

ໃຜພົບເຫັນ ຄົນບຸກຄະລິກ ແບບນີ້ ເບີໂທເບີນີ້ 020 29422245 ລັກສະນະ ອວບ ຂາວ ສູງ 160 ອາຍຸປະມານ 40 ປາຍປີ ຂີ່ລົດເກງ ສີຂາວ ບໍ່ມີປ້າຍ ແຕ່ງໂຕດູດີ ອ້າງເປັນພະນັກງານລັດ ໃຫ້ເຂົ້າມາຫາພົວພັນແລກປ່ຽນນຳ ຫ້ອງການລັດ ໃສ່ແວ່ນຕາ ຜ້າປິດປາກ ຄຳເວົ້າຈາ ລົມດີ ມີແຕ່ໂທ ແລະ ນັດເຈີ ກັນ ເພື່ອມີການເຮັດທຸລະກຳການເງິນ ແລກປ່ຽນເງິນ ຈຳນວນ 36.000$ ແລະ ສວຍໂອກາດ ເອົາເງິນຂ້ອຍໃປ ( ດີແຕ່ຂ້ອຍກັບເອື້ອຍຂ້ອຍ ຍັງມີຊີວິດຫຼອດກັບມາ ) 😔


ເຮັດໃຫ້ຫຼົງເຊື່ອ ແບບບໍ່ມີ ທີ່ຕິໄດ້ເລີຍ ແຈ້ງຫາແນ່ເດີ້ ໃຜໃຫ້ ຂໍ້ມູນ ນຳຈັບໄດ້ ຈະໃຫ້ 20.000.000 ກີບຕອບແທນ ຕອນນີ້ ທາງເຮົາ ໄດ້ແຈ້ງຄວາມໄວ້ແລ້ວ ດຳເນີນການທຸກຈຸດ ທັງກ້ອງວົງຈອນປິດ ບຸກຄົນນີ້ ໄດ້ກໍ່ຄະດີ ມາແລ້ວ ເກືອບ 20 ຄັ້ງຕິດຄຸກມາແລ້ວ ຫຼາຍຄັ້ງ ແຕ່ຖືກປ່ອຍໂຕມາ ມາເລາະ ຕົວະຕົ້ມ ສວຍໂອກາດ ເຮັດໃຫ້ ຂ້ອຍ ໄດ້ຮັບຄວາມເສຍຫາຍ ຕາມທີ່ແຈ້ງຄວາມນີ້ ໂດຍການ ລົມ ເອົາຂໍ້ມູນຄອບຄົວ ຕີສະນິດ ຮູ້ຈັກເຮົາ ແລະ ຮູ້ຂໍ້ມູນເຮົາ ທຸກຢ່າງ ເປັນຢ່າງດີ ຈົນຂ້ອຍຈັບພິລຸດບໍ່ໄດ້ ( ຄືຖືກມົນສະກົດ )


ມາຮູ້ໂຕອີກຄັ້ງ ຂ້ອຍພາດແລ້ວ ໃຜທີ່ເຈີກໍລະນີແບບນີ້ ຕິດຕໍ່ກັບ ຫາຂ້ອຍແນ່ເດີ້ ຫຼື ແຈ້ງເຈົ້າໜ້າທີ່ ເພື່ອຈະໄດ້ ເບາະແສ ນຳຫາໂຕມາລົງໂທດໃນໄວໆນີ້ ເຊີ່ງຂ້ອຍກາບໍ່ໄດ້ໃປຄົນດຽວ ແຕ່ຂ້ອຍກາຍັງບໍ່ສາມາດ ເອົາສະນະ ພວກຕົ້ມຕຸນ ທີ່ມີເລ່ລ່ຽມ 108 ປະການນີ້ໄດ້ ເຫດເກີດຢູ່ ໜ້າປະຕູ ກະຊວງປ້ອງກັນປະເທດ ໃນເວລາ 14:00-15:00 ວັນທີ່ 23/3/2021ຂ້ອຍເຮັດທຸລະກິດນີ້.


ມາ 3 ປີ ຫາລ້ຽງຊີບມາ ມີປະສົບການ ຂ້ອຍບໍ່ເຄີຍຄິດວ່າ ຂ້ອຍຈະເຈີເຫດການນີ້ ເກີດຂື້ນ ບໍ່ເຄີຍເອົາເງິນໃຫ້ໃຜກ່ອນ ບໍ່ເຄີຍໂອນໃຫ້ໃຜກ່ອນ ທຸກຢ່າງຮອບຄອບ ແຕ່ເປັນຫັຍງ ຂ້ອຍຖາມຕົນເອງ ຮູ້ໂຕອີກຄັ້ງ ມັນເກີດຫັຍງຂື້ນກັບຂ້ອຍ ແລະ ເປັນຫັຍງຄືເປັນແບບນີ້ 10 ນາທີປ່ຽນຊີວິດຂ້ອຍ ( ຖ້າຫຼາຍຄົນ ບໍ່ຢາກເຈີຄືຂ້ອຍ ມີເບາະແສ ມີຂໍ້ມູນ ໃຫ້ມີສະຕິ ແລ້ວ ແຈ້ງກັບ ຫາແນ່ ເພື່ອຈະບໍ່ໃຫ້ ຄົນບໍ່ດີ ລອຍນວນອີກ )
ບົດຮຽນ ຂ້ອຍໃນຄັ້ງນີ້ ສອນໃຫ້ຂ້ອຍຮູ້ວ່າ ບໍ່ມີຫັຍງແນ່ນອນໃນຊີວິດນີ້ ບຸກຄົນບໍ່ດີຕັ້ງໃຈເຂົ້າມາຫາເຮົາ ເຂົາຈະເຮັດທຸກວິທີທາງເພື່ອຈະ ໂກ່ງເຮົາ ເອົາຂອງເຮົາ ທຸກວິທີທາງ ແລະ ສີ່ງສຳຄັນ ຄົນໃກ້ໂຕເຮົາ ອັນຕະລາຍທີ່ສຸດ ຂ້ອຍຈະນຳໃຫ້ເຖີງທີ່ສຸດ ແລະ ຂໍໃຫ້ສິ່ງສັກສິດ ເປີດຕາທິບ ໃຫ້ຂ້ານ້ອຍເຈີ ຄົນທີ່ເຮັດບໍ່ດີນພຂະນ້ອຍໄວໆນີ້.
ຕອນນີ້ ຂ້ອຍໄດ້ ພາດໃປແລ້ວ ພາດໃຫ້ ບຸກຄົນທີ່ບໍ່ດີ ປອງຮ້າຍຂ້ອຍ ມີສີ່ງດຽວທີ່ຂ້ອຍຍືດໝັ້ນຕອນນີ້ ຂ້ອຍຕ້ອງສູ້ ເພື່ອລູກ ໃນທ້ອງ ທີ່ຖືພາຢູ່ 7 ເດືອນ ແລະ ລູກ 2 ປີ ຄອບຄົວຂອງຂ້ອຍ ຂ້ອຍເຊື່ອວ່າ ຄົນທີ່ປອງຮ້າຍເຮັດບໍ່ດີ ກັບເຮົາ ມັນຈະໄດ້ຮັບຜົນກຳຢ່າງສາສົມ ຂໍໃຫ້ທຸກຄົນເປັນຫູເປັນຕາ ຊ່ວຍຂ້ອຍແນ່ເດີ້ ຕິດຕໍ່ຫາຂ້ອຍໄດ້ 54442665
ຊົມຄຼີບ.