ຂ່າວດ່ວນ

ກັກຕົວເຈົ້າຂອງຮ້ານກິນດື່ມທີ່ແອບແຝງການຄ້າມະນຸດ ແລະ ຄ້າປະເວນີຂອງບຸກຄົນອື່ນ

ການກະທຳຂອງເຈົ້າຂອງຮ້ານປາເປ່ມ ເປັນການກະທຳຜິດທາງອາຍາເຈົ້າໜ້າທີ່ຕຳຫຼວດຈຶ່ງໄດ້ນຳໃຊ້ມາດຕະການທາງກົດໝາຍພາຕົວ ນາງ ກາມົນ ຜູ້ບໍລິການຮ້ານອາຫານປາເປ່ມ ພ້ອມສາວບໍລິການຈຳນວນ 20 ຄົນມາທຳການສືບສວນ-ສອບສວນ ຕາມຂັ້ນຕອນຂອງກົດໝາຍ.

ເຈົ້າໜ້າທີ່ພະແນກຕຳຫຼວດຕ້ານການຄ້າມະນຸດ ປກສ ນະຄອນຫຼວງວຽງຈັນ ໃຫ້ຮູ້ວ່າ: ໃນວັນທີ 18 ມີນາ 2021 ເວລາປະມານ 20ໂມງ 30ນາທີ ໄດ້ລົງເກັບກຳຂໍ້ມູນຢູ່ຮ້ານອາຫານປ່າເປ່ມຢູ່ບ້ານດອນກອຍ ເມືອງສີສັດຕະນາກ ນວ ເຫັນວ່າມີການແອບແຝງທຸລະກິດຮ້ານກິນດື່ມເປັນສາກບັງໜ້າແລ້ວສວຍໃຊ້ໂອກາດຊອກລາຍໄດ້ໃຫ້ຜູ້ມາບໍລິການກິນດື່ມ ດ້ວຍການຄ້າມະນຸດ, ຄ້າປະເວນີຂອງບຸກຄົນອື່ນ ແລະ ການຂາຍປະເວນີ. ພາຍຫຼັງເກັບກຳຂໍ້ມູນຫຼັກຖານໜັກແໜ້ນຮັດກຸມວ່າ:

ຜ່ານການສອບສວນ ນາງ ກາມົນ ໃຫ້ການຮັບສາລະພາບວ່າ: ຕົນໄດ້ເຊົ່າສະຖານທີ່ຮ້ານຢູ່ບ້ານດອນກອຍ ແລ້ວເປີດເປັນຮ້ານກິນດື່ມຂາຍເບຍ ຈາກນັ້ນຮັບເອົາຍິງສາວມາເປັນສາວບໍລິການເສີບເບຍມາປະຈຳຢູ່ຮ້ານມີ 12 ຄົນ, ໃຫ້ເງິນເດືອນລະ 800,000 ກີບ (ແປດແສນກີບ), ນອກນັ້ນແມ່ນ ເຊົ່າຫ້ອງແຖວຢູ່, ສ່ວນສາວບໍລິການຢູ່ຮ້ານຂອງຕົນແຕ່ລະຄົນແມ່ນຂາຍປະເວນີໃຫ້ຜູ້ອື່ນມາເສບສົມ ໃນການຂາຍແຕ່ລະຄັ້ງຕົນແມ່ນບໍ່ໄດ້ບັງຄັບ, ເປັນຄວາມສະໝັກໃຈຂອງພວກກ່ຽວເອງ.

ແຕ່ຕົນໄດ້ເກັບເງິນນຳຜູ້ສາວບໍລິການທີ່ໄດ້ມາຈາກການຂາຍປະເວນີ, ເປັນເງິນຄ່າອອກຮ້ານ 50,000-80,000 ກີບ( ຫ້າສິບພັນ-ແປດສິບພັນກີບ) ຕໍ່ຄັ້ງຕໍ່ຄົນ.

ຕໍ່ກັບການກະທຳດັ່ງກ່າວເຫັນວ່າ: ມີພື້ນຖານຂອງການກະທຳຜິດທາງອາຍາ ເຊິ່ງມັນສະແດງອອກໃຫ້ເຫັນ ການນຳເອົາສະຖານທີ່ຮ້ານກິນດື່ມເປັນຈຸດນັດພົບ, ບໍລິການຕໍ່ລອງຂາຍປະເວນີຂອງຍິງສາວ, ເກັບເງິນຄ່າອອກຮ້ານ, ຮ້າຍແຮງໄປກວ່ານັ້ນຍັງເອົາເດັກທີ່ບໍ່ເຖິງກະສຽນອາຍຸ ( ຕ່ຳກວ່າ 18ປີ ) ມາເປັນໂສເພນີ; ການກະທຳດັ່ງກ່າວແມ່ນຜິດຕໍ່ປະມວນກົດໝາຍອາຍາ ມາດຕາ 215 ແລະ 254. ສ່ວນສາວບໍລິການໃນຈຳນວນ 20 ຄົນ, ເຈົ້າໜ້າທີ່ໄດ້ສຶກສາອົບຮົມເຮັດບົດບັນທຶກແລ້ວມອບໃຫ້ຜູ້ປົກຄອງນຳໄປປະກອບອາຊີບໃໝ່ທີ່ຖືກຕ້ອງຕາມລະບຽບກົດໝາຍ.

Related Articles

Leave a Reply

Your email address will not be published. Required fields are marked *

Back to top button