ຫຍ້າໄຂ່ເຫົາ ແກ້ອາການຮ້ອນໃນ


ບັນຍາຍລັກສະນະພືດສາດຈັດເປັນພືດລົ້ມລຸກ. ລຳຕົ້ນສູງ 10-30 ຊມ, ມີຂໍ້, ສີຂຽວ ຫຼື ສີແດງ. ໃບດ່ຽວ, ອອກແບບກະຈຸກຮອບໆຂໍ້ຂອງລຳຕົ້ນ, ມີ 2-4 ໃບ, ຮູູບຮີ, ກ້ວາງ 0.2-0.4 ຊມ, ຍາວ 2.5-3 ຊມ, ໂຄນໃບແຫຼມ, ຂອບລຽບ, ປາຍແຫຼມ.


ກ້ານໃບສັນ ຫຼື ອາດບໍ່ມີເລີຍ. ຊໍ່ດອກແບບແຕກແໜງ, ອອກຕາມປາຍກິ່ງແບບຫ່າງໆ. ດອກຍ່ອຍມີຂະໜາດນ້ອຍ, ຍາວປະມານ 0.2 ຊມ, ສີເຫຼືອງອ່ອນ. ກີບດອກມີ 5 ກີບ, ສີຂາວ. ກ້ານຊູຊໍ່ດອກຍາວ. ໝາກຮູບຂ້ອນຂ້າງກົມ, ມີຂະໜາດປະມານ 0.2 ຊມ, ໝາກແກ່ແຕກເປັນ 3 ແສກ. ແກ່ນມີຂະໜາດນ້ອຍ, ສີນ້ຳຕານ.


ບັນຍາຍການນຳໃຊ້ອາຫານ: ໃບ ແລະ ດອກອ່ອນ: ສາມາດນຳມາປຸ່ງອາຫານໄດ້ເຊັ່ນ: ແກງປາ ແລະ ແກງໃສ່ປາແດກ.


ສັບພະຄຸນ:
ທັ້ງຕົ້ນ: ມີສັບພະຄຸນເປັນຢາບຳລຸງທາດ, ແກ້ທາດພິການ, ແກ້ໄຂ້, ແກ້ອາການຮ້ອນໃນເນື່ອງຈາກຂາດນ້ຳ, ເປັນຢາລະບາຍທ້ອງ, ຊ່ວຍແກ້ລິດຊີດວງທະວານໜັກ, ເປັນຢາຮັກສາອາການພິການ ແລະ ນຳມາບັດໃຫ້ແລກແລ້ວນຳມາປິດຮູແຂ້ວແມງຮັກສາແຂ້ວແມງ.ໃບ: ແກ້ໄຂ້ໜາວສັ່ນ