

ມື້ວັນທີ21 ມີນາ 2021 ພໍ່ແມ່ໄດ້ໃຫ້ລູກຊາຍໄປລ້ຽງົວຄວາຍກິນຫຍ້າຢູ່ທົ່ງນາ
ມື້ນີ້ຕອນບ່າຍໄດ້ມີພາຍຸມາກະທັນຫັນແລະມີຝົນຕົກຟ້າຮ້ອງຟ້າຜ່າຕາມມາດ້ວຍ ຈຶ່ງເຮັດໃຫ້ລູຊາຍທີ່ໄປລ້ຽງສັດນັ້ນໄປລົບຝົນຢູ່ຖຽງນາ
ປະຊາຊົນເລົ່າວ່າເຂດຖຽງນານັ້ນມີຕົ້ນໄມ້ໃຫຍ່ຕົ້ນໜຶ່ງຢູ່ໃກ້ຖຽງປະມານເມັດກວ່າ2ເມັດ ສະນັ້ນຟ້າໄດ້ຜ່າຕົ້ນໄມ້ຕົ້ນນັ້ນແລ້ວຊ໋ອດມາຖືກລາວຢູ່ໃນຖຽງ
ເຮັດໃຫ້ລາວຕົກຖຽງລົງສູ່ພື້ນແລ້ວເສຍຊີວິດຄາທີ່ ຫຼັງຈາກຝົນແລະພາຍຸຢຸດ ຈຶ່ງໄດ້ມີຜົນລະເມືອງເຂດນັ້ນຜ່ານມາພົບເຫັນແລ້ວໄດ້ມາແຈ້ງໃຫ້ບ້ານ
ທາງບ້ານຈຶ່ງໄດ້ແຈ້ງພໍ່ແມ່ປະຊາຊົນເອົາໄຖໄປພາມາບ້ານເພື່ອນຳໄປທຳພິທີທາງສາສະໜາຂອງຄອບຄົວ.


ສ່ວນສາເຫດຟ້າຜ່າຄັ້ງນີ້ແມ່ນບໍ່ຮູ້ລາຍອຽດເທື່ອຕາມການບອກເລົ່າວ່າ ລາວມີໂທລະສັບໜຶ່ງເຄື່ອງແຕ່ອາດຈະບໍ່ແມ່ນສາເຫດທີ່ລາວຫຼີ້ນໂທລະສັບ ເພາະຕອນໄປເກັບສາກສົບຂອງລາວແມ່ນເຫັນລາວໄດ້ເອົາໂທລະສັບໃສ່ຖົງຢາງມັດໄວ້ໃສ່ຖົງເປ້ລາວວາງໄວ້ຢູ່ຖຽງໂດຍບໍ່ຕິດໂຕລາວ
ຈັ່ງໃດກໍ່ຂໍໃຫ້ເຫດການຄັ້ງນີ້ເປຫນອຸທາຫອນໃຫ້ທຸກຄົນມີສະລະວັງຕົວໂດຍສະເພາະໃນຍາມມີຝົນຕົກຟ້າຮ້ອງຟ້າຜ່າ ບໍ່ຄວນໄປຫີຼ່ຝົນຢູ່ໃຕ້ກົກໄມ້ເດັດຂາດ.


ສະຖານທີ່ໃນເຫດການຄັ້ງນີ້ແມ່ນເກີດຢູ່ ບ້ານ ທົ່ງນາມີ, ເມືອງ ປາກກະດິງ, ແຂວງບໍລິຄໍາໄຊ. ຜູ້ປົກຄອງຂອງຜູ້ເສຍຊີວິດແມ່ນ ທ ຫວາຊາ ລໍ່.
ຂໍສະແດງຄວາມເສຍໃຈນຳຄອບຄົວທີ່ສູນເສຍລູກຊາຍໃນຄັ້ງນີ້ດ້ວຍ..