ຂ່າວດ່ວນ

ບໍລິສັດ ຈະເລີນເຊກອງ ມອບເງິນ 100 ລ້ານກີບ ຕ້ານໂຄວິດ-19

ທ່ານ ຈັນທະໜອມ ພົມມະນີ ປະທານ ບໍລິສັດຈະເລີນເຊກອງ ພະລັງງານ ຈຳກັດ ພ້ອມດ້ວຍ ຄະນະ ໄດ້ມອບເງິນຈຳນວນ 100 ລ້ານກີບ ເພື່ອສົມທົບທຶນປະກອບສ່ວນໃຫ້ແຂວງບໍລິຄໍາໄຊ ໃນການ ປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດອັກເສບປອດ ຈາກເຊື້ອຈຸລະໂຣກສາຍພັນໃໝ່ ໂຄວິດ-19 ໃນວັນທີ 31 ມີນາຜ່ານມາ

ທີ່ຫ້ອງຮັບຮອງຂອງແຂວງບໍລິຄຳໄຊ ໃຫ້ກຽດຮັບໂດຍທ່ານ ກອງ ແກ້ວ ໄຊສົງຄາມ ເຈົ້າແຂວງບໍລິຄຳໄຊ ໂດຍຊ້ອງໜ້າ ທ່ານ ພຸດທະໄຊ ສີວິໄລ ຮອງຜູ້ວ່າການທະ ນາຄານແຫ່ງ ສປປ ລາວ, ມີບັນດາພະແນກການ ແລະ ພາກສ່ວນທີ່ກຽ່ວຂ້ອງເຂົ້າຮ່ວມເປັນສັກຂີ ພິຍານ.

ໂອກາດດັ່ງກ່າວນີ້ ທ່ານ ກອງແກ້ວ ໄຊສົງຄາມ ຕາງໜ້າໃຫ້ການນຳແຂວງໄດ້ກ່າວຄຳຂອບໃຈ ແລະ ສະແດງຄວາມຍ້ອງຍໍຊົມເຊີຍ ຕໍ່ ບໍລິສັດ ຈະເລີນເຊກອງ ພະລັງງານ ຈຳກັດ ທີ່ເປັນສ່ວນໜຶ່ງໃນ ການສົມທົບທຶນຊຸກຍູ້ຊ່ວຍເຫຼືອ ໃນການເຄື່ອນໄຫວປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດ ຂອງ ພະຍາດໂຄວິດ-19 ໃນຄັ້ງນີ້.

ການຈັດຕັ້ງປະຕິບັດໃນການປ້ອງກັນ ແລະ ຄວບຄຸມພະຍາດ ດັ່ງກ່າວ ຢູ່ແຂວງບໍລິຄຳໄຊ ເຫັນວ່າຄະນະສະເພາະກິດຂັ້ນແຂວງ ແລະ ຂັ້ນເມືອງ ຕະຫຼອດຮອດອຳນາດການ ປົກຄອງຂັ້ນບ້ານໄດ້ສຸມໃສ່ໂຄສະນາເຜີຍແຜ່ຄຳສັ່ງ, ແຈ້ງການ ຂອງຂັ້ນເທິງກ່ຽວກັບພະຍາດໂຄວິດ-19 ຢ່າງລຽນຕິດ ເຮັດໃຫ້ພໍ່ແມ່ປະຊົນຊົນຮັບຮູ້ ແລະ ເຂົ້າໃຈ ຕໍ່ຄວາມອັນຕະລາຍ, ວິທີປ້ອງກັນຕ່າງໆ

ພ້ອມດຽວກັນຍັງໄດ້ເກັບກຳສະຖິຕິ, ຂຶ້ນທະບຽນກຸ່ມສ່ຽງ ທີ່ເດີນທາງກັບມາຈາກປະເທດທີ່ມີການລະບາດ ໂດຍໄດ້ມີການແຍກປ່ຽວ ແລະ ໃຫ້ພາກສ່ວນຮັບຜິດຊອບຕິດຕາມກວດກາຢ່າງໃກ້ຊິດເປັນ ເວລາ 14 ວັນ, ມາຮອດປັດຈຸບັນ ແຂວງບໍລິຄຳໄຊ ຍັງບໍ່ພົບຜູ້ຕິດເຊື້ອພະຍາດອັກເສບປອດຈາກເຊື້ອຈຸລະໂຣກ ສາຍພັນໃໝ່ໂຄວິດ-19. (ຂ່າວ: ບໍລິຄຳໄຊ)

Related Articles

Leave a Reply

Your email address will not be published. Required fields are marked *

Back to top button