

ຖຽງກັນພໍແລ້ວບໍ??
ຄຽດກັນພໍແລ້ວບໍ??
ເວົ້າໃສກັນພໍແລ້ວບໍ??
ໃຈຮ້າຍກັນພໍແລ້ວບໍ??
ໂມໂຫກັນພໍແລ້ວບໍ??
ລະເລີຍກັນພໍແລ້ວບໍ??
ເສີຍຊາກັນພໍແລ້ວບໍ??
ເມື່ອໃດຈະໃສ່ໃຈກັນ??
ເຈົ້າຄິດວ່າມື້ອື່ນເຈົ້າຈະຍັງມີເຂົາຢູ່ໃນຊີວິດຢູ່ບໍ່?
ຖ້າມື້ນີ້ເປັນມື້ສຸດທ້າຍທີ່ຈະໄດ້ຢູ່ກັບເຂົາ
ເຈົ້າກໍ່ຍັງຈະເຮັດໂຕລະເລີຍແບບນີ້ຢູ່ບໍ່?
ເຈົ້າບໍ່ຄິດຈະເຮັດຫຍັງດີໆ ໃຫ້ກັນແນ່ຫວາ?
ບໍ່ຄິດຈະເບີ່ງແຍງດູແລເຂົາໃຫ້ຄືວ່າມື້ນິ ເປັນມື້ສຸດທ້າຍທີ່ຈະໄດ້ຢູ່ນຳກັນ….
ບໍ່ຄິດຈະເອົາໃຈໃສ່ກັນຄືມື້ແລກທີ່ໄດ້ເຂົ້າມາຄອບຄອງ….
ຖາມໃຈໂຕເອງເບີ່ງວ່າທຸກມື້ນີ້ເຈົ້າເຮັດຫນ້າທີ່ຄົນຮັກໄດ້ຢ່າງເຕັ້ມທີ່ແລ້ວຫລືຍັງ??
ຕ້ອງເສຍນ້ຳຕາກ່ອນບໍ່ ເຖິງຈະເຫັນຄວາມສຳຄັນ??
ກະລຸນາໃຫ້ຄວາມສຳຄັນກັບສິ່ງທີ່ຢູ່ຕໍ່ຫນ້າ
“ກ່ອນທີ່ເວລາຈະພາກຈາກກັນໄປ”
ກະລຸນາໃສ່ໃຈຄົນທີ່ຂ້າງກາຍ
“ກ່ອນທີ່ຈະບໍ່ມີໃຜຢູ່ຂ້າງໆເຈົ້າ”
#ກ໊ອບມາເຕືອນສະຕີຕົວເອງ