ຂ່າວດ່ວນ

ອຸທາຫອນເຕືອນກັນເດີ້ທຸກຄົນ ຢ່າຫລິ້ນໂທລະສັບຕອນສາກ ຢ່າປະໂທລະສັບໄວ້ບ່ອນຮ້ອນ ສ່ຽງລະເບີດອັນຕະລາຍໄດ້

ເລື່ອງນີ້ຜູ້ໃຊ້ເຟດບຸກ ນ’ນ້ຳ ເຜີ້ງ ອອກມາໂພສເຕືອນກ່ຽວກັບເລື່ອງໂທລະສັບ ສໍາລັບຜູ້ທີ່ມັກຫຼິ້ນໄປນຳ, ສາກໄປນຳ ວ່າ.

ອຸທາຫອນເດີທຸກຄົນ ດີແຕ່ແກ່ງຖິ້ມທັນ ບໍ່ຊັ້ນແລະລະເບີດໃສ່ມືຂາດ ຢ່າຫລິ້ນໂທລະສັບຕອນສາກ ຢ່າປະໂທລະສັບໄວ້ບ່ອນທີ່ຮ້ອນ ແລະຢ່າຫລິ້ນຈົນເກີນລິມິດຫລິ້ນຈົນໂທລະສັບຮ້ອນກະບໍ່ເຊົານະ ລະວັງໄວ້ໂລດ ຖ້າບໍ່ຢາກໃຫ້ເກີດເຫດການນີ້ ຂໍເຕືອນ.

ໂທລະສັບນີ້ເປັນຂອງຜົວຂ້ອຍເອງບໍ່ໄດ້ແຕ່ງເລື່ອງຫລືເຈດຕະນາພາດພິງເຖິງໃຜພຽງແຕ່ເອົາລົງເປັນອຸທາຫອນຊື່ໆ

ແມ່ນແລ້ວຄືເຮົາກໍເຫັນມາຫຼາຍແລ້ວກ່ຽວກັບເລື່ອງນີ້ ຍັງບໍ່ເກີດກັບໂຕ ບໍ່ແມ່ນວ່າຈະບໍ່ມີມື້ເກີດ ແຕ່ກັນໄວ້ກ່ອນກໍເປັນການດີ ຕໍ່ຕົນເອງ ແລະ ຄົນໃນຄອບຄົວທານ ລວມທັງສັບສິນພ້ອມເດີ້ ເຕືອນໆກັນ ແຊບອກຕໍ່ໆກັນ.

ລະ​ວັງ​ກັນ​ໄວ້​ແນ່​ເດີ້​ທຸກ​ຄົນ

Related Articles

Leave a Reply

Your email address will not be published. Required fields are marked *

Back to top button