👏👏ຂ່າວດີ ແລະ ຊົມເຊີຍ ແພດ-ໝໍແຂວງສະຫວັນນະເຂດ ປິ່ນປົວຜູ້ຕິດເຊື້ອໂຄວິດ-19 ກໍລະນີທຳອິດແຂວງຫາຍດີອອກໂຮງໝໍໄດ້ ແລະ ຖືກສົ່ງກັບບ້ານແລ້ວ.

ໃນວັນທີ 30 ມີນາ 2021 ຢູ່ທີ່ໂຮງໝໍແຂວງສະຫວັນນະເຂດ ຄະນະພະແນກສາທາລະນະສຸກແຂວງ ນຳໂດຍ ທ່ານ ດຣ ຕຽງ ຄຳ ປ້ອງວົງສາຮອງຫົວໜ້າ ພະແນກສາທາລະນະສຸກແຂວງ, ທ່ານ ດຣ ນາງ ພູວິໄລ ແກ້ວມຸງຄຸນ ອຳນວຍການໂຮງໝໍ ແຂວງສະຫວັນນະເຂດ ພ້ອມດ້ວຍຄະນະແພດຜູ້ປິ່ນປົວ ໄດ້ຮ່ວມພິທີສົ່ງທ້າວ ໄໝ ປະຊາຊົນບ້ານໂນນຝາຍ, ເມືອງ ສອງຄອນ, ແຂວງສະຫວັນນະເຂດ ກັບຄືນ ບ້ານຂອງຕົນ ເຊິ່ງທ້າວໄໝເປັນຜູ້ທີ່ຕິດເຊື້ອພະຍາດໂຄວິດ-19 ກໍລະນີທຳອິດຂອງແຂວງ ພາຍຫຼັງທີ່ຜູ້ກ່ຽວໄດ້ຮັບການປິ່ນປົວດີແລ້ວ.

ທ້າວ ໄໝ ແມ່ນຜູ້ໃຊ້ແຮງງານຄົນລາວ ທີ່ເຄີຍໄດ້ໄປເຮັດວຽກຢູ່ປະເທດໄທ, ໄດ້ເຂົ້າສູນກັກກັນທີ່ສະໜາມກິລາຫຼັກ 4 ຂອງແຂວງສະຫວັນນະເຂດ ແລະ ໄດ້ກວດພົບເຊື້ອພະຍາດ ໂຄວິດ-19 ໃນວັນທີ 9 ມີນາ 2021,

ຫຼັງຈາກນັ້ນກໍ່ໄດ້ນຳ ຕົວຜູ້ກ່ຽວເຂົ້າພັກປິ່ນປົວຢູ່ ຫ້ອງແຍກປ່ຽວຂອງໂຮງໝໍແຂວງ ແລະ ຄະນະແພດຜູ້ປິ່ນປົວໄດ້ເອົາ ໃຈໃສ່ຕິດຕາມຜູ້ກ່ຽວຢ່າງໃກ້ ຊິດແຕ່ຜູ້ກ່ຽວບໍ່ມີການສະແດງອາການໃດໆ. ຈົນຮອດວັນທີ 23 ແລະ 24 ມີນາ, ແພດວິ ເຄາະໄດ້ກວດຫາ ເຊື້ອພະຍາດ ໂຄວິດ-19 ແຕ່ບໍ່ພົບເຊື້ອ.

ສະນັ້ນ, ມາໃນວັນທີ 30 ມີນາ 2021 ທາງຄະນະພະແນກສາ ທາລະນະສຸກແຂວງ ກໍ່ຄືໂຮງ ໝໍແຂວງສະຫວັນນະເຂດ ຈິ່ງໄດ້ສົ່ງຕົວຜູ້ກ່ຽວໃຫ້ກັບ ບ້ານໄດ້ ແຕ່ຍັງໄດ້ຮັບການຕິດຕາມຈາກຄະນະແພດໃນໄລຍະເວລາ 14 ວັນ.Cr: ສະຫວັນພັດທະນາຂ່າວ