ຂ່າວດ່ວນ

ສື່ຫຼັກລາວ-ຈີນເນັ້ນເສີມຂະຫຍາຍມິດຕະພາບການຮ່ວມມືເຂົ້າສູ່ລວງເລິກ

ຫວ່າງບໍ່ດົນມານີ້, ທ່ານ ເຊີ້ນໄຫສົງ ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ, ຜູ້ອໍານວຍການໃຫຍ່ສະຖານີວິທະຍຸໂທລະພາບສູນກາງຈີນ ຫຼື CMG ແລະບັນດາຜູ້ອໍານວຍການກໍ່ຄືບັນນາທິການໃຫຍ່ຂອງສື່ຫຼັກລາວ ໄດ້ສົ່ງສານອວຍພອນເຊິ່ງກັນແລະກັນ ເຊິ່ງໄດ້ອວຍໄຊໃຫ້ພອນປີໃໝ່ສາກົນກໍ່ຄືບຸນປີໃໝ່ຈີນ ທັງໄດ້ຝາກຄວາມປາຖະໜາອັນດີໃນການສືບຕໍ່ເສີມຂະຫຍາຍມິດຕະພາບການຮ່ວມມືທາງດ້ານວຽກງານສື່ມວນຊົນໃຫ້ເຂົ້າສູ່ລວງເລິກ ເນື່ອງໃນໂອກາດວັນສ້າງຕັ້ງສາຍພົວພັນທາງການທູດລະຫວ່າງລາວ-ຈີນທີ່ຈະມາເຖິງໃນອີກບໍ່ດົນນີ້.

ໃນສານອວຍພອນຂອງທ່ານ ເຊີ້ນໄຫສົງ ໄດ້ລະບຸວ່າ: ສອງປະເທດຈີນ-ລາວ ເປັນປະເທດສັງຄົມນິຍົມຖານບ້ານໃກ້ເຮືອນຄຽງທີ່ດີ ເຊິ່ງພາຍໃຕ້ການຊີ້ນໍາ-ນໍາພາຂອງການນໍາສູງສຸດຂອງສອງພັກ-ລັດ, ມິດຕະພາບຈີນ-ລາວໄດ້ຊຶມເຂົ້າໃນຈິດໃຈຂອງປະຊາຊົນສອງຊາດ ເວົ້າລວມ ເວົ້າສະເພາະ CMG ໄດ້ມີການຮ່ວມມືທີ່ດີກັບບັນດາສື່ມວນຊົນຫຼັກຂອງລາວຢ່າງສະເໝີຕົ້ນສະເໝີປາຍ.

ໃນສະຖານະການທີ່ພະຍາດໂຄວິດ-19 ໄດ້ແຜ່ລະບາດຢ່າງໜັກໜ່ວງໃນທົ່ວໂລກໃນປີທີ່ຜ່ານມາ, CMG ແລະບັນດາສື່ມວນຊົນຫຼັກຂອງລາວໄດ້ມີການຮ່ວມມືທີ່ແໜ້ນແຟນ ໂດຍຜ່ານຮູບແບບການລາຍງານຂ່າວຮ່ວມກັນ, ແລກປ່ຽນຂໍ້ມູນຂ່າວສານເຊິ່ງກັນແລະກັນ ແລະອື່ນໆ.

ໂດຍໄດ້ເຜີຍແຜ່ຂ່າວຕາມມູນຄວາມຈິງ ເຊິ່ງເປັນສຽງແຫ່ງຄວາມຊອບທໍາຢ່າງທັນການ. ປີ 2021 ເປັນປີແຫ່ງການສ້າງຕັ້ງສາຍພົວພັນທາງການທູດລະຫວ່າງ ສປປ ລາວ ແລະ ສປ ຈີນ ຄົບຮອບ 60 ປີ, CMG ຍິນດີສືບຕໍ່ຄຽງຄູ່ກັບບັນດາສື່ມວນຊົນລາວໃນການພະຍາຍາມສົ່ງເສີມມິດຕະພາບທີ່ເປັນມູນເຊື້ອ, ລົງເລິກການແລກປ່ຽນ ແລະການຮ່ວມມື ເພື່ອປະກອບສ່ວນເຂົ້າໃນການຊຸກຍູ້ການສ້າງຄູ່ຮ່ວມຊາຕາກໍາຈີນ-ລາວ.

ບັນດາຜູ້ອໍານວຍການກໍ່ຄືບັນນາທິການໃຫຍ່ຂອງສື່ຫຼັກລາວຕ່າງກໍ່ໄດ້ຝາກຄວາມຢື້ຢາມຖາມຂ່າວ ແລະອວຍພອນປີໃໝ່ຕໍ່ພະນັກງານທຸກຖ້ວນໜ້າຂອງ CMG ທັງໄດ້ທົບທວນ ແລະຕີລາຄາຜົນງານການຮ່ວມມືໃນໄລຍະຜ່ານມາກໍ່ຄືຝາກຄວາມປາຖະໜາອັນດີຕໍ່ການຮ່ວມມືໃນອະນາຄົດ.

ໃນນັ້ນ, ທ່ານ ໂພສີ ແກ້ວມະນີວົງ, ຜູ້ອໍານວຍການໃຫຍ່ວິທະຍຸກະຈາຍສຽງແຫ່ງຊາດລາວ ເຫັນດີເຫັນພ້ອມກັບທັດສະນະຂອງທ່ານ ເຊີ້ນໄຫສົງ ໃນການປະຕິບັດໜ້າທີ່ຂອງສື່ມວນຊົນ ເພື່ອຕ້ານ ແລະສະກັດກັ້ນຂ່າວປອມໃຫ້ຫຼຸດໜ້ອຍຖອຍລົງເທື່ອລະກ້າວ, ຊອກຫາມູນຄວາມຈິງເພື່ອແກ້ຂ່າວລວງ ແລະອະທິບາຍຊີ້ແຈງໃຫ້ສັງຄົມເຂົ້າໃຈຢ່າງຖືກຕ້ອງ.

ທ່ານຍັງໄດ້ຕີລາຄາສູງຕໍ່ການຮ່ວມມືລະຫວ່າງສອງຝ່າຍທີ່ໄດ້ອອກຂ່າວ ແລະແລກປ່ຽນຂໍ້ມູນຂ່າວສານເພື່ອເຜີຍແຜ່ວັດທະນະທໍາ, ຮີດຄອງປະເພນີ, ເສດຖະກິດ-ສັງຄົມໃຫ້ປະຊາຊົນສອງຊາດຮັບຮູ້ເຊິ່ງກັນແລະກັນ, ພ້ອມກັນນັ້ນຍັງໄດ້ໂຄສະນາເພື່ອສົ່ງເສີມ ແລະຮັກສາສະຖຽນລະພາບ ແລະຄວາມໝັ້ນຄົງໃນຂົງເຂດ ແລະໃນໂລກອີກດ້ວຍ. ທ່ານ ບຸນເຈົ້າ ພິຈິດ, ຜູ້ອໍານວຍການໃຫຍ່ໂທລະພາບແຫ່ງຊາດລາວກ່າວວ່າ:

ການຮ່ວມມືໃນໄລຍະ 1 ປີ ຜ່ານມາລະຫວ່າງສອງສະຖານີລາວ-ຈີນພວກເຮົາ ເປັນຜົນສໍາເລັດອັນໃຫຍ່ຫຼວງໃນວຽກງານສື່ມວນຊົນ. ລາຍການທີ່ CRI ປະຈໍາລາວ ຜະລິດ ແລະອອກອາກາດນັ້ນເປັນລາຍການທີ່ມີຄຸນນະພາບ, ສາມາດເພີ່ມສີສັນ ດຶງດູດຜູ້ຊົມໃຫ້ມາເບິ່ງໂທລະພາບແຫ່ງຊາດຫຼາຍຂຶ້ນກວ່າເກົ່າ.

ນອກນັ້ນ, ການຮ່ວມມືລະຫວ່າງສອງຝ່າຍຍັງເປັນການເພີ່ມຄວາມເຂົ້າໃຈຂອງປະຊາຊົນທັງສອງຊາດໃຫ້ນັບມື້ນັບມີຄວາມສາມັກຄີ ຮັກແພງກັນຫຼາຍຂຶ້ນຕໍ່ໄປ ພ້ອມຍັງເປັນການສົ່ງເສີມໃຫ້ແກ່ການທ່ອງທ່ຽວ, ການແລກປ່ຽນທາງດ້ານວັດທະນະທໍາ ແລະ ການລົງທຶນຂອງສອງປະເທດອີກດ້ວຍ.

ໃນທັດສະນະຂອງທ່ານ ຄໍາເຜີຍ ພິລາພາ ຜູ້ອໍານວຍການໃຫຍ່ສໍານັກຂ່າວສານປະເທດລາວແລ້ວ, ການຕ້ານຂ່າວປອມນີ້ກໍ່ເພື່ອຫວັງຢາກໃຫ້ສື່ມວນຊົນທຸກຄົນບໍ່ວ່າລາວກໍ່ຄືໂລກເຂົ້າໃຈສະພາບຫຍຸ້ງຍາກ ຍ້ອນການລະບາດຂອງພະຍາດໂຄວິດ-19 ແລະ ໃນສະຖານະການທີ່ສື່ອອນລາຍພວມຂະຫຍາຍຕົວນີ້

ມັນຍິ່ງເລັ່ງທວງໃຫ້ບັນດາສື່ມວນຊົນຫຼັກເຄັ່ງຄັດໃນການປະຕິບັດຈັນຍາບັນຂອງສື່ມວນຊົນໃນການນໍາສະເໜີແຕ່ຄວາມເປັນຈິງທີ່ສ້າງສັນ ເຊິ່ງຂ່າວສານປະເທດລາວຍິນດີຮ່ວມກັບ CMG ປະຕິບັດໜ້າທີ່ຂອງສື່ໃຫ້ດີ ເພື່ອບໍ່ໃຫ້ເກີດຄວາມແຕກຕື່ນໃນສັງຄົມ, ບໍ່ໃຫ້ແຕກແຍກຄວາມສາມັກຄີ ແລະເຮັດໃຫ້ສົງຄົມເຂົ້າໃຈຖືກຕ້ອງຕໍ່ສະພາບການຕ່າງໆຢ່າງພາວະວິໄສ.

ຂ່າວ:ທ.ຍາວ

Related Articles

Leave a Reply

Your email address will not be published. Required fields are marked *

Back to top button