ຮູ້ແລ້ວຢ່າເຮັດອີກ 3 ສິ່ງອັບປະມົງຄຸນ ທີ່ບໍ່ຄວນເຮັດຖ້າບໍ່ຢາກໃຫ້ເງິນຂາດມື ແລະມີຄວາມສຸກຕະຫຼອດໄປ
1 ຢ່າເວົ້າຈາບໍ່ເປັນມົງຄຸນ:
ສິ່ງນີ້ຖ້າເວົ້າເຖິງສຸພາສິດບູຮານຂອງລາວ ຄົງຈະໜີບໍ່ພົ້ນຄຳວ່າ “ເວົ້າດີມີສີແກ່ຕົວ ເວົ້າຊົ່ວພາຕົວມົ່ນມອງ” ເພາະຄຳເວົ້າຂອງຄົນເຮົາປຽບດັ່ງດາບສອງຄົມ
ຖ້າເວົ້າໃນສິ່ງທີ່ດີກໍຈະເກີດຜົນປະໂຫຍດ ເຊັ່ນ: ການເຮັດທຸລະກິດ ຖ້າເວົ້າແຕ່ຄຳວ່າ “ຫຼຸດທຶນ ຂາດທຶນ ເຈັ້ງ ລົ້ມລະລາຍ ແລະອື່ນໆ” ພໍເຮົາເວົ້າໃນສິ່ງລົບໆ
ສິ່ງເຫຼົ່ານີ້ກໍຈະເຮັດໃຫ້ເຮົາບໍ່ພົບກັບຄວາມຮຸ່ງເຮືອງໃນຊີວິດ ບໍ່ປະສົບຄວາມສຳເລັດ ດັ່ງນັ້ນຖ້າຢາກມີເງິນໃຊ້ບໍ່ຂາດມື ຄວນຫຼີກລຽງຄຳເວົ້າເຫຼົ່ານີ້.
2 ຢ່າຄິດເລື່ອງທຸກ:
ແນ່ນອນຄວາມຄິດຂອງຄົນເຮົາ ຫາກຄິດໃນສິ່ງດີໆກໍຈະນຳພາສິ່ງທີ່ດີເຂົ້າມາໃນຊີວິດ ບໍ່ວ່າຈະເປັນເລື່ອງຂອງການງານ ເງິນຄຳ ແລະໂຊກລາບ ແຕ່ເມື່ອໃດທີ່ເຈົ້າຄິດກ່ຽວກັບ
ເລື່ອງຫຍຸ້ງຍາກ ຫຼື ເລື່ອງທຸກໆ ໂດຍສະເພາະ ຄຳວ່າ “ບໍ່ມີເງິນ” ຫາກຄິດແບບນີ້ ຕະຫຼອດຊາດເຂົ້າກໍຈະບໍ່ມີ ເງິນ ຫາວຽກກໍຍາກ ຫາເງິນກໍລຳບາກ ທຸລະກິດກໍບໍ່ກ້າວໜ້າ ມີບັນຫາຕະຫຼອດ
ຈົນເຖິງຂັ້ນຕ້ອງປິດກິດຈະການ ຖ້າຫາກເຈົ້າຍັງບໍ່ປ່ຽນວິທີຄິດ.
3 ຢ່າຕັດໂຊກ, ຕັດລາບຂອງຕົນເອງ:
ພໍມີສິ່ງດີໆເຂົ້າມາໃນຊີວິດ ເຖິງຈະມີເປັນເລື່ອງນ້ອຍໆກໍບໍ່ຄວນເບິ່ງຂ້າມ ເພາະນັ້ນຖືເປັນໂຊກລາບຂອງຕົນເອງ ແລະຢ່າຄິດວ່າ ເປັນສິ່ງທີ່ນ້ອຍແລ້ວຈະບໍ່ສົນ
ທັງເບິ່ງຂ້າມ ແລ້ວໄປຄອງຄອຍສິ່ງໃຫຍ່ໆທີ່ມັນບໍ່ແມ່ນຂອງຕົນເອງ ແຕ່ຢ່າງໃດກໍຕາມ ຖ້າຢາກລວຍ ຫຼື ມີເງິນໃຊ້ແບບບໍ່ຂາດມື ກໍບໍ່ຕ້ອງລໍຖ້າແຕ່ວາດສະໜາ ຫຼື ໂຊກ
ເພາະສິ່ງນີ້ເຮົາສາມາດສ້າງເອງໄດ້ ແລະບໍ່ຈຳເປັນຕ້ອງຄອງບຸນນ້ອຍ ຄອງຄອຍແຕ່ວາດສະໜາ.