ຂ່າວດ່ວນ

ໄຟໄໝ້ໂຮງກັ່ນນ້ຳມັນໃນອິນໂດເນເຊຍ ບາດເຈັບ5ຄົນ ມີຄຣິບ

ຂປລ.ຕາມຂ່າວຈາກ ຈາກາຕາ,ວັນທີ29ມີນານີ້, ບໍລິສັດນ້ຳມັນ ເປີຣມີນາ ຂອງອິນໂດເນເຊຍ ພວມຄວບຄຸມໄຟໄໝ້ ຄັ້ງໃຫຍ່ ທີ່ໂຮງກັ່ນນ້ຳມັນ ບາລອງກັນ ໃນແຂວງຊວາຕາເວັນຕົກ ເຮັດໃຫ້ມີ ຜູ້ໄດ້ຮັບບາດເຈັບ 5 ຄົນ ແລະ ຍົກຍ້າຍ ປະຊາຊົນ ປະມານ 950ຄົນ ທີ່ອາໄສຢູ່ ບໍລິເວນ ອ້ອມຮອບ ໂຮງກັ່ນນ້ຳມັນ ແຫ່ງນີ້.

ສຳລັບ ໂຄງກັ່ນນ້ຳມັນ ດັ່ງກ່າວ ສາມາດ ຜະລິດໄດ້ ວັນລະ 125.000 ຖັງ ຕັ້ງຢູ່ຫ່າງຈາກ ນະຄອນຫລວງ ຈາກາຕາ ໄປທາງຕາເວັນອອກ ປະມານ 225 ກິໂລແມັດ.ຂະນະນີ້ ເຈົ້າໜ້າທີ່ ກ່ຽວຂ້ອງ ພວມສືບສວນ ສອບສວນ ຫາສາເຫດ ເຮັດໃຫ້ເກີດ ໄຟໄໝ້ໃນຄັ້ງນີ້ ຢ່າງຮີບດ່ວນ.

ຄຣີບ.

Related Articles

Leave a Reply

Your email address will not be published. Required fields are marked *

Back to top button