ຄວາມຮັກອຳມະຕະຂອງປະທານ ສຸພານຸວົງແຕ່ 1937ຈົນເຖິງປະຈຸບັນທີ່ມີຕໍ່ປະເທດຊາດແລະປະຊາຊົນລາວ

ຄວາມຮັກອຳມະຕະຂອງປະທານ ສຸພານຸວົງແຕ່ 1937ຈົນເຖິງປະຈຸບັນທີ່ມີຕໍ່ປະເທດຊາດແລະປະຊາຊົນລາວVIIIພັດຖິ່ນບົນດິນໄທຍ໊ເມືອບາດເຈັບສາຫັດຈາກກະສູນທີ່ຍິງມາຖານປືນກົນປະຈຳຍົນສະປິດໄຟໃນເສິກປ້ອງກັນເມືອງທ່າແຂກແລະເຂົ້າຮັບການຮັກສາຕົວຢູ່ໂຮງໝໍເມືອງນະຄອນພະນົມໄລຍະໜຶ່ງຈຶ່ງເດີນທາງເຂົ້າໄປບາງກອກ

ພ້ອມກັບເຈົ້າວຽງຄຳຊາຍາເພື່ອຮັກສາຕົວເພິ່ມເຕີມ ອາໄສແພດຝີມືດີຄົນໜຶ່ງເຮັດໜ້າທີ່ເບິ່ງແຍງດູແລທ່ານ ຄື ທ່ານ ໝໍບັນຈົງ ເຈົ້າສຸພານຸວົງພັກຢູ່ເຮືອນຊອຍທຽນຊ້ຽງ(ສາທອນ 7)ຂອງຄົນໃນຕະກຸນ “ສິດທິສາຣິບຸດ” ອັນເປັນເຄືອຍາດທາງຝ່າຍຣາຊວົງລ້ານຊ້າງແຫ່ງວຽງຈັນທີ່ສືບເຊື້ອສາຍມາຈາກເຈົ້າສິດທິສານຜູ້ຄອງເມືອງວຽງຈັນ ຕະກຸນສິດທິສາບຸດເຂົ້າມາຢູ່ໃນສະຫຍາມເປັນຕະກຸນໃຫຍ່ບາດນີ້ແຕກກິ່ງກ້ານສາຂາອອກໄປຈຳນວນຫລາຍ

ທ່ານປະສິດ ສິດທິສາບຸດ ເຮັດໜ້າທີ່ເບິ່ງແຍງດູແລເຈົ້າສຸພານຸວົງຍາດຜູ້ອາວຸດໂສຢ່າງໃກ້ຊິດແລະຍາດແຫ່ງ “ສິດທິສາບຸດ” ກໍໃຫ້ການຕ້ອນຮັບສະໜັບສະໜູນຂະບວນການກູ້ຊາດລາວ ມີການຊ່ວຍເຫລືອເງິນທອງໜ້ອຍແດ່ຫລາຍແດ່ຕາມຖານະ ຫລັງຈາກຢຶດທ່າແຂກໄດ້ແລ້ວຝຣັ່ງເສດກໍເຄື່ອນກຳລັງເຂົ້າຕີວຽງຈັນແຕ່ການເຂົ້າຕີວຽງຈັນຕ່າງກັບທ່າແຂກ ຝຣ່ັງເສດໃຊ້ວິທີຄ່ອຍເປັນຄ່ອຍໄປໃຊ້ເວລາເກືອບເປັນເດືອນຈຶ່ງຢຶດວຽງຈັນໄດ້

ຂະນະທີ່ກອງກຳລັງຕິດອາວຸດລາວອິດສະຫລະຈຳນວນນ້ອຍກວ່າຫລາຍໄດ້ໃຊ້ຍຸດທະວິທີພາງຖອຍພາງບຸກແລ້ວຈໍລະຍຸດເຂົ້າໄປຕີຝຣັ່ງເສດເມື່ອໂອກາດອຳນວຍສ່ວນໜຶ່ງກໍຂ້າມຂອງມາຍັງຝັ່ງໄທຍ໊ແລະອີກສ່ວນໜຶ່ງກໍອອກສູ່ຊົນນະບົດເພື່ອສ້າງຮາກຖານຕໍ່ໄປ ຝຣັ່ງເສດໄດ້ຍິງປືນໃຫຍ່ເຂົ້າໃສ່ຕົວເມືອງທ່າບໍ່ແລະສົ່ງກຳລັງຈາກຄ້າຍຈີ້ນາຍໂມ້ຈາກນ້ຳຂອງຝັ່ງຊ້າຍໄລ່ລ້າຊາວບ້ານແຕ່ຖືກພົນເສຣີໄທຍ໊ແລະທະຫານລາວອິດສະຫລະ-ຫວຽດມິນຕໍ່ສູ້ຢ່າງແຂງແຮງແລະຂັບໄລ່ຂ້າເສິກອອກໄປລັດຖະບານໄທຍ໊ປະທ້ວງຝຣັ່ງເສດຢ່າງແຮງ

ລັດຖະບານກູ້ຊາດແຫ່ງປະເທດເອກະລາດຊຸດທຳອິດຍົບພະຍົບຂ້າມມາເປັນລັດຖະບານພັດຖິ່ນໃນໄທຍ໊ ພະຍາຄຳມ້າວ ວິໄລຍັງຄົງດຳລົງຕຳແໜ່ງນາຍຍົກລັດຖະມົນຕີຄະນະລັດຖະມົນຕີຮ່ວມໃນຂະນະທີ່ຂ້າມຂອງມາຮ່ວມກັບເຈົ້າສຸວັນນະພູມາ,ກະຕ່າຍ ໂດນສະນະສະໂສລິດ,ທ່ານອຸ່ນ ຊະນະນິກອນ,ຮ່ວມທັງບຸກຄົນສຳຄັນໃນຄະນະລັດຖະບານອີກຫລາຍຄົນ

ສ່ວນເຈົ້າເພັດຊະຣາດທີ່ປຶກສາລັດຖະບານຂຶ້ນໄປຫລວງພະບາງແລະລີ້ໄພເຂົ້າມາໃນເຂດບໍລິເວນຊາຍແດນຕິດຕໍ່ໄຊຍະບູລີ-ອຸດຕະລະດິດ ລັດຖະບານໄທຍ໊ດຈັດທີ່ພັກໃຫ້ໃນກຸງເທບແກ່ພະຍາຄຳມ້າວ ວິໄລພ້ອມຄະນະທີ່ບ້ານ “ໄຊໂຍ” ບໍລິເວນໃກ້ກັບສະຖານີລົດໄຟຫົວລໍາໂພງ ຈັດໃຫ້ເຈົ້າເພັດຊະຣາດພັກທີ່ບ້ານຖະໜົນວິທະຍຸແລະເຈົ້າສຸວັນນະພູມາມາພັກກັບຍາດພີ່ນ້ອງອີກສາຍໜຶ່ງ ເຈົ້າສຸພານຸວົງບັນຊາການໃຫ້ກອງທັບລາວອິດສະຫລະປະຕິວັດການເຄື່ອນໄຫວຕໍ່ໄປ ທ່ານກຳນົດໃຫ້ກະຈາຍກຳລັງອອກໄປ ຫລີກລຽງການຮວບຮວມເປັນກຳລັງກອງໃຫຍ່ເພາະຫາກຖືກໂຈມຕີຈະສ້າງຄວາມສູນເສຍຫລາຍ.

ເມື່ອທ່ານຫາຍຈາກບາດເຈັບກໍໄດ້ເດີນທາງໄປຢາມກອງກຳລັງຕ່າງໆເຊັ່ນ: ກອງກຳລັງຈັກກະພັດ ເຊິ່ງມີຖານທີ່ໝັ້ນໃນເຂດວາຣິນຊຳຣາບແລະພິບູນມັງສາຫານ ແຂວງອຸດອນທານີ ນອກຈາກນີ້ກໍຍັງມີ ກອງກຳລັງຟ້າງຸ່ມ ຕັ້ງຖານຢູ່ເຂດ ໂພນວິໃສ ແຂວງໜອງຄາຍເພື່ອຂ້າມໄປເຄື່ອນໄຫວໃນເຂດວຽງຈັນ ສຳຫລັບກອງກຳລັງທີ່ຕັ້ງຢູ່ໃນລາວຄື “ກອງກຳລັງໄຊເຊດຖາທິລາດ” ແຂວງຄຳມ່ວນ “ກອງກຳລັງແຫ່ງເຊໂປນ” ປະຕິບັດການຕາມຊາຍແດນລາວ-ຫວຽດນາມ ຮ່ວມກັບ “ກອງກຳລັງລາວ-ຫວຽດມິນ” ໃນເຂດນັ້ນເປັນຕົ້ນ.

ກາງປີ ຄສ.1946 ການເຄື່ອນໄຫວຂອງກອງກຳລັງກູ້ຊາດລາວດຳເນີນໄປດ້ວຍການສະໜັບສະໜູນເຫັນອົກເຫັນໃຈຈາກຈາກລັດຖະບານໄທຍ໊ຂະນະນັ້ນ ຈົນກະທັ່ງເກີດລັດຖະປະຫານໃນເດືອນພຶດສະຈິກກາ ຄສ. 1947 ໂດຍຝ່າຍພັກປະຊາທິປັດຮ່ວມມືກັບກຸ່ມທະຫານ ເຮັດໃຫ້ການເຄື່ອນໄຫວຕ່າງໆ ຖືກຂັດຂວາງແລະສະດຸດຍຸດລົງ ລັດຖະບານໄທຍ໊ຫລັງຈາກລັດຖະປະຫານກວາດລ້າງຝ່າຍທ່ານ ປຣີດີ ພະນົມຍົງ ມີການຈັບກຸມຂຸມຂັງ ສັງຫານແກ່ນນຳເສຣີໄທຍ໊ອີສານ ທ່ານທອງອິນ,ທ່ານຖວິນ,ທ່ານຈຳລອງແລະທ່ານທອງເປວຖືກສັງຫານຢ່າງທາລຸນ ໂດຍສະມຸນຜະເດັດການທີ່ທົ່ງບາງເຂນ ຮວມທັງທ່ານຕຽງ ກໍຖືກສັງຫານແລະທຳລາຍສົບບັນດາຄູປະຊາບານພົນພັກຮາກຫຍ້າຂອງຂະບວນການເສຣີໄທຍ໊ອີສານຖືກຄຸກຄາມແລະອູ້ມຂ້າຢ່າງໄຮ້ຮ່ອງຮອຍ ລັດຖະບານລາວພັດຖິ່ນປະສົບບັນຫາມາກມາຍ ທັງຄວາມຍາກລຳບາກເລື່ອງປາກທ້ອງແລະຊີວິດການເປັນຢູ່ຂອງກອງກຳລັງລາວອິດສະຫລະ ການຈັດຊື້ຫາອາວຸດແລະກະສູນ ເພາະຂາດແຄນກຳລັງຊັບແລະຕ້ອງລົບຫລີກເຈົ້າໜ້າທີ່ຕຳຫລວດຂອງອຳນາດຜະເດັດການ.

ເຖິງຂະໜາດຄັ້ງໜຶ່ງເຈົ້າໜ້າທີ່ເຂົ້າຢຶດອາວຸດສົງຄາມ ຈາກເຮືອນທ່ານ ທອງອິນເຊິ່ງກຽມຈັດສົ່ງໃຫ້ກອງກຳລັງລາວອິດສະຫລະ ໃນລະຫວ່າງນັ້ນ ເຈົ້າສຸວັນນະພູມາເຂົ້າເຮັດວຽກທີ່ໂຮງໄຟຟ້າຫລວງສາມເສນດ້ວຍການແນະນຳຂອງໝູ່ທີ່ຮຽນນຳກັນສະໄໝຝຣັ່ງເສດ ຕາມວຸດທິແລະຄວາມຊຳນານຂອງວິສາວະກຳໄຟຟ້າ ແຕ່ເງິນເດືອນທີ່ໄດ້ຮັບໜ້ອຍຫລາຍ ທ່ານຈຶ່ງຮວມກັບພັນຕີສີພະນົມໄປຊື້ຜ້າໄໝທີ່ເມືອງອຳເພີປາກທົງໄຊ ແຂວງລາດຊະສີມາແລ້ວເອົາມາຂາຍໃຫ້ເມຍຜູ້ຈັດການບໍລິສັດນ້ຳມັນແສຕົນຄາແວດຄຳອອຍ ຊາວອາເມຣິກາຂາຍຕໍ່ໄປອີກທີ່ອາເມຣິກາປະກົດວ່າໄດ້ຮັບຜົນພໍໃຊ້ ຫລັງຈາກລະດູເກັບກ້ຽວ ພັນຕີສີພະນົມກັບພັກພວກຍັງອອກຫາສາຍໜັງກາງແຈ້ງແລປເຂົ້າເພື່ອສົ່ງອ້າຍນ້ອງກອງກຳລັງລາວອິດສະຫລະຫຸງຕົ້ມພໍໄດ້ກິນສືບແລະມີກຳລັງແຮງຕີຝຣັ່ງເສດນັກຮົບກູ້ຊາດລາວຕາມທີ່ໝັ້ນຊາຍແດນ ຕັ້ງແຕ່ຊຽງແສນເຖິງອຸບົນລາດຊະທານີ ມີຮ່າງກາຍຈ່ອຍຜອມ ເສື້ອຜ້າທີ່ໃສ່ກະຂາດໜ້າຂາດຫລັງ ຊາວອາເມຣິກາອີກຜູ້ໜຶ່ງທີ່ເຂົ້າມາມີສ່ວນກູ້ຊາດເອກະລາດ ທ່ານເຈມ ທອມສັນ ບຸກຄົນນີ້ແມ່ນເຈົ້າໜ້າທີ່ ເອັສໂອເອັສ (office of strategic services) ເຈມທອມສັນເຫັນອົກເຫັນໃຈຂະບວນກູ້ຊາດລາວແລະຫວຽດນາມ.

ທ່ານເຈມ ທອມສັນໄດ້ຕິດຕໍ່ກັບ ທ່ານ ແສຕົນຕັນ ເອກອັກຄະລະທະທູດອາເມຣິກາປະຈຳປະເທດໄທຍ໊ຄົນທຳອິດຫລັງສົງຄາມ ຈັັດການໃຫ້ທັງເຈົ້າເພັດຊະຣາດແລະເຈົ້າສຸພານຸວົງ ໃນຖານະລັດຖະມົນຕີກະຊວງການຕ່າງປະເທດລາວກູ້ຊາດ ແຕ່ທ່ານແສຕົນຕັນບໍ່ແຈ້ງຂາວປານໃດຈະໃຫ້ການຊ່ວຍເຫລືອຫຍັງເພາະລັດຖະບານອາເມຣິກາກໍຕ້ອງເອົາໃຈລັດຖະບານຝຣັ່ງເສດຄືກັນບໍ່ໃຫ້ຝ່າຍຄອມມູນິສໄດ້ອຳນາດໃນຢູໂຣບ ສ່ວນອາເມຣິກາມີນະໂຍບາຍຕໍ່ອາຊີອາຄະເນແບບໃດພາຍຫລັງຮັບຊາບດີແລ້ວ ສຳຫລັບຕົວທ່ານ ທອມສັນຜູ້ໄດ້ຮັບຄວາມສຳເລັດໂດ່ງດັງໃນຣາຊາສະໄໝໄທຍ໊ນັ້ນເນື່ອງຈາກເຂົາມີຄວາມສະໜິດສະໜົມກັບ ທ່ານ ຕຽງ ສີຣິຂັນ ທ່ານກຸມຸກ ຈັນເຣືຶອງຈຶ່ງຮ່ວມກັນລາດຕະເວນໄປທົ່ວອີສານເພື່ອສຶກສາການລ້ຽງແລະຕ່ຳຜ້າໄໝຈົນພັດທະນາສູ່ຄວາມສຳເລັດ ເມື່ອເອັສໂອເອັສຍຸບໄປແລ້ວເກີດເປັນຊີໄອເອທອມສັນເຮັດວຽກໃຫ້ຊີໄອເອນັ້ນ ບໍ່ມີການຢັ້ງຢືນເລີຍ ແຕ່ຖ້າເຂົາເຂົ້າຮ່ວມກໍອາດເປັນຊີໄອເອສາຍນົກກາງແກເພາະພຶດຕິກຳຜ່ານມາສະແດງໃຫ້ເຫັນເຖິງການສະໜັບສະໜູນຂະບວນກູ້ຊາດລາວ-ຫວຽດນາມຢ່າງຊັດເຈນ ຂະນະທີ່ສົງຄາມຫວຽດນາມປະຊາຊົນຫວຽດນາມຕໍ່ສູ້ກັບຈັກກະພັດນິຍົມອາເມຣິກາແລະລູກສະມຸນໃນຫວຽດນາມດຳເນີນໄປຢ່າງດຸເລືອດໃນທົດສະວັດ ຄສ.1960

ທ່ານ ເຈມ ທອມສັນຫາຍສາບສູນໄປໃນປ່າປະເທດມາເລເຊຽຈົນຮອດທຸກມື້ນີ້ ມີການຈັດຕັ້ງ “ສະມາຄົມແຫ່ງຊາດອາຊີອາຄະເນ” (South East Asia League) ເຈົ້າເພັດຊະຣາດເປັນຜູ້ສະເໜີກັບທ່ານ ຕຽງແລະສາສະດາຈານຈຣັ່ນໄວເຍແຫ່ງຫວຽດນາມ ປະຈຸບັນຍັງມີຊີວິດຢູ່ໃນນະຄອນໂຮຈີ້ມິງອາຍຸເກີນໜຶ່ງຮ້ອຍປີ ເຈົ້າສຸພານຸວົງເຂົ້າຮ່ວມປະຊຸມທຸກຄັ້ງໂດຍມີເຈົ້າວຽງຄຳເປັນແກ່ນຫລັກເພື່ອຂັບເຄື່ອນອົງກອນດ້ວຍຄວາມກະຕື້ລືລົ້ນ ຕໍ່ມາຝຣັ່ງເສດຍື່ນຂໍ້ສະເໜີໃຫ້ລັດຖະບານລາວພັດຖິ່ນໃນໄທຍ໊ໃຫ້ກັບລາວແລະບໍ່ເອົາໂທດພ້ອມທັງໄດ້ຮັບເງິນເດືອນຕົກເບີກຄືນໝົດ ວັນທີ 25 ຕຸລາ ຄສ.1948 ພະຍາຄຳມ້າວ ວິໄລ ປະກາດເລີກຫລົ້ມລັດຖະບານພັດຖິ່ນແລະກອງກຳລັງລາວອິດສະຫລະນຳພາຜູ້ຄົນໃນຄະນະລັດຖະບານກັບຄືນສູ່ວຽງຈັນໄປຮ່ວມມືກັບຝຣັ່ງເສດ ເຈົ້າສຸພານຸວົງແລະກອງກຳລັງລາວອິດສະຫລະສ່ວນໜຶ່ງ ປະກອບມີທ່ານ ສິງຄະໂປເປັນຫລັກທຳການຄັດຄ້ານຢ່າງໜັກເພາະເຫັນວ່າເປັນເລກົນຂອງຝຣັ່ງເສດຫລອກລວງລາວຕົກຢູ່ໃນສະພາບເມືອງຂຶ້ນແບບໃໝ່.

ເຈົ້າສຸພານຸວົງຖະແຫລງຂ່າວແກ່ໜັງສືພິມໃນບາງກອກ ປະນາມການທໍລະຍົດຂອງພະຍາ ຄຳມ້າວແລະປະກາດຂ່າວໃຫ້ໂລກຮັບຮູ້ວ່າ “ຂະບວນການຕໍ່ຕ້ານນັກລ່າອານານິຄົມຝຣັ່ງເສດ ເພື່ອປົດປ່ອຍປະເທດຊາດແລະປະຊາຊົນລາວຍັງຄົງດຳເນີນຢູ່ຕໍ່ໄປຈົນກວ່າຈະປະສົບໄຊຊະນະ ເຊິ່ງໄຊຊະນະນັ້ນຈັກຕ້ອງເປັນຂອງປະຊາຊົນຢ່າງແນ່ນອນ” ຫລັງຈາກນັ້ນ ເຈົ້າສຸພານຸວົງໄດ້ກັບຄືນສູ່ລາວ ຈາກບືງການແຂວງໜອງຄາຍ ຂ້າມນ້ຳຂອງດ້ວຍເຮືອໄມ້ລຳນ້ອຍໄປຍັງບໍລິເວນບຸງກວາງແຂວງບໍລິຄຳໄຊ ຜ່ານເມືອງຄຳເລີດແຂວງຊຽງຂວາງ ຂ້າມຊາຍແດນລາວ-ຫວຽດໄປສູ່ຖານທີ່ໝັ້ນຫວຽດມິນທາງເໜືອ ຫລັງຈາກພັກແຮມຢູ່ໄລຍະໜຶ່ງໄດ້ໄປພົບກັບປະທານໂຮ່ຈີ້ມິງທີ່ເຂດຫວຽດບັກ-ຫວຽດນາມເໜືອ ການເດີນທາງໄກທີ່ທຸລະກັນດານຕ້ອງຂຶ້ນພູລົງຫ້ວຍຕະຫລອດເວລາຄັ້ງນີ້ສະແດງເຖິງຄວາມເດັດດ່ຽວແລະນ້ຳໃຈມຸ່ງໝັ້ນໃນການຕໍ່ສູ້ປົດປ່ອຍຊາດຂອງເຈົ້າສຸພານຸວົງ ຕະຫລອດໄລຍະເວລາການເດີນທາງຂອງທ່ານໄດ້ຮັບການຄຸ້ມກັນດູແລຄວາມປອດໄພຈາກສະຫາຍແນວລາວອິດສະຫລະແລະກຳລັງຫວຽດມິນທີ່ຮ່ວມເດີນທາງໄປນຳກັນ

ຫວຽນຕື້ຖຸຍ ຜູ້ເຄີຍສູ້ຮົບພາຍໃຕ້ບັນຊາການຂອງເຈົ້າສຸພານຸວົງທີ່ທ່າແຂກແລະເປັນຜູ້ບັນຊາໝວດທະຫານປ້ອງກັນ ການເດີນທາງທີ່ມີຊື່ລະຫັດວ່າ: “ໂອອາ” ຄັ້ງນີ້ໄດ້ຂຽນບັນທຶກຄວາມ ໃນຄືນວັນທີ 18 ພຶດສະຈິກກາ ຄສ. 1949 ວ່າ: “ຄືນນີ້ໄດ້ພົບກັບສະເດັດ ຂ້າຫວນຄິດໄປເຖິງການປະຕິວັດໃນລະດູໜາວຂອງປີ 1945 ພວກຂ້າຢູ່ທີ່ກອງທະຫານລາວ-ຫວຽດ ທີ່ສູ້ຮົບປົກປັກອຳນາດການປະຕິວັດທີ່ທ່າແຂກ ພາຍໃຕ້ການບັນຊາການຂອງສະເດັດ ບັດນີ້ໄດ້ມາປ້ອງກັນສະເດັດໄປເຂດອິດສະຫລະຂອງຫວຽດນາມ ເພື່ອພົບກັບປະທານ ໂຮຈີ້ມິງ ພາລະໜ້າທີ່ອັນນີ້ກຽດຕິຍົດນີ້ ຫາທີ່ໃດບໍ່ໄດ້ແລ້ວ…”.

ຫວຽນຕື້ຖຸຍຮຽກການເດີນທາງຄັ້ງນີ້ວ່າ: “ການເດີນທາງປະຫວັດສາດ ຫລາຕອນມີຕອນ ໜຶ່ງທ່ານຂຽນວ່າ: ເຈົ້າສຸພານຸວົງໄດ້ຂຶ້ນພູໂດຍອາໄສຄ້ອນເທົ້າທີ່ແຂງແກ່ນ ຍິ່ງຍິງປືນສູງເທົ່າໃດ ສະເດັດຍິ່ງໃຊ້ຄ້ອນເທົ້າຊ່ວຍຫລາຍເທົ່ານັ້ນ ເກີບຂອງສະເດັດເປັນເກີບໂບກ ແຕ່ວ່າເກົ່າແກ່ ເດີນທາງໄປເທົ່າໃດເກີບກໍກັດຕີນເທົ່ານັ້ນ ເຖິງຈະເຈັບປວດແຕ່ສະເດັດບໍ່ເຄີຍຈົ່ມແມ່ນແຕ່ຄຳດຽວ ຍັງຄົງພະຍາຍາມເດີນຕໍ່ໄປເລື້ອຍໆ ໃນການເດີນທາງມີຫລາຍຄັ້ງສພເດັດຈະຫລົ້ມແຕ່ກໍຈັ້ງໄວ້ໄດ້ ຂ້ອຍໄປຕາມຫລັງເພິ່ນ ຫັນມາເວົ້າຫລິ້ນກັບຂ້ອຍວ່າ: “ຖ້າມີຮາວຂັ້ນໄດຄົງຈະດີ…” ເວລາພັກຜ່ອນຖ້າບໍ່ມີເລື່ອງຫຍັງຈະເວົ້າ ເພິ່ນກໍຟັງວິທະຍຸ ປົດເປ້ອອກເພື່ອໃຫ້ອ້າຍນ້ອງຖືຊ່ວຍ ເພື່ອໃຫ້ມັນເບົາ ສະເດັດໄດ້ຫລຽວມອງພວກຂ້ອຍດ້ວຍສາຍຕາອັນຮັກແພງ ຫ່ວງໃຍແລະເວົ້າວ່າ: “ຂ້ອຍຖືເທົ່ານີ້ກໍພໍດີແຮງແລ້ວ”.

ທ່ານປະສິດ ສິດທິສາຣີບຸດ ສະມັກໃຈຮ່ວມຂະບວນການກູ້ຊາດຢູ່ໃນຄະນະເດີນທາງ ແຕ່ທ່ານປະສິດສຸຂພາບບໍ່ຄ່ອຍດີປານໃດປະກອບກັບຫ່ວງໃຍລູກໆທີ່ອາຍຸຍັງນ້ອຍເມື່ອຮ່ວມເດີນທາງໄປໄລຍະໜຶ່ງກໍຕ້ອງຖອນຕົວ ທ່ານປະສິດແຕ່ງານກັບທ່ານນາງຕຸໄລແຫ່ງສະກຸນບຸນນາຄ ມີບຸດທິດາ 3 ຄົນຕໍ່ມາບຸດສາວທ່ານ ປະສິດຄື ທ່ານ ສາຣິກາສົມຣົສກັບເຈົ້າປັນຍາໂອຣົສເຈົ້າສຸວັນນະພູມາ

Related Posts

Leave a Reply

Your email address will not be published.