂອງບໍລິສັດ, ປະຈຸບັນທາງບໍລິສັດຕ້ອງການຮັບສະໝັກພະນັກງານ 2 ຕໍາແໜ່ງ:
1. ພະນັກງານຜູ້ຊ່ຽວຊານດ້ານການລົງທືນ ສັງກັດໃນພະແນກການລົງທືນຂອງກຸ່ມບໍລິສັດ 2 ຕໍາແໜ່ງ
ເງື່ອນໄຂການສະໝັກ:
1. ມີຄວາມຊຳນານໃນການຟັງ, ເວົ້າ, ອ່ານ ແລະ ຂຽນພາສາຈີນ, ອັງກິດ ຫລື ລາວ ເປັນຢ່າງດີ;
2. ຄຸ້ນເຄີຍກັບວຽກງານດ້ານອຸດສະຫະກຳ ແລະ ອະສັງຫາລິມະສັບຢູ່ນະຄອນຫຼວງວຽງຈັນ, ຫຼວງພະບາງ ແລະ ເມືອງທີ່ສຳຄັນໃນລາວ. ມີຄວາມຄຸ້ນເຄີຍກັບສະພາບການລົງທືນ ແລະ ການດຳເນີນງານຂອງໂຄງການອະສັງຫາລິມະສັບ (ການຄ້າ, ອາພັດແມັດ, ໂຮງແຮມ ແລະ ອາຄານສຳນັກງານ) ຢູ່ນະຄອນຫຼວງວຽງຈັນ;
3. ມີປະສົບການເຮັດວຽກໃນການສະເໜີຂໍອານຸມັດ ແລະ ກໍ່ສ້າງໂຄງການອະສັງຫາລິມະສັບ ກັບລັດຖະບານລາວ;
4. ມີປະສົບການເຮັດວຽກໃນການສໍາຫຼວດຕະຫຼາດແບບຍຸດທະສາດ, ການຄົ້ນຄວ້າຕະຫຼາດ, ການສຶກສາຄວາມເປັນໄປໄດ້ຂອງໂຄງການ ແລະ ການຂາຍໂຄງການລົງທືນອະສັງຫາລິມະສັບໃນປະເທດຈີນ ຫລື ລາວ. ມີຄວາມສາມາດໃນການຄົ້ນຄວ້າ ແລະ ການຂາຍຕະຫຼາດອະສັງຫາລິມະສັບ;
5. ຄຸ້ນເຄີຍກັບຂະບວນການວິທະຍາສາດຂອງການວິໄຈຕະຫຼາດອະສັງຫາລິມະສັບ ແລະ ແຫຼ່ງຂໍ້ມູນໃນການລວບລວມການເກັບກຳ ຂໍ້ມູນຕະຫຼາດອະສັງຫາລິມະສັບ, ແລະ ສາມາດເຮັດວຽກເປັນທີມໄດ້ດີ;
6. ສາມາດຂັບຂີ່ຍານພາຫະນະ ຢ່າງຄ່ອງແຄ້ວ, ມີໃບຂັບຂີ່ ແລະ ຄຸ້ນເຄີຍກັບສະພາບເສັ້ນທາງໃນນະຄອນຫຼວງວຽງຈັນ;
7. ມີປະສົບໃນການເຮັດວຽກທີ່ກ່ຽວຂ້ອງກັບ ວຽກງານການຕະຫຼາດ ຫຼາຍກວ່າ 2ປີ, ມີການວາງແຜນວຽກທີ່ດີ, ວຽກງານການຂາຍອະສັງຫາລິມະສັບ ໃນບໍລິສັດອະສັງຫາລິມະສັບມາກ່ອນ. ຖ້າມີປະສົບການດ້ານຜູ້ຊ່ຽວຊານດ້ານອະສັງຫາລິມະສັບ ແລະ ການຕະຫຼາດແມ່ນຈະພິຈາລະນາເປັນພິເສດ;
8. ເງິນເດືອນ:600-1000$
Address:No 14, Pakthang Village, Sikhottabong District, Vientiane Capit
E-mail:: infinityIDM@gmail.com
ເບີ/WhatsApp: 22424424