ຈາກການວິໄຈພົບວ່າ ຢອດອ່ອນໝາກມ່ວງຫິມະພານ ແລະ ໃບມັນປູມີສານຕ້ານອະນຸມູນອິດສະຫຼະສູງ ແລະ ມີສານຊະລໍຄວາມແກ່ຫຼາຍກວ່າໝາກໄມ້ຕະກູນເບີຮີ່ຈາກຕ່າງປະເທດຫຼາຍເທົ່າ ຫາກກິນເປັນປະຈຳຈະສາມາດປ້ອງກັນພະຍາດມະເຮັງໄດ້

ຈາກການວິໄຈຂອງສະຖາບັນວິໄຈໂພສະນາການ ມະຫາວິທະຍາໄລມະຫິດົນເລື່ອງສານອາຫານ ແລະ ຄຸນສົມບັດການຕ້ານອະນຸມູນອິດສະຫຼະຂອງຜັກພື້ນບ້ານບາງຊະນິດຂອງພາກໃຕ້ ຊຶ່ງຫາງ່າຍລາຄາຖືກປູກ ແລະ ຂຶ້ນເອງຕາມທຳມະຊາດ

ຈາກການສຶກສາຜັກພື້ນບ້ານພາກໃຕ້ 23 ຊະນິດພົບວ່າ ຢອດໝາກມ່ວງຫິມະພານມີການຕ້ານອະນຸມູນອິດສະຫຼຫຼືສານຊະລໍຄວາມແກ່ເປັນຈຳນວນຫຼາຍ ສານນີ້ສາມາດຢັບຢັ້ງການທຳລາຍເຊລຂອງຮ່າງກາຍ ເຮັດໃຫ້ເບິ່ງອ່ອນກວ່າໄວສຸຂະ ພາບດີແຂງແຮງ

ຮອງລົງມາຄືຢອດໃບມັນປູໂດຍມີສານປະກອບຊະລໍຄວາມແກ່ຕະກູນໂພລິຟີນອນສູງກວ່າຜັກທຳມະດາ ເຊັ່ນ ຜັກຄະນ້າ ບັອກໂຄລີ່ ຜັກຂົມ ເຖິງ 43 ເທົ່າແລະ ຫຼາຍກວ່າໝາກໄມ້ຕະກູນເບີຮິີ.

ທີ່ຍອມຮັບກັນວ່າເປັນໝາກໄມ້ທີ່ມີສານຊະລໍຄວາມແກ່ເຖິງ 6 ເທົ່າ ນອກຈາກນີ້ຍັງມີວິຕາມິນຊີ ວິຕາມິນອີ ເບຕ້າແຄໂຣທີນ ແລະ ລູທີນ (ຊ່ວຍບຳລຸງສາຍຕາ) ໃນປະລິມານທີ່ສູງກວ່າຕະກູນເບີຮີອີກດ້ວຍ

ມີງານວິໄຈໃນຕ່າງປະເທດພົບວ່າຜັກ ຫຼື ໝາກໄມ້ທີ່ມີສານຕ້ານອະນຸມູນອິດ ສະຫຼະສູງຈະມີລິດຕ້ານການອັກເສບຊ່ວຍຫຼຸດຄວາມສ່ຽງຂອງມະເຮັງບາງຊະນິດ ພະຍາດຫົວໃຈ ແລະ ຕໍ້ກະຈົກໄດ້

ຈຶ່ງໄດ້ມີການທົດລອງນຳເຊລມະເຮັງລຳໄສ້ໃຫຍ່ມາທົດສອບໃນລະດັບຫຼອດທົດລອງພົບວ່າ ສານຕ້ານອະນຸມູນອິດສະຫຼະຂອງຜັກທັງ 2 ຊະນິດຄືຢອດໝາກມ່ວງຫິມະພານ ແລະ ຢອດໃບມັນປູມີລິດຢັບຢັ້ງການຈະເລີນເຕີບໃຫຍ່ຂອງເຊລມະເຮັງໄດ້
