

ລາວໄດ້ຮັບວັກຊິນປ້ອງກັນພະຍາດໂຄວິດ19ຊຸດທຳອິດ ຈຳນວນ 132.000 ຫລອດ ໃນຈໍານວນທີ່ຈະໄດ້ຮັບທັງໝົດ 480.000 ຫລອດ ຈາກໂຄງການຮ່ວມມືເພື່ອວັກຊິນປ້ອງກັນພະຍາດໂຄວິດ19 ຫລືໂຄແວັກ ຊື່ງເປັນໂຄງການຮ່ວມມືລະຫວ່າງພັນທະມິດຮ່ວມມືດ້ານນະວັດຕະກຳເພື່ອຮັບມືກັບການລະບາດ, ອົງການກາວີ, ອົງການຍູນິເຊັບ ແລະ ອົງການອະນາໄມໂລກ.


ພິທີມອບຮັບວັກຊິນຢ່າງເປັນທາງການຈັດຂື້ນໃນຕອນເຊົ້າວັນທີ 20 ມິນາ 2021, ທີ່ສະໜາມບິນສາກົນວັດໄຕ ໂດຍການເຂົ້າຮ່ວມຂອງທ່ານ ສົມດີ ດວງດີ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງການເງິນ ມີພາກສ່ວນກ່ຽວຂ້ອງ ແລະຕາງໜ້າອົງການ ຈັດຕັ້ງສາກົນປະຈຳລາວ.


ຮອງສາສະດາຈານ ດຣ ບຸນກອງ ສີຫາວົງ ລັດຖະມົນຕີກະຊວງສາທາລະນະສຸກ ຮອງຫົວໜ້າຄະນະສະເພາະກິດເພື່ອປ້ອງກັນ ຄວບຄຸມ ແລະແກ້ໄຂການລະບາດພະຍາດໂຄວິດ19 ໃຫ້ສໍາພາດວ່າ: ວັກຊິນປ້ອງກັນໂຄວິດ19ທີ່ໄດ້ຮັບໃນຄັ້ັງນີ້.


ແມ່ນວັກຊິນແອັສຕາສະເນກາທີ່ຜະລິດຈາກສະຖາບັນວັກຊິນຂອງອິນເດຍ ແລະເປັນວັກຊິນທີ່ມີຄຸນນະພາບ ຊື່ງໃນປີນີ້ໂຄງການດັ່ງກ່າວຈະໜອງວັກຊິນເພື່ອສັກໃຫ້ປະຊາຊົນລາວໃຫ້ບັນລຸ 20 ສ່ວນຮ້ອຍຂອງປະຊາກອນໃນທົ່ວປະເທດ ໂດຍຈະສຸມໃສ່ບັນດາກຸ່ມເປົ້າໝາຍທີ່ມີຄວາມສ່ຽງກ່ອນ.


ວັກຊິນແອສຕາເຊເນກາ ໄດ້ຜ່ານຂັ້ນຕອນການທົດສອບດ້ານພັດທະນາ ແລະຄວາມປອດໄພຢ່າງເຂັ້ມງວດ, ກະຊວງສາທາລະນະສຸກ, ກົມອາຫານແລະຢາ ໄດ້ເຮັດການປະເມີນຫລັກຖານ, ຜົນປະໂຫຍດ ແລະຄວາມສ່ຽງຕ່າງໆແລ້ວ ໂດຍໄດ້ຮັບອະນຸຍາດໃຫ້ສະຖາບັນ serum ຂອງອິນເດຍສະໜອງຜ່ານໂຄງການ ໂຄແວກ ແລະໄດ້ຮັບການອະນຸມັດໃຫ້ນໍາໃຊ້ສຸກເສີນຂອງອົງການອະນາໄມໂລກ ໃນວັນທີ 15 ກຸມພາ 2021.