ຂ່າວດ່ວນ

ຂໍຄຳແນະນຳແລະຂໍຄວາມຊ່ວຍເຫລືອນຳຜູ້ໃຫຍ່ທີ່ຮູ້ວິທີຊ່ວຍເພິ່ນແດ່.

ເລື່ອງມີຢູ່ວ່າ : ພໍ່ຕູ້ຜູ້ນີ້ເພິ່ນເຄີຍຍ່າງເລາະຕາມຖະຫນົນຫົນທາງຊອກຈົກຊອກຄົ້ນຂີ້ເຫຍື້ອກິນແລະໃຊ້ຊີວິດຕາມຖະຫນົນຢູ່ແຖວເມືອງຕົ້ນເຜິ້ງແຂວງບໍ່ແກ້ວ

ມີມື້ຫນື່ງລາວບໍ່ສະບາຍເຈັບທ້ອງຮຸນແຮງລາວຍ່າງຕໍ່ບໍ່ໄດ້ຈື່ງໄດ້ເຂົ້າມານອນຢູ່ຫນ້າຮ້ານມື້ນັ້ນຕົວເຮົາເອງອອກມາທາງນອກຈື່ງເຫັນເລີຍໄປເອີ້ນຫມູ່ມາຖາມຈື່ງຮູ້ວ່າລາວບໍ່ມີເຮືອນບໍ່ມີບ່ອນຢູ່ລາວໄປໃສກໍ່ຈະຖືສາດເກົ່າໆໄປພ້ອມອາກາດກໍ່ຫນາວຜ້າຫົ່ມເສື້ອແຂນຍາວກໍ່ບໍ່ມີຖ້າຈະຖິ້ມລາວໄວ້ກໍ່ຄົງຕາຍລ້າໆເພາະລາວເຈັບແຮງຫລາຍຈົນຍ່າງບໍ່ໄດ້

ຈື່ງໄດ້ເອົາລາວມາຢູ່ຫ້ອງແລ້ວຊອກຢາແລະເບີ່ງແຍງລາວແລະຕົວເຮົາເອງກໍ່ໄດ້ເຂົ້າໄປແຈ້ງແລະຂໍຄວາມຊ່ວຍເຫລືອນຳທາງບ້ານແລະຕຳຫລວດກຸ່ມບ້ານແລ້ວເພິ່ນກໍ່ບອກວ່າຈະແຈ້ງເມືອງໃຫ້ລົງມາເບີ່ງ
ເມືອງໄດ້ລົງມາເບີ່ງແລ້ວເພິ່ນກໍ່ກັບໄປແລະບໍ່ເວົ້າຫຍັງມີແຕ່ວ່າຈະລົມກັນເບີ່ງກ່ອນຖິ້ມໄວ້ໃຫ້ເຮົາລໍຖ້າຢ່າງມິດງຽບເຮົາເອງກໍ່ລ້ຽງເພິ່ນມາ3ເດືອນ4ເດືອນແລ້ວ

ເຮົາກໍ່ເປັນໄວລຸ້ນເຫື່ອແຮງນ້ອຍໆຍັງບໍ່ສາມາດທີ່ຈະເບີ່ງແຍງເພິ່ນໄປຕະຫລອດຊີວິດໄດ້ເຮົາຍັງມີຄວາມຝັນຫລາຍຢ່າງທີ່ຕ້ອງໄປແລະເດີນທາງ

ຈື່ງຢາກຂໍຄຳແນະນຳຈາກຜູ້ໃຫຍ່ວ່າເຮົາຈະມີວິທີຊ່ວຍເຫລືອເພິ່ນແບບໃດຖ້າຈະໃຫ້ປ່ອຍແລະໄລ່ເພິ່ນໄປນອນຕາມຫົນທາງດັ່ງເດີມກໍ່ລຳບາກໃຈຫລາຍທີ່ຈະເຮັດລົງ

ຖ້າເຮົາເຮັດແບບນັ້ນລົງໄປເຮົາຄົງຜິດຫວັງກັບຕົວເອງບໍ່ພູມໃຈກັບການກະທຳຕົວເອງໄປຕະຫລອດຊີວິດ

ເພິ່ນເປັນຄົນຈີນແລະບໍ່ມີພາດສະປອດຕອນເຮົາເອົາເພິ່ນມາເຮົາໄດ້ໄປແຈ້ງຂໍ້ມູນຊັດເຈນແລະຂໍຄວາມຊ່ວຍເຫລືອນຳທາງບ້ານແລ້ວແຕ່ມິດ.

ເພິ່ນເອງກໍ່ຮ່າງກາຍບໍ່ຄ່ອຍແຂງແຮງຍ່າງມະເປະມະປະຕາມປະສາຜູ້ເຖົ້າເພີ່ນ

ເພິ່ນມີລູກສາວ2ຄົນຢູ່ຈີນແມ່ນບໍ່ໄດ້ເຫັນກັນເປັນສິບປາຍປີແລ້ວເພິ່ນໄດ້ປະລູກປະເມຍມາຕັ້ງແຕ່ລູກຍັງນ້ອຍແລ້ວ

ນີ້ແມ່ນຂໍ້ມູນສ່ວນຕົວຂອງລາວ

ຊື່ລາວແມ່ນ ທ້າວ​ ຊາສົງຈິງ ອາຍຸ​ 55​ ປີ ບ້ານຕ້າຫລີ ເມືອງຢູນຫນານ ແຂວງຢູນຫນານ.

ມີລູກສາວ2ຄົນ

ນາງ​ ຊາເຫວິນເສຍ ເກີດປີ1991

ນາງ​ ຊາເຫົາເຫວິນ ເກີດປີ1993

ນີ້ແມ່ນເບີຂອງນ້ອງເອງ 02059924469​

ຂໍຄຳແນະນຳຈາກຜູ້ໃຫຍ່ທີ່ຮູ້ວິທີຊ່ວຍເຫລືອເພິ່ນແດ່ເດີ.

ນ້ອງເປັນຜູ້ນ້ອຍຄວາມຮູ້ກໍ່ບໍ່ມີບໍ່ຮູ້ວິທີທີ່ຈະຊ່ວຍເພິ່ນແບບໃດຈື່ງຈະເຮັດໃຫ້ເພິ່ນມີຊີວິດທີ່ດີໄດ້.

Related Articles

Leave a Reply

Your email address will not be published. Required fields are marked *

Back to top button