

ເຖິງ: ສະຫາຍ ທອງລຸນ ສີສຸລິດເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ,ປະທານປະເທດແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວທີ່ ນະຄອນຫຼວງວຽງຈັນ.
ຂ້າພະເຈົ້າຮູ້ສຶກດີໃຈເປັນຢ່າງຍິ່ງເມື່ອໄດ້ຊາບຂ່າວວ່າ ໃນກອງປະຊຸມຄັ້ງປະຖົມມະລຶກຂອງສະພາແຫ່ງຊາດ ສະໄໝ ທີ IX ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ, ສະຫາຍໄດ້ຮັບຄວາມໄວ້ເນື້ອເຊື່ອໃຈ ເລືອກຕັ້ງໃຫ້ດໍາລົງຕຳແໜ່ງ ເປັນ ປະທານປະເທດ. ຕາງໜ້າພັກ, ລັດຖະບານ ແລະ ປະຊາຊົນຫວຽດນາມ, ຂ້າພະເຈົ້າຂໍສະແດງຄວາມຊົມເຊີຍຍິນດີຢ່າງສຸດອົກສຸດໃຈມາຍັງສະຫາຍ.
ການທີ່ສະຫາຍຖືກຮັບເລືອກໃຫ້ດໍາລົງຕຳແໜ່ງເປັນປະທານປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ສະແດງໃຫ້ເຫັນເຖິງການຕີລາຄາສູງ ແລະ ຄວາມໄວ້ເນື້ອເຊື່ອໃຈອັນເດັດຂາດ ຂອງພັກ, ລັດຖະບານ ແລະ ປະຊາຊົນລາວ ຕໍ່ກັບການປະກອບສ່ວນອັນຍິ່ງໃຫຍ່, ສຳຄັນຂອງສະຫາຍ ເຂົ້າໃນພາລະກິດປະຕິວັດ ແລະ ວຽກງານການພັດທະນາເສດຖະກິດ-ສັງຄົມຂອງລາວ. ຂ້າພະເຈົ້າເຊື່ອໝັ້ນຢ່າງໜັກແໜ້ນວ່າ ດ້ວຍຄວາມສາມາດ, ຄວາມເຊື່ອໝັ້ນ, ປະສົບການອັນໃຫຍ່ຫຼວງຂອງສະຫາຍ, ສະຫາຍຈະນຳພາປະເທດຊາດ ແລະ ປະຊາຊົນລາວອ້າຍນ້ອງ ປະຕິບັດສຳເລັດຕາມມະຕິກອງປະຊຸມຄັ້ງທີ XI ຂອງ ພັກປະຊາຊົນ ປະຕິວັດ ລາວ ແລະ ແຜນພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ 5 ປີ ຄັ້ງທີ IX ໃນໄລຍະ 2021–2025.
ຂ້າພະເຈົ້າມີຄວາມຮູ້ສຶກປິຕິຍິນດີ ເປັນຢ່າງຍິ່ງ ທີ່ເຫັນວ່າ, ໃນໄລຍະເວລາທີ່ຜ່ານມາ, ສາຍພົວພັນທີ່ສະໜິດແໜ້ນ, ຊື່ສັດ, ບໍລິສຸດ ທີ່ມີໜຶ່ງດຽວ ລະຫວ່າງສອງປະເທດຂອງພວກເຮົາ ແມ່ນສືບຕໍ່ໄດ້ຮັບການຮັດແໜ້ນຢ່າງບໍ່ຢຸດຢັ້ງ, ເພື່ອຜົນປະໂຫຍດຂອງປະຊາຊົນທັງສອງຊາດ, ປະກອບສ່ວນເຂົ້າໃນການສ້າງສາ ສັນຕິພາບ, ສະຖຽນລະພາບ ແລະ ການພັດທະນາອັນສີວິໄລ ຂອງພາກພື້ນ. ຂ້າພະເຈົ້າມີຄວາມມຸ້ງຫວັງສືບຕໍ່ເຮັດວຽກຮ່ວມກັບສະຫາຍຢ່າງໃກ້ຊິດ ຮ່ວມກັບສະຫາຍ ເພື່ອເສີມຂະຫຍາຍ ສາຍພົວພັນມິດຕະພາບທີ່ຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ຫວຽດນາມ – ລາວ ໃຫ້ນັບມື້ນັບແຕກດອກອອກຜົນ, ສວຍສົດງົດງາມຍິ່ງຂຶ້ນ.ອວຍພອນໄຊໃຫ້ທ່ານ ມີສຸຂະພາບເຂັ້ມແຂງ, ມີຄວາມຜາສຸກ ແລະ ປະສົບຜົນສໍາເລັດໃນໜ້າທີ່ອັນຍິ່ງໃຫຍ່ກວ່າເກົ່າຂອງຕົນ.ນະຄອນຫຼວງຮ່າໂນ້ຍ, ວັນທີ 22 ມີນາ 2021
ຫວຽນ ຝູ ຈ້ອງເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມູນິດຫວຽດນາມ,ປະທານປະເທດແຫ່ງ ສາທະລະນະລັດ ສັງຄົມນິຍົມ ຫວຽດນາມ