ຫຼັກໜຶ່ງຂອງການຕົກແຕ່ງເຮືອນນອກເໜືອຈາກເລື່ອງຄວາມສວຍງາມແລ້ວ ຫຼາຍຄົນຍັງເບິ່ງເລື່ອງຄວາມເຊື່ອຕ່າງໆ ເຂົ້າມາກ່ຽວຂ້ອງນຳ ແລະ ໃກ້ໝົດປີຮັບປີໃໝ່ແບບນີ້ ບາງຄົນອາດຮູ້ສຶກວ່າຢາກຫາສິ່ງດີໆເຂົ້າເຮືອນ. ມາເບິ່ງກັນດີກວ່າວ່າ ຢູ່ເຮືອນຂອງທ່ານມີສິ່ງເຫລົ້ານີ້ເຊິ່ງຖືເປັນຄວາມອັບໂຊກໃຫ້ກັບຕົວເຮືອນ, ຖ້າມີແນະນຳໃຫ້ຟ້າວນຳອອກໄປຈາກເຮືອນ.

1.ແວ່ນທີ່ຕັ້ງຊື່ກັບຕຽງນອນ ຊິນແສຫຼາຍຄົນທັກທ້ວງສະເໝີວ່າ ການຕັ້ງແວ່ນແຍງກົງກັນຂ້າມກັບຕຽງນອນບໍ່ແມ່ນເລື່ອງທີ່ແນະນຳ ເນື່ອງຈາກການຕັ້ງແວ່ນຊື່ກັບຕຽງນອນນັ້ນ ບາງຄົນເຊື່ອວ່າມັນກະທົບກັບຄວາມສຳພັນ ແລະ ເປັນການນຳບັນຫາເຂົ້າມາໃນເຮືອນ.

2.ປະຕູໜ້າເຮືອນສີດຳ ຕາມຄວາມເຊື່ອຂອງຊາວຈີນ ສີຂອງປະຕູໜ້າເຮືອນຖືເປັນອີກເລື່ອງສຳຄັນທີ່ມີຜົນຕໍ່ການນຳໂຊກດີ ຫລື ໂຊກຮ້າຍມາໃຫ້ກັບເຮືອນ ແລະ ສີດຳກໍເປັນສີທີ່ເຊື່ອກັນວ່າອາດນຳໂຊກຮ້າຍມາສູ່ເຮືອນ.

3.ຕົ້ນໄມ້ທີ່ມີໜາມເຊື່ອກັນວ່າໜາມແຫຼມຂອງຕົ້ນໄມ້ຈະນຳໂຊກຮ້າຍມາໃຫ້ ດັ່ງນັ້ນຈຶ່ງຄວນຫຼີກເວັ້ນ.

4.ປະຕິທິນວາງຜິດບ່ອນ ເຊື່ອກັນວ່າການແຂວນປະຕິທິນໄວ້ບໍລິເວນປະຕູໜ້າເຮືອນເປັນການເຕືອນຄວາມຈຳເຖິງຊ່ວງເວລາທີ່ຜ່ານມາໃນຊີວິດ ເຊິ່ງຈະສົ່ງຜົນກະທົບໄລຍະຍາວກັບຜູ້ຢູ່ອາໄສ.

5.ຮູບພາບເຮືອຫຼົ້ມ ເປັນສັນຍາລັກຂອງຄວາມທຸກ ແລະ ສົ່ງຜົນຕໍ່ພະລັງໃນທາງລົບ.

6.ໂມງຕາຍ ຕາມຫຼັກຮວງຈຸ້ຍແລ້ວແນະນຳວ່າບໍ່ຄວນເກັບຂອງເພ ຫລື ເສຍຫາຍໄວ້ໃນເຮືອນ ໂດຍສະເພາະໂມງທີ່ຕາຍແລ້ວ ເພາະມັນໝາຍເຖິງການເສຍຊີວິດ ແລະ ອາດນຳມາເຊິ່ງຄວາມສູຍເສຍພາຍໃນເຮືອນ.

7.ພາຊະນະແຕກ ຫຼື ເພ ຂອງແຕກ, ເພ, ຫັກ ຫຼື ເສຍຫາຍບໍ່ຄວນເກັບໄວ້ໃນເຮືອນ ເພາະເຊື່ອວ່າຈະນຳແຕ່ສິ່ງບໍ່ດີເຂົ້າມາໃນຊີວິດ ແລະ ເຮືອນຂອງເຮົາ.

8.ຕົ້ນໄມ້ທີ່ຕາຍແລ້ວນອກຈາກຕົ້ນໄມ້ທີ່ມີໜາມແຫຼມແລ້ວ ການປ່ອຍໃຫ້ມີຕົ້ນໄມ້ຕາຍແລ້ວໃນເຮືອນ ຖືເປັນການປ່ອຍໃຫ້ສິ່ງບໍ່ດີ ແລະ ໂຊກຮ້າຍເຂົ້າມາໃນຊີວິດ. ດັ່ງນັ້ນຖ້າຄິດຈະປຸກຕົ້ນໄມ້ຄວນໝັ່ນເບິ່ງແຍງເອົາໃຈໃສ່ ຫລື ຄວນເລືອກຕົ້ນໄມ້ທີ່ບໍ່ຕ້ອງເບິ່ງແຍງຫລາຍແທນ.

9.ຕັ່ງໂຍກທີ່ບໍ່ມີການໃຊ້ງານ ພຽງແຕ່ຮູບພາບຕັ່ງໂຍກໄປມາແບບບໍ່ມີຄົນນັ່ງກໍຫຼອນແລ້ວ. ດັ່ງນັ້ນຈຶ່ງເຊື່ອກັນວ່າຖ້າມີຕັ່ງໂຍກທີ່ບໍ່ໄດ້ໃຊ້ງານຖືກຖິ້ມໄວ້ໃນເຮືອນ ພະລັງງານໃນດ້ານຊົ່ວຮ້າຍຈະເຂົ້າມາແທນທີ່.
ເລື່ອງເຫຼົ່ານີ້ລ້ວນເປັນຄວາມເຊື່ອສ່ວນບຸກຄົນ ລອງພິຈາລະນາ ແລະ ຕັດສິນໃຈກັນເອງຕາມຄວາມເໝາະສົມເດີ້. ເພາະບາງຄົນອາດມັກແຕ່ງເຮືອນດ້ວຍຂອງເກົ່າ ແລະ ຮູ້ສຶກວ່າການເກັບເຄື່ອງຈາກຜູ້ບັນພະບຸລຸດມັນຄືການບັນທຶກເລື່ອງລາວໃນຊີວິດ.