ຂ່າວດ່ວນ

ອອກມາແລ້ວ ແຈ້ງການ ທິດຊີ້ນໍາ ກ່ຽວກັບການສະເຫຼີມສະຫຼອງປີໃໝ່ລາວ 2021

Breaking news: ອອກມາແລ້ວ ແຈ້ງການ ທິດຊີ້ນໍາ ກ່ຽວກັບການສະເຫຼີມສະຫຼອງປີໃໝ່ລາວ 2021

ປີໃໝ່ລາວປີນີ້ ມີແຜນໄປທ່ຽວໃສ ? ມາກວດເບິ່ງ ລາຍການເຄື່ອນໄຫວ ບຸນປີໃໝ່

ມີຂໍ້ໃດຫ້າມ ມີຂໍ້ໃດແດ່ ອານຸຍາດ ໄປເບິ່ງນໍາກັນເລີຍ !!!

ແຈ້ງການ ຮຽນ: – ບັນດາທ່ານ ລັດຖະມົນຕີ, ຫົວຫນ້າອົງການທຽບເທົ່າ, ສູນກາງແນວລາວສ້າງຊາດ, ສະຫະພັນນັກຮົບເກົ່າແລະ ອົງການຈັດຕັ້ງມະຫາຊົນຂັ້ນສູນກາງ ທີ່ນັບຖື

– ທ່ານ ເຈົ້າຄອງນະຄອນຫຼວງວຽງຈັນ ແລະ ບັນດາທ່ານ ເຈົ້າແຂວງ ທົ່ວປະເທດ,

ເລື່ອງ: ທິດຊີ້ນໍາກ່ຽວກັບການສະເຫຼີມສະຫຼອງບຸນປີໃຫມ່ລາວ ປີ ພສ 2564 (ຄສ 2021).

– ອີງຕາມ ດໍາລັດ ວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວ ຂອງຫ້ອງວ່າການສໍານັກງານນາຍົກລັດຖະມົນຕີນັບເລກທີ 93/ນຍ, ລົງວັນທີ 03 ມີນາ 2017;

• ອີງຕາມ ຄໍາສັ່ງຂອງນາຍົກລັດຖະມົນຕີ ວ່າດ້ວຍການເພີ່ມທະວິມາດຕະການສະກັດກັ້ນ, ກັບການລະມາດ,ຄວນຄຸ້ມ ແລະກຽມຄວາມພ້ອມຮອບດ້ານ ເພື່ອຕ້ານພະຍາດໂຄວິດ-19, ສະບັບເລກທີ 06/ນຍ, ລົງວັນທີ23 211 2020;

– ອີງຕາມ ຜົນກອງປະຊຸມປຶກສາຫາລື ຮ່ວມກັບຂະແຫນງການຂັ້ນສູນກາງ ແລະ ນສອນຫຼວງວຽງຈັນ ໃນການກະກຽມຈັດງານສະເຫຼີມສະຫຼອງປີໃຫມ່ ລາວ ປີ ຜາ 2564 (ປີ ຄສ 2021) ໃນຄັ້ງວັນທີ 23 ມີນາ 2021:

• ອິງຕາມ ການຕົກລົງ ແລະ ຊີ້ນໍາ ຂອງທ່ານ ນາຍົກລັດຖະມົນຕີ ຄັ້ງວັນທີ 24 ມີນາ 2021.ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ ຂໍຖືເປັນກຽດແຈ້ງມາຍັງທ່ານ ຊາບວ່າ: ເນື່ອງຈາກບຸນປີໃຫມ່ປະຈໍາ ຊາດເຮົາ ປີ ພສ 2554 (ຄສ 2021) ນີ້ ຍັງມີສະພາບການລະບາດພະຍາດໂຄວິດ 19 ຢູ່ຊຸມຊົນຕ່າງໆ ໃນຂອບເຂດທົ່ວ ໂລກກໍ່ຄືປະເທດໃກ້ຄຽງ ຍັງສືບຕໍ່ແຜ່ລະບາດໃນລະດັບຕ່າງກັນ,

ສະນັ້ນ, ໃນການຈັດຕັ້ງະຫຼອງປີໃຫມ່ປີນີ້ ທົ່ວປວງຊົນລາວ ບັນດາເຜົ່າຕ້ອງໄດ້ສືບຕໍ່ປະຕິບັດມາດຕະການຕ່າງໆ ໃນການປ້ອງກັນການແຜ່ລະບາດພະຍາດດັ່ງກ່າວ ທີ່ລັດຖະບານໄດ້ວາງອອກໃນໄລຍະຜ່ານມາດ້ວຍຄວາມເປັນເຈົ້າການ ໂດຍເຂົ້າໃຈໃນບາງຈຸດຕົ້ນຕໍດັ່ງນີ້:

1, ກໍານົດວັນພັກສະຫຼອງປີໃຫ້ໃຫ້ເປັນເອກະພາບໃນຂອບເຂດທົ່ວປະເທດ ແຕ່ວັນທີ່ 14, 15 ແລະ 16 ເມສາ 2021;

2. ການຈັດຕັ້ງສະຫຼອງບຸນປີໃຫມ່ລາວ ໃຫ້ປະຕິບັດໃນຂອບຮີບຄອງປະເພນີ ແລະ ວັດທະນະທຳອັນດີງານເຊິ່ງຈະຂຶ້ນຢູ່ພາຍໃນຄອບຄົວ, ສະນັກງານອົງການ, ວັດວາອາຮາມ ແລະ ສະຖານທີ່ສັກກະລະບູຊາຕ່າງໆ (ການພາສີສູ່ຂວັນ, ການ ສ້າງພຕ່າງໆ);່

3 ກິດຈະກໍາທີ່ບໍ່ອະນຸຍາດໃຫ້ດໍາເນີນ ໃນຊ່ວງໄລຍະປີໃຫມ່: ການສະແດງສີລະປະຕົ້ນຕິຢູ່ຕາມວັດວາອາຮາມ, ສະຖານທີ່ສາທາລະນະຕ່າງໆ ລວມທັງຢູ່ຕາມຫາດ (ແຄມນໍ້າ); ການຫົດນໍ້າກັນ ແລະ ນ້ໍາເປື້ອນ, ນໍ້າສີ ຫຼື ນໍາໃຊ້ພາຫະນະ, ອຸປະກອນອື່ນໆ ເພື່ອຫົດນ້ໍາຄົນອື່ນ ຢູ່ຕາມຖະຫນົນຫົນທາງ ແລະສະຖານທີ່ຕ່າງໆ: ງານສະແດງດົນຕີ (ຄອນເສີດ), ການປະກວດນາງສັງຂານ, ແຫ່ນາງສັງຂານ, ການຈັດງານຕະຫຼາດນັດ (ເວັ້ນຢູ່ຕາມສະຖານທີ່ ລັດໄດ້ກໍານົດໄວ້);

4. ມອບໃຫ້ອົງການປົກຄອງທຸກຂັ້ນ ສົມທົບກັບກໍາລັງປະກອບອາວຸດເປັນຕົ້ນ ເພີ່ມການລາດຕະເວນຢູ່ຕາມ ບໍລິເວນຊາຍແດນ, ເຄື່ອນໄຫວເວນຍາມສະນັກງານ-ອົງການ ແລະ ຕາມບ້ານຕ່າງໆ.. ເຄັ່ງຄັດກວດຄົ້ນຄົນເຂົ້າດ່ານ ຕ່າງໆຢ່າງເຄັ່ງຄັດເພື່ອຮັກສາຄວາມສະຫງົບ, ຄວາມເປັນລະບຽບຮຽບຮ້ວຍໃຫ້ໄດ້ເປັນປົກກະຕິ!

5. ມອບໃຫ້ກະຊວງປ້ອງກັນຄວາມສະຫງັບ ສົມທົບພາກສ່ວນກ່ຽວຂ້ອງ ເອົາໃຈໃສ່ເຮົາລັງຮັກສາຄວາມສະຫງົບ, ຄວາມເປັນລະບຽບຄຽບຮ້ອຍໃນສັງຄົມ, ຕ້ານ ແລະ ແກ້ໄຂປະກົດການຫຍໍ້ໃນສັງຄົມໃຫ້ທັນການ;

6. ໃຫ້ຄະນະສະເພາະກິດສະກັດກັ້ນ ແລະ ປ້ອງກັນໂຄວິດ-19 ແຕ່ລະຂັ້ນ ສືບຕໍ່ປະຕິບັດຫນ້າທີ່ຂອງຕົນ ດ້ວຍມາດຕະການຕ່າງໆ ເພື່ອແນໃສ່ຮັບປະກັນບໍ່ໃຫ້ມີການແຜ່ລະບາດພະຍາດໂຄວິດ 19 ໃນໄລຍະສະຫຼອງປີໃຫມ່ນີ້ຢ່າງເດັດຂາດ;.

7. ໃຫ້ຂະແໜ່ງອຸດສາຫະກໍາ ແລະ ການຄ້າ ແຕ່ລະຂັ້ນ ສົມທົບພາກສ່ວນກ່ຽວຂ້ອງ ຄຸ້ມຄອງລາຄາສິນຄ້າໃຫ້ ມີຄວາມຫມັ້ນທ່ຽງ ແລະ ປົກກະຕິ, ເດັດຂາດບໍ່ໃຫ້ຜູ້ປະກອບການຕ່າງໆ ສວຍໃຊ້ຊ່ອງວ່າງ ເພື່ອຂຶ້ນລາຄາສິນຄ້າທຸກປະເພດ.

8, ໃຫ້ເຈົ້າຫນ້າທີ່ປ້ອງກັນຄວາມສະຫງົບ ແລະ ອົງການປົກຄອງທຸກຂັ້ນ ຈັດຕັ້ງຜັນຂະຫຍາຍແຈ້ງການສະນັບນີ້ ໃຫ້ສອດຄ່ອງກັບສະພາບຈຸດພິເສດຂອງແຕ່ລະບ່ອນ ລົງຕິດຕາມ, ກວດກາ ແລະ ຊຸກຍູ້ ການຈັດຕັ້ງປະຕິບັດຕົວຈິງ ແລະ ລາຍງານສະພາບການຕ່າງໆ ໃຫ້ຂັ້ນເທິງຖັດຕົນຢ່າງເປັນປົກກະຕິ;

9. ມອບໃຫ້ກະຊວງຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ ສົມທົບກັບພາກສ່ວນທີ່ກ່ຽວຂ້ອງ ເພີ່ມທະວິການໂຄສະນາ ແລະ ເຜີຍແຜ່ເນື້ອໃນແຈ້ງການສະບັບນີ້ໂດຍຕິດພັນກັບລະບຽບການສະເພາະຂອງຕົນຜ່ານສື່ຕ່າງໆ ໃຫ້ພະນັກງານ, ທະຫານ-ຕໍາຫຼວດ, ຜູ້ປະກອບການ ແລະປະຊາຊົນບັນດາເຜົ່າ ໄດ້ຮັບຮູ້ ແລະ ເຂົ້າໃຈຢ່າງທົ່ວເຖິງ ແລະຈັດຕັ້ງປະຕິບັດໃຫ້ຖືກຕ້ອງ

ດັ່ງນັ້ນ ຈຶ່ງແຈ້ງການມາຍັງທຸກພາກສ່ວນທຸກຂັ້ນໃນທົ່ວປະເທດຮັບຊາບ ແລະ ຈັດຕັ້ງປະຕິບັດໃຫ້ປະກົດຜົນເປັນຈິງ

Related Articles

Leave a Reply

Your email address will not be published. Required fields are marked *

Back to top button