ປະທານ ຄະນະບໍລິຫານງານສູນກາງພັກ ປະກອບມີ 5 ສະຫາຍ

ພັກປະຊາຊົນປະຕິວັດລາວ ແມ່ນກອງນຳໜ້າທີ່ມີການຈັດຕັ້ງ, ແມ່ນການຈັດຕັ້ງການເມືອງສູງສຸດ ຂອງຊົນຊັ້ນກຳມະກອນລາວ ແລະ ຂອງລະບອບປະຊາທິປະໄຕປະຊາຊົນລາວ, ເປັນຕົວແທນທີ່ຈົງຮັກພັກດີຢ່າງສະເໝີຕົ້ນສະເໝີປາຍຕໍ່ສິດ ແລະ ຜົນປະໂຫຍດຂອງຊົນຊັ້ນກຳມະກອນລາວ ຊາວຜູ່ອອກແຮງງານ ແລະ ຂອງຊາດລາວທັງໝົດ.

ພັກປະຊາຊົນປະຕິວັດລາວ ປະກອບດ້ວຍບຸກຄົນທີ່ຕື່ນຕົວ ຫ້າວຫັນປະຕິວັດ ດີເດັ່ນກວ່າໝູ່ ແລະ ໄດ້ຮັບຄວາມໄວ້ວາງໃຈກວ່າໝູ່ໃນຊົນຊັ້ນກຳມະກອນ ຊາວກະສີກອນ ປັນຍາຊົນປະຕິວັດ ແລະ ຊັ້ນຄົນຜູ່ອອກແຮງງານອື່ນໃນເຜົ່າຕ່າງໆ ເຊີ່ງໄດ້ຜ່ານການທົດສອບໃນຂະບວນການປົກປັກຮັກສາ ແລະ ພັດທະນາປະເທດຊາດ ມີຄວາມສະໝັກໃຈເຂົ້າໃນອົງການຈັດຕັ້ງຂອງພັກ ເພື່ອສູ້ຊົນປະຕິບັດວັດຖຸປະສົງ ແລະ ອຸດົມການຂອງພັກ ຢ່າງສຸດກົກສຸດປາຍ.

ວັດຖຸປະສົງຂອງພັກປະຊາຊົນປະຕິວັດລາວ ແມ່ນນຳພາປວງຊົນລາວທັງຊາດ ດຳເນີນພາລະກິດປ່ຽນແປງໃໝ່ຮອບດ້ານ ທີ່ມີຫຼັກການຂອງພັກ ປົກປັກຮັກສາປະເທດຊາດໄວ້ໃຫ້ໝັ້ນຄົງ ກໍສ້າງລະບອບປະຊາທິປະໄຕປະຊາຊົນ ໃຫ້ບັນລຸຕາມຈຸດໝາຍສັງຄົມນິຍົມ ສ້າງປະເທດລາວໃຫ້ເປັນປະເທດ ສັນຕິພາບ ເອກະລາດ ປະຊາທິປະໄຕ ເອກະພາບ ແລະ ວັດທະນາຖາວອນ.

ນັບແຕ່ມື້ສ້າງຕັ້ງພັກປະຊາຊົນປະຕິວັດລາວໃນວັນທີ 22 ມີນາ 1955, ການນຳສຸງສູດຂອງພັກ (ເລຂາທິການໃຫຍ່ ຫຼື ປະທານ ຄະນະບໍລິຫານງານສູນກາງພັກ) ແມ່ນປະກອບດ້ວຍ 05 ສະຫາຍ:

1. ສະຫາຍ ໄກສອນ ພົມວິຫານ, ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ ສະໄໝທີ I, II, III, IV ແລະ V;

2. ສະຫາຍ ຄຳໄຕ ສີພັນດອນ, ປະທານຄະນະບໍລິຫານສູນກາງພັກ ສະໄໝທີ VI ແລະ VII;

3. ສະຫາຍ ຈູມມະລີ ໄຊຍະສອນ, ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ ສະໄໝທີ VIII ແລະ IX;

4. ສະຫາຍ ບຸນຍັງ ວໍລະຈິດ, ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ ສະໄໝທີ X,

5. ສະຫາຍ ທອງລຸນ ສີສຸລິດ, ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ສະໄໝທີ XI.

Related Posts

Leave a Reply

Your email address will not be published. Required fields are marked *