

ຊົມເຊີຍແບບຢ່າງທີ່ດີ ເດັກຊາຍ ໃຊ້ເວລາຫວ່າງຫຼັງເລີກຮຽນ ມາຂາຍໂລຕີ, ຊ່ວງບໍ່ທັນມີລູກຄ້າ ກໍຮຽນໜັງສືໄປນຳ ເປັນອີກໜຶ່ງເລື່ອງທີ່ສ້າງຄວາມປະທັບໃຈ ແລະ ກຳລັງໃຈ ໃຫ້ກັບຫຼາຍໆຄົນ ສຳລັບເລື່ອງຈາກປະເທດເພື່ອນບ້ານ ທີ່ມີເດັກຊາຍຄົນໜຶ່ງ ຊ້ເວລາຫຼັງເລີກຮຽນ ມາຫາລາຍໄດ້ ຄືການຂາຍໂລຕີຜູ້ໃຊ້ເຟດບຸກ ສຸລິພອນ ແກ້ວທອງ ໄດ້
ເຜີຍແຜ່ ພາບ ແລະ ເລື່ອງນີ້ວ່າ ເດັກຊາຍດຸໝັ່ນຫາເງິນ ຊື່ ໂຊຟີ ຣູສດິນ ອາຍຸ 12 ປີ ສຶກສາຢູ່ ວັດທ້າຍສຳເພົາຈັງຫວັດນະຄອນສີທຳມະລາດ ປະເທດໄທມີອ້າຍເອື້ອຍນ້ອງ 3 ຄົນ


ຫຼັງຈາກເລີກຮຽນ ເຂົາຈະມານັ່ງຂາຍໂລຕີ ແລະ ເວລາຫວ່າງຈາກການຂາຍ ຊ່ວງບໍ່ທັນມີລູກຄ້າ ກໍອ່ານໜັງສື ເຮັດວຽກບ້ານໄປນຳ ຖືເປັນແບບຢ່າງທີ່ດີ ໃຊ້
ເວລາໃຫ້ເປັນປະໂຫຍດ ແລະ ໄດ້ເງິນ ຫາລ້ຽງຕົນເອງ ແບ່ງເບົາພາລະພໍ່ແມ່ຕັ້ງໃຈຮຽນ ແລະ ຫາເງິນເອງ ແຕ່ນ້ອຍໆ ອານາຄົດສະບາຍແນ່ນອນ ເບິ່ງໄວ້ເປັນແບບຢ່າງ ແລະ ລອງເຮັດແບບນີ້ເບິ່ງເດີ້ ຫວ່າງໆ.


ກໍຊອກຫຍັງເຮັດເພື່ອຫາເງິນ ແລະ ໝັ່ນຫາຄວາມຮູ້ໃສ່ຕົນເອງສະເໝີ ແບບນີ້ ບໍ່ມີມື້ອົດຕາຍ ທຸກຄົນມີຕົ້ນທຶນຕ່າງກັນ ແຕ່ສາມາດມີໄດ້ຄືກັນ ຫາກອົດທົນ ແລະ ດຸໝັ່ນ
ຊົມເຊີຍເດີ້