ໃນວັນທີ 01/04/2021 ເວລາ 00:05 ນາທີ ໄດ້ຮັບແຈ້ງເຫດເຂົ້າໝາຍເລກສຸກເສີນ 1624 ວ່າ ມີເຫດ ລົດໃຫ່ຍກັບລົດຈັກຕຳກັນ ບ້ານ ນາແຮ່ ເມືອງ ສີໂຄດຕະບອງ ນະຄອນຫຼວງວຽງຈັນ.


ທີມກູ້ຊີບກູ້ໄພນະຄອນຫຼວງ ສູນສັງການ. ຈຶ່ງໄດ້ອອກກວດສອບເຫດພົບຜູ້ບາດເຈັບ 01ຄົນ ເພດຊາຍ. ອາການເບື້ອງຕົ້ນແມ່ນ: ຄໍຫັກ ,ເສຍເລືອດຫຼາຍ ແລະ ຊີບພະຈອນຢຸດເຕັ້ນ ( ເສຍຊີວິດ ).


ດັ່ງນັ້ນທາງກູ້ໄພເຮົາຈິ່ງໃດ້ພົວພັນຫາຕຳຫຼວດຈະລາຈອນ ແລະ ນຳສົບຝາກໃວ້ໂຮງເຢັນ.


(ຂໍສະແດງຄວາມເສຍໃຈມາຍັງທາງຄອບຄົວດ້ວຍ).