ປະຫວັດຄວາມເປັນມາຂອງເຈົ້າເພັດຊະລາດນາຍົກລັດຖະມົນຕີ ຜູ້ທຳອິດຂອງຊົນຊາດລາວ

ເຈົ້າເພັດຊະລາດຮັກຊາດສຸດໃຈແຕ່ຄວາມຊື່ສັດຈົງຮັກພັກດີຕໍ່ເຈົ້າຊີວິດຫຼວງພະບາງເຮັດໃຫ້ເພິ່ນໄປບໍ່ເຖິງໄຊຊະນະສຸດຍອດ.

ຄວາມຮັກຊາດ: ດ້ວຍນ້ຳໃຈຮັກຊາດຍິ່ງໃຫຍ່ດູດດື່ມ ເປັນຫ່ວງນຳປະຊາຊົນລາວ ນັບແຕ່ມີໂອກາດ ເຈົ້າເພັດຊະຣາດກໍໄດ້ທຸ່ມເທ ຈິດໃຈ ເຫື່ອແຮງສະຕິປັນຍາດຳເນີນການທຸກຢ່າງ ເພື່ອຄວາມເປັນເອກະລາດແຫ່ງຊາດ ແລະເຕົ້າໂຮມແຜ່ນດິນທີ່ແຕກແຍກເປັນເອກະ ພາບ.

ສອງສິ່ງນີ້ ເປັນຄວາມໃຝ່ຝັນສູງສຸດຂອງເພິ່ນ ແລະ ຂອງປະຊາຊົນລາວ.

ເລີ່ມດ້ວຍຕໍ່ສູ້ໃຫ້ຝຣັ່ງປ່ຽນແປງລະບຽບຂ້າລາຊະການ ເພື່ອໃຫ້ຂ້າຊະການລາວກ້າວໜ້າແລະມີຄວາມຮັກຊາດບ້ານເມືອງ, ເອົາໃຈໃສ່ຟື້ນຟູ ພາສາ ສາສະໜາ ວັດທະນະທຳ, ຕໍ່ສູ້ຄັດຄ້ານການເອົາອານາຈັກຫຼວງພະບາງໄປເປັນເມືອງຂຶ້ນໂດຍກົງ(ຄືກັບວຽງຈັນ)ຂອງຝຣັ່ງ ໃຫ້ຫຼວງພະບາງເປັນລັດອາລັກຂາ, ທາບທາມຄວາມເຫັນບັນດາຂ້າລາຊະການແລະປະຊາ ຊົນໃນ4 ແຂວງ:

ຄຳມ່ວນ ສະຫວັນນະເຂດ ສາລະວັນ ແລະຈຳປາສັກເພື້ອລວມແຜ່ນດິນປັນເອກະພາບ ເມື່ອເຫັນດີນຳກັນແລ້ວກໍຮ່າງຣາຊະອົງການສະເໜີເຈົ້າຊີວິດສີສະຫວ່າງວົງ(ແຕ່ເຈົ້າຊີວິດບໍ່ເຫັນດີນຳ). ພະອົງຮັກເຊື້ອແພງຊາດຢ່າງແທ້ຈິງ.

ຄວາມຮັກຊາດຂອງພະອົງຍັງສະແດງອອກ ພາຍຫູັງການປະກາດເອກະລາດ12 ຕຸລາແລ້ວ ພະອົງກໍມີໃຈສະໜັບສະໜູນຄະນະ ລປລ. ຢ່າງເຕັມທີ່ ເມື່ອຝຣັ່ງກັບມາຍຶດລາວເທື່ອໃໝ່ ພະອົງ ກໍຄືຄະນະລັດຖະບານລາວອິດສະລະ ໄດ້ອົບພະຍົບໄປຢູ່ໄທ 1946 ພະອົງຍິນດີເປັນປະ ມຸກໃຫ້ແກ່ຄະນະລັດຖະບານລາວອິດສະລະ ( 1ທັນວາ 1946 ແຕ່ງຕັ້ງຕົວແທນກຳລັງເຂດເໜືອ(ທ່ານພູມີ ວົງວິຈິດ) ຊ່ວຍເຫຼືອ ແລະຊີ້ນຳລັດຖະບານລາວອິດສະລະຢ່າງຕໍ່ເນືອ່ງ;

ເມື່ອບຸກຄົນຈຳນວນຫຼາຍໃນຄະນະລັດຖະບານລາວອິດສະລະຍອມໄປຮ່ວມກັບຝຣັ່ງ (1949) ແຕ່ເຈົ້າເພັດຊະຣາດແລະເຈົ້າສຸພານຸວົງພ້ອມດ້ວຍຜູ້ຮັກຊາດອື່ນໆບໍ່ຍິນຍອມ ເພາະເຫັນການມອບເອກະລາດໃຫ້ລາວຂອງຝຣັ່ງເປັນພຽງລະຄອນ ດັ່ງນັ້ນ ພະອົງຈຶ່ງປະກາດຈະຕໍ່ສູ້ເພື່ອຂັບໄລ່ຝຣັ່ງຈົນເຖິງທີ່ສຸດ.

ພາຍຫຼັງກັບມາແຕ່ໄທ (1957) ພຽງສອງວັນພະອົງໄດ້ໄປຢ້ຽມຢາມເຈົ້າສຸພານຸວົງ ທີ່ຊຳເໜືອໂລດ ນັ້ນສະແດງ ວ່າຍຶດໝັ້ນສະໜັບສະໜູນແນວທາງຂອງເຈົ້າສຸພານຸວົງຢ່າງເຕັມທີ່.

ຄວາມຊື່ສັດ ຈົງຮັກພັກດີຕໍ່ເຈົ້າຊີວິດຫຼວງພະບາງ: ເດີມທີເຈົ້າຊີວິດສີສະຫວ່າງວົງ(1904-1959) ບໍ່ໄດ້ແຕ່ງຕັ້ງເຈົ້າເພັດຊະຣາດເປັມະຫາອຸະຮາດ(ຮອງເຈົ້າຊີວິດ)ຫຼືນາຍກລັດຖະມົນຕີ ເພາະຢ້ານວ່າເຈົ້າເພັດຊະຣາຊະຈະບໍ່ຊື່ສັດ ຍາດຊີງລາຊະບັນລັງຂຶ້ນເປັນເຈົ້າຊີວິດແທນ, ແຕ່ເມື່ອໄດ້ຮັບການແຕ່ງຕັ້ງ(1941) ເຈົ້າເພັດຊະຣາດກໍຕອບແທນດ້ວຍຄວາມຊື່ສັດ ຈົງຮັກພັກດີຈົນສິ້ນຊີວິດ.

ຄວາມຊື່ສັດ ຈົງຮັກພັກດີນີ້ເອງກັ້ນຂວາງບໍ່ໃຫ້ເພິ່ນສຳເລັດຈຸດປະສົງຂອງຕົນ ຈົນນຳໄປສູ່ຄວາມເສຍໃຈໃນທີ່ສຸດຂອງເພິ່ນ.

ເຈົ້າເພັດຊະຣາດກຽມການທຸກຢ່າງເພື່ອປະກາດເອກະລາດ ແລະໂຮມແຜ່ນດິນລາວ ປະຊາ ຊົນລາວພ້ອມທຸກຢ່າງເພື່ອໃຫ້ພະອົງເປັນຜູ້ນຳພາ ຂໍຮ້ອງແລະ ເຊີດຊູພະອົງຂຶ້ນເພື່ອໃຫ້ເປັນເຈົ້າຊີວິດອົງໃໝ່ຂອງປະເທດລາວເອກະລາດ ແຕ່ເຈົ້າເພັດຊະຣາດ “ບໍ່ຮັບ”

ເຈົ້າເພັດຊະຣາດປະຕິເສດຕຳແໜ່ງຜູ້ນຳ ຍ້ອນ: ຈົງຮັກພັກດີຕໍ່ເຈົ້າຊີວິດ ເພິ່ນບໍ່ຢາກເປັນຄົນທໍລະຍົດ ບໍ່ຢາກເປັນກະບົດຕໍ່ເຈົ້າຊີວິດຫຼວງພະບາງ, ເພິ່ນຍິນດີມອບຄວາມຝັນຂອງຕົນ ໃຫ້ຄົນອື່ນປະຕິບັດແທນ. ພະອົງບໍ່ກ້າຂຶ້ນໄປຢືນປະກາດເອກະລາດແລະໂຮມແຜ່ນດິນດ້ວຍຕົນເອງ ທັງໆທີ່ປະຊາຊົນທັງຊາດຫວັງເພິ່ງປາລະມີຂອງເພິ່ນໃນ ວັນທີ12 ຕຸລາ1945.

ໂອກາດພັນປີມີເທື່ອໜຶ່ງ ແຕ່ເຈົ້າເພັດຊະຣາດກັບປະຕິເສດ ເສຍເອງ.!!!

ເຈົ້າເພັດຊະຣາດໄດ້ຮັບການຕອບແທນຄວາມຈົງຮັກພັກດີ ຊື່ສັດຂອງຕົນດ້ວຍລາຊະອົງການປົດຕຳແໜ່ງ (10.10.1945) ກ່ອນການປະກາດເອກະລາດພຽງສອງວັນ.

ຜົນສະທ້ອນຈາກການຕັດສີນໃຈຂອງເຈົ້າເພັດຊະລາດ ໃຫຍ່ຫຼວງນັກ ໃນບາດລ້ຽວແຫ່ງປະຫວັດສາດ ເຈົ້າເພັດຊະຣາດກັບລັງເລ ບໍ່ກ້າຫານ ເດັດດ່ຽວ ເດັດຂາດເປັນຕາຍ.

ພະອົງບໍ່ຢາກເຮັດລັດຖະປະຫານ ບໍ່ຢາກໂຄ່ນບັນລັງເຈົ້າຊີວິດ ບໍ່ຢາກຖືກຫາວ່າທໍລະຍົດແຕ່ປະຊາຊົນລາວ ບໍ່ຢ້ານຄືເພິ່ນເຖິງວ່າບໍ່ມີເຈົ້າເພັດຊະຣາດນຳພາ ປະຊາຊົນກໍສາດປະກາດເອກະລາດ ປະກາດໂຮມແຜ່ນດິລາວແລະຍຶດອຳນາດໂຄ່ນລົ້ມເຈົ້າຊີວິດຫຼວງພະບາງຢູ່ດີ (ໃນວັນທີ 10.10.1945) ນັ້ນເອງເພາະປະຊາຊົນເຈັບແສບເສຍໃຈທີ່ເຈົ້າຊີວິດປົດເຈົ້າເພັດຊະຣາດ ເຫັນເຈົ້າຊີວິດບໍ່ຢາກປະກາດເອກະລາດ ແລະບໍ່ຢາກໂຮມແຜ່ນດິນ.

ຖ້າເຈົ້າເພັດຊະຣາດຍິນດີເປັນຜູ້ນຳຍິນດີເປັນກະສັດອົງໃໝ່ ປະຫວັດສາດລາວຄົງບໍ່ເປັນແນວນີ້.

ພາບເມື່ອປີ 1957 ທີ່ມະຫາອຸປະຫຼາດ ເຈົ້າເພັດຊະລາດ ລັດຕະນະວົງສາ ອອກຢ້ຽມຢາມລາຊະດອນໃນແຂວງຫຼວງພະບາງຕາມບ້ານຕ່າງໆ ຖ້າຫາກເພິ່ນພົບເຫັນບ້ານໃດ ຫຼື ເຮືອນໃດມີຫໍຜີ ເພິ່ນ ແລະ ຄະນະຕິດຕາມກໍ່ຈະມີການຈູດເຜົາຫໍຜີນັ້ນບໍ່ໃຫ້ເຫຼືອ ເພື່ອລົບລ້າງຄວາມເຊື່ອຖືຜີສາງແບບງົມງວາຍຂອງຄົນລາວ.

ເຊິ່ງເຈົ້າເພັດຊະລາດ ກໍ່ໄດ້ມີຄຸນນານັບປະການຕໍ່ຜື່ນແຜ່ນດິນລາວ ແລະ ກໍ່ເປັນນາຍົກຄົນທຳອິດແຫ່ງປະຫວັດ ສາດຂອງຊົນຊາດລາວ ພ້ອມກັນນັ້ນເພິ່ນຍັງເປັນມະຫາບູລຸດຜູ້ກອບກູ້ພາສາລາວຈາກຝຣັ່ງ ທີ່ຈະກຳນົດເອົາພາ ສາຝຣັ່ງເປັນພາສາທາງການຂອງລາວ ແຕ່ເນື່ອງຈາກຄວາມປີຊາສາມາດຂອງເພິ່ນໃນການຄັດຄ້ານຈຶ່ງເຮັດໃຫ້ຫຼຸດພົ້ນ ແລະ ມີການນຳໃຊ້ພາສາລາວດັ່ງເດີມເປັນຕົ້ນມາ ຖ້າບໍ່ດັ່ງນັ້ນ, ພາສາລາວໃນປັດຈຸບັນກໍ່ຈະມີລັກສະນະຄືກັບພາສາຫວຽດນາມ ດ້ວຍເຫດນີ້ ລັດຖະບານແຫ່ງ ສປປ.ລາວ

ໃນປັດຈຸບັນ ຈຶ່ງໄດ້ກຳນົດຊື່ຮູບແບບຕົວອັກສອນຢ່າງເປັນທາງການທີ່ນຳໃຊ້ໃນລະບົບອີເລັກໂຕນິກວ່າ: ເພັດຊະລາດ (Font Phetsarath).

Related Posts

Leave a Reply

Your email address will not be published. Required fields are marked *