ຂ່າວດ່ວນ

ຕ່າຍ ອໍລະໄທ ນັກຮ້ອງລູກທົ່ງຂວັນໃຈມວນຊົນ ສ້າງໂຮງຄົວ-ບ່ອນພັກແມ່ຊີ ຖວາຍວັດ ອານຸໂມສາທຸນຳ

ຕ່າຍ ອໍລະໄທ ເປັນເຈົ້າພາບສາງໂຮງຄົວ-ບ່ອນພັກແມ່ຊີ ຖວາຍວັດທີ່ອຸບົນລາດຊະທານີ ບ້ານເກີດ.

ບໍ່ມີໃຜບໍ່ຮູ້ຈັກ ຕ່າຍ ອໍລະໄທ ນັກຮ້ອງລູກທົ່ງຂວັນໃຈມວນຊົນ ຜູ້ມີຜົນງານເພງດັງຫຼາຍເພງ ທີ່ຫຼາຍຄົນຮ້ອງໄດ້ ແລະ ຕິດປາກຄຸ້ນຫູກັນທຸກເພງ.

ແຖມຍັງເຄີຍຮ້ອງເພງຮ່ວມກັບສິນລະປິນຄົນລາວນຳອີກ ສາຍາສາວດອກຫຍ້າ ລາຊີນີລູກທົ່ງ ທີ່ປະສົບຜົນສຳເລັດໃນວົງການເພງໄທຢ່າງຫຼວງຫຼາຍ

ເຖິງວ່າຈະມີຊື່ສຽງ ແລະ ໂດ່ງດັງ ສາວຄົນນີ້ຍັງມີຈິດໃຈງາມ ໃຈບຸນ ໝັ່ນເຮັດບຸນ ບໍລິຈາກສະເໝີ ແຖມໃຊ້ຊີວິດຕິດດິນສຸດໆ ຫຼ້າສຸດສາວຕ່າຍໄດ້ໂພສພາບຕົນເອງ ເຮັດບຸນຄັ້ງໃຫຍ່ ສາງໂຮງຄົວ-ບ່ອນພັກແມ່ຊີ ຖວາຍວັດທີ່ອຸບົນລາດຊະທານີ ບ້ານເກີດ.

ໂດຍລະບຸວ່າ ທງນີ້ຄອນເສີດ ທາງບ້ານກໍງານຜ້າປ່າ ເລີ່ມເທພື້ນ ໂຮງຄົວ ສ້າງບ່ອນພັກແມ່ຊີ ດຽວກໍສຳເລັດ ສາທຸ.

ມູນຄ່າຄັ້ງນີ້ສູງເຖິງ 153,057 ບາດ ງົບປະມານແລ້ວ 200,000 ບາດ ສາທຸນຳເດີ້ ເອົາບຸນນຳກັນ

Related Articles

Leave a Reply

Your email address will not be published. Required fields are marked *

Back to top button