ປະຕິຮູບຍົກເຊັດ! ຈີນຫ້າມໂຮງຮຽນ ຈັດອັນດັບຄະແນນສອບເສັງ ຄຸມປະລິມານວຽກບ້ານ ປະເມີນຄູຈາກພັດທະນາການຂອງເດັກນັກຮຽນ


ປະຕິຮູບຍົກເຊັດ ຈີນຫ້າມໂຮງຮຽນ ຈັດອັນດັບຄະແນນສອບເສັງ ຄຸມປະລິມານວຽກບ້ານ ປະເມີນຄູຈາກພັດທະນາການຂອງເດັກນັກຮຽນ.


ໜ່ວຍງານລັດຂອງຈີນເຜີຍແຜ່ເອກະສານສະບັບຫຼ້າສຸດ ໄດ້ສັ່ງຫ້າມບໍ່ໃຫ້ໂຮງຮຽນລະດັບປະຖົມ ແລະ ມັດທະຍົມສຶກສາຕອນຕົ້ນ ເປີດເຜຍຄະແນນສອບເສັງ ແລະ ການຈັດອັນດັບຄະແນນຂອງນັກຮຽນ.
ແນວທາງປະຕິບັດເພື່ອປະເມີນຄຸນະພາບການສຶກສາພາກບັງຄັບຂອງຈີນສະບັບນີ້ ເຜີຍແຜ່ໂດຍກະຊວງສຶກສາທິການ ກັບໜ່ວຍງານຂອງລັດອີກ 5ແຫ່ງ ມຸ້ງແກ້ໄຂບັນຫາການຢືດຕິກັບຄະແນນສອບເສັງ ອັດຕາການສະມັກຮຽນ, ວຸດທິການສຶກສາ, ງານວິໄຈ ແລະຕຳແໜ່ງໃນພາກການສຶກສາ ເກີນສົມຄວນ.


ເອກະສານຮຽກຮ້ອງໃຫ້ໂຮງຮຽນຄວບຄຸມຄວາມຖີ່ຂອງການຈັດການການສອບເສັງຢ່າງເຂັ້ມງວດ ພ້ອມປັບປຸງປະລິມານວຽກບ້ານ ແລະ ເວລາທີ່ນັກຮຽນໃຊ້ໃນການເຮັດວຽກບ້ານ ເພື່ອລົດແຮງກົດດັນທາງດ້ານການສຶກສາຂອງເດັກ.


ແນວທາງປະຕິບັດລະບຸໄວ້ໃຫ້ປະເມີນຄູໂດຍອີງຈາກການພັດທະນາການຮອບດ້ານຂອງເດັກຮ່ວມກັບຜົນການສຶກສາເຊິງວິຊາການ ພ້ອມແນະນຳໃຫ້ເລີກຢືດຕິກັບຄະແນນ ແລະ ອັດຕາການສະໝັກຮຽນພຽງຢ່າງດຽວ.