

ໄຊຍະບູລີ ຈູດທໍາລາຍຊິ້ນສ່ວນສັດປ່າຍຶດໄດ້ຈາກແມ່ຄ້າລັກລອບຂາຍເປັນຈຳນວນຫຼາຍ.


ພິທີຈູດ ແລະ ທໍາລາຍຊິ້ນສ່ວນສັດດັ່ງກ່າວ ໄດ້ຈັດຂຶ້ນໃນວັນທີ 29 ມີນາ 2021 ນີ້ຢູ່ທີ່ກອງກວດກາປ່າໄມ້ແຂວງໄຊຍະບູລີ ໂດຍໃຫ້ກຽດເຂົ້າຮ່ວມຂອງ ທ່ານ ຄໍາພຸດ ອິນທະວົງ ຮອງຫົວໜ້າພະແນກກະສິກໍາ ແລະ ປ່າໄມ້ແຂວງ, ທ່ານ ຍຸດທະສິນ ສີປະມວນ ຮັກສາການຫົວໜ້າກອງກວດກາປ່າໄມ້ແຂວງ, ມີຫົວໜ້າຫ້ອງການກະສິກໍາ ແລະ ປ່າໄມ້ເມືອງ, ເຈົ້າໜ້າທີ່ປ່າໄມ້, ມີບັນດາພະແນກການທີ່ກ່ຽວຂ້ອງເຂົ້າຮ່ວມ.


ຊິ້ນສ່ວນສັດປ່າດັ່ງກ່າວ ເຈົ້າໜ້າທີ່ປ່າໄມ້ແຂວງໄຊຍະບູລີ ໄດ້ສົມທົບກັບເຈົ້າໜ້າທີ່ປ່າໄມ້ເມືອງພຽງ ແລະ ອົງການປົກຄອງບ້ານ ໄດ້ພ້ອມກັນກວດກາການລັກລອບຈໍາໜ່າຍຊິ້ນສ່ວນສັດນໍ້າ, ສັດປ່າຢູ່ຕະຫຼາດບ້ານນາອູມ ເຊິ່ງເຫັນແມ່ນຄ້ານໍາມາວາງຂາຍ ເຈົ້າໜ້າທີ່ປ່າໄມ້ ຈຶ່ງໄດ້ກວດກາ ຕາມຂັ້ນຕອນລະບຽບກົດໝາຍ ແລະ ຍຶດຊິ້ນສ່ວນສັດປ່າ ໄດ້ໝົດ 143,7 ກິໂລ; ໃນນີ້ ຊີ້ນໝູ່ປ່າດິບ ແລະ ຊີ້ນແຫ້ງ 90 ກິໂລກວ່າ, ຊີ້ນຟານດິບ ແລະ ຊີ້ນຟານເປັນໂຕດິບ 2 ໂຕ ນໍ້າໜັກ 46 ກິໂລ, ຊີ້ນລີງລົມແຫ້ງ 0,7 ກິໂລ, ນັກເປົ້າຍັງມີຊີວິດ 5 ໂຕ ໄດ້ປ່ອຍຄືນສູ່ທໍາມະຊາດ.
ຕໍ່ກັບຜູ້ລະເມີດລັກລອບຂາຍຊິ້ນສ່ວນສັດນັ້ນ ທາງກອງກວດກາປ່າໄມ້ແຂວງ ແລະ ເມືອງພຽງ ໄດ້ສຶກສາອົບຮົມ ເພື່ອໃຫ້ບຸກຄົນດັ່ງກ່າວນັ້ນຮັບຮູ້ ແລະ ມີການເຄົາລົບຕໍ່ລະບຽບກົດໝາຍວ່າດ້ວຍປ່າໄມ້, ກົດໝາຍວ່າດ້ວຍສັດນໍ້າ ສັດປ່າ ຮູ້ເຖິງປະເພດສັດນໍ້າ, ສັດປ່າປະເພດຄຸ້ມຄອງ ແລະ ຫວງຫ້າມ ພ້ອມທັງເຮັດບົດບັນທຶກໄວ້ ເພື່ອບໍ່ໃຫ້ມີການເຄື່ອນໄຫວ ກະທໍາຜິດຊໍ້າຊ້ອນ ຕໍ່ລະບຽບກົດໝາຍອີກຕໍ່ໄປ.


ປັດຈຸບັນ ສັດນໍ້າ, ສັດປ່າ ແມ່ນຖືກໄພຄຸກຄາມ ແລະ ທໍາລາຍຢ່າງໜັກໜ່ວງ ໃນໄລຍະຜ່ານມາ ເວົ້າລວມ, ເວົ້າສະເພາະຢູ່ແຂວງໄຊຍະບູລີ ເຊິ່ງມີປະກົດການເກີດຂຶ້ນຈາກປະຊາຊົນບັນດາເຜົ່າ, ພະນັກງານ, ທະຫານ, ຕໍາຫຼວດ ຈໍານວນໜຶ່ງ ຊຶ່ງໄດ້ມີການລັກລອບລ່າສັດນໍ້າ-ສັດປ່າ ຊະນິດຫວງຫ້າມ ແລະ ຄຸ້ມຄອງ ເພື່ອມາບໍລິໂພກເປັນອາຫານ ແລະ ເປັນຢາປົວພະຍາດ, ເປັນສິນຄ້າ ຈຶ່ງເປັນເຫດໃຫ້ຈໍານວນປະຊາກອນສັດນໍ້າ, ສັດປ່ານັບມື້ນັບຫຼຸດນ້ອຍຖອຍລົງ, ມີບາງຊະນິດເກືອບຈະສູນພັນ ແລະ ສັດປ່າບາງຊະນິດຍັງຫຼົງເຫຼືອຢູ່ກໍ່ຖືກໄພຂົ່ມຂູ່ ຈາກທໍາມະຊາດ ແລະ ມະນຸດເຮົາເປັນຕົ້ນ.