ຂ່າວດ່ວນ

ກອງປະກວດ Miss World ຂໍເວລາ 14ວັນ ເພື່ອໃຫ້ ນາງງາມຫາຫລັກຖານ ມາຊີ້ແຈງແກ່ສັງຄົມ

ສາຍແກ້ວ ສີດາວົງ, ປະທານໂຄງການ ປະກວດ Miss World Laos 2021, ຕາງຫນ້າໃຫ້ຄະນະກຳມະການ ແລະ ຜູ້ຈັດງານ ທຸກພາກສ່ວນ ອອກມາຊີ້ແຈງຕໍ່ບັນຫາທີ່ເກີດຂື້ນກັບນາງງາມຜູ້ໄດ້ຮັບຕຳແຫນ່ງອັນດັບຫນື່ງ.

ກ່ອນອື່ນພວກເຮົາຂໍຊີ້ແຈງວ່າ ພວກເຮົາບໍ່ໄດ້ຢູ່ເສີຍ ຫລື ເຮັດຕົວລອຍເຫນືອ ບັນຫາດັ່ງກ່າວ ພວກເຮົາທັງຄະນະ ກໍ່ກຳລັງປຶກສາຫາລືກັນຕໍ່ບັນຫາດັ່ງກ່າວ ເພື່ອຫາວິທີແກ້ໄຂ ແລະ ດຳເນີນໃຫ້ເຫມາະສົມທີ່ສຸດ , ພວກເຮົາບໍ່ສາມາດ ປົດ ຫລື ຍຶດຕຳແຫນ່ງນາງງາມຜູ້ນັ້ນໄດ້ ພາຍໃນມື້ສອງມື້ ຕາມທີ່ກະແສສັງຄົມຕ້ອງການໄດ້. ເພື່ອໃຫ້ເກີດຄວາມເປັນທຳ ໃຫ້ແກ່ 2ຝ່າຍ ລະຫວ່າງ ຕົວນາງງາມເອງ ແລະ ສັງຄົມ ກໍ່ຄືແຟນໆນາງງາມ. ຕໍ່ບັນຫາດັ່ງກ່າວ ເພື່ອຄວາມເປັນທຳ ທາງຄະນະພວກເຮົາຂໍເວລາ 14ວັນ

ເພື່ອໃຫ້ ນາງງາມຜູ້ນັ້ນ ໄດ້ຫາຫລັກຖານ ຫາເອກະສານຕ່າງໆ ມາຊີ້ແຈງໃຫ້ຄວາມກະຈ່າງແຈ້ງແກ່ສັງຄົມ ເພື່ອໃຫ້ຕົວເອງບໍລິສຸດ ໃນການປະກວດ, ຫາກວ່າ ຜູ້ກ່ຽວ ບໍ່ສາມາດ ຊີ້ແຈງ ຫລື ໃຫ້ຄວາມກະຈ່າງແຈ້ງແກ່ສັ່ງຄົມ ກໍ່ຄືແຟນໆນາງງາມ, ທາງພວກເຮົາ ຄະນະກຳມະການກໍ່ຄືກອງປະກວດ ກໍ່ພ້ອມທີ່ຈະລົງໂທດ ດ້ວຍການ ປົດຕຳແຫນ່ງ, ຍຶດມົງກຸດ ແລະ ທຳການແຕ່ງຕັ້ງ ນາງງາມຄົນອື່ນ ທີ່ມີຄວາມເຫມາະສົມ ແລະ ພຽບພ້ອມ ຂຶ້ນແທນທັນທີ ກໍ່ບໍ່ເປັນການຫລ້າສວຍ.

ສຸດທ້າຍ ຂ້າພະເຈົ້າ ຂໍນ້ອມຮັບຄຳຕຳຫນິ ຕິຊົມສົ່ງຂ່າວແກ່ກອງປະກວດ ເພື່ອໃຫ້ມີການພັດທະນາ ວົງການການປະກວດລະດັບໂລກຢູ່ລາວ ກ້າວສູ່ເວທີສາກົນໄດ້.

Related Articles

Leave a Reply

Your email address will not be published. Required fields are marked *

Back to top button