ທ່ານໃດແຊຣພາບນີ້ ຂໍໃຫ້ມີແຕ່ສີ່ງດີດີຕ້ອນຮັບປີໃໝ່ເງິນໄຫລນອງທອງໄຫລມາ ຄອບຄົວຢູ່ຊຸ່ມກິນເຢັນ.

#ຄຳທຳນາຍປີໃໝ່ລາວ2021
👉 ນາງສັງຂານປະຈຳປີ 2021 ແມ່ນເທບທິດາອົງທີ່ 4 ຂອງພຣະຍາກະບິນລະພົມຊົງມີພຣະນາມວ່າ : ນາງມົນທາເທວີ, ຊົງພາຫຸຣັດທັດດອກຈຳປາແດງ, ອາພອນປະດັບດ້ວຍແກ້ວໄພທູນ(ແກ້ວສີຂຽວໃບໄມ້), ພັກສາຫານສະເຫວີຍນົມເນີຍເປັນອາຫານ, ພຣະຫັດຂວາຊົງຖືເຫລັກແຫລມ(ຫອກ) , ພຣະຫັດຊ້າຍຊົງຖືໄມ້ເທົ້າ, ສະເດັດນອນຫລັບຕາມາເທີງຫລັງລາເປັນພາຫານະ.
👉 ເກນພິລຸນສາດ : ພຣະເສົາເປັນອະທິບໍດີ, ພຣະຍານາກຫລິ້ນນ້ຳ6 ໂຕ, ບັນດານໃຫ້ຝົນຕົກ 400 ຫ່າ, ຕົກໃນຈັກກະວານ 160 ຫ່າ, ຕົກໃນປ່າຫິມະພານ 120 ຫ່າ, ຕົກໃນມະຫາສະຫມຸດ 80 ຫ່າ, ຕົກໃນໂລກມະນຸດ 40 ຫ່າ.
👉 ເກນທາຣາທິຄຸນ : ຕົກລາສີອາໂປ, ນ້ຳຈະມາກ, ຝົນຈະມີອຸດົມທຸກແຫ່ງ, ນາດອນ ແລະ ນາລຸ່ມຈະດີທຸກແຫ່ງ, ຈະມີລົມພັດມາບາງຄັ້ງຄາວໃນທິດທັງສີ່ຕາມລະດູການ.
👉 ເກນທັນຍາຫານ : ຊື່ວ່າ “ວິບັດ” ເຂົ້າກ້າໃນໄຮ່ນາຈະມີດ້ວງ ບົ້ງ ແມງກິນ ຖ້າບໍ່ກະກຽມວິທີແກ້ໄວ້ໃຫ້ທັນຈະໄດ້ຮັບຜົນແຕ່ເຄິ່ງໜຶ່ງ ເສຍໄປເຄິ່ງໜຶ່ງ.
👉 ຜະລາມັດຊະມັງສາຫານ : ໝາກໄມ້ຈະບໍ່ສູ້ເປັນດົກໜາປານໃດ ໝາກໄມ້ຈະແພງ ຊີ້ນປາອາຫານຈະມີພໍສົມຄວນ.
👉 ຣຸກຂະຊາດ : ໄມ້ອ້ອຍຊ້າງເປັນພະຍາ, ນ້ຳຈະຫລາຍຈະມີນ້ຳຖ້ວມ; ປູກເຂົ້າໄດ້ດີ ປູກໝາກເຜັດ ປູກພູດີທຸກຢ່າງ.
#ເກນກາລະໂຍກ :
– ວັນອາທິດເປັນທຸງໄຊ
– ວັນຈັນເປັນອະທິບໍດີ
– ວັນສຸກເປັນອຸບາດ
– ວັນພຸດ ເປັນໂລກາວິນາດ
(ລູກສາວ 7 ຄົນແມ່ນແທນໃຫ້ 7 ວັນ ໃນອາທິດຫນື່ງ) ຄື:
1. ນາງ ສະເທວີ (ວັນອາທິດຂີ່ຄຸດ)
2. ນາງ ໂຄລະຄະເທວີ (ວັນຈັນຂີ່ເສືອ)
3. ນາງ ຮາກສະເທວີ (ວັນອັງຄານຂີ່ຫມູ)
4. ນາງ ມົນທາເວທີ (ວັນພຸດຂີ່ມ້າລໍ)
5. ນາງ ກິລິນີ ເທວີ (ວັນພະຫັດ ຂີ່ຊ້າງ)
6. ນາງ ກິມີຫາເທວີ (ວັນສຸກ ຂີ່ຄວາຍ)
7. ນາງ ມະໂຫທອນ ເທວີ (ວັນເສົາ ຂີ່ນົກຍູງ)