ຫນຸ່ມເກືອບຊ໋ອກ!..ສັ່ງຊື້ໂທລະສັບມືຖືທາງອອນໄລນ໌ ແຕ່ໄດ້ປາກະປ໋ອງ 5 ກະປປ໋ອງ


ຂ່າວທີ່ຕ້ອງມາເຕືອນເປັນອຸທາຫອຍຣສຳລັບຜູ້ທີ່ມັກຊື້ສິນຄ້າອອນໄລນ໌. ມີນັກຮຽນຊາຍຊັ້ນ ມ.3 ສັ່ງຊື້ໂທຣລະສັບມືຖືຢີ່ຫໍ້ດັ່ງ (iphone8 plus) ຜ່ານອອນໄລນ໌ ແຕ່ສຸດທ້າຍສິ່ງທີ່ໄດ້ຄື ປາກະປ໋ອງ 5 ກະປ໋ອງ. ຊາຍອາຢຸ 15 ປີ ນັກຮຽນຊັ້ນ ມ.3 ເດິນທາງເຂົ້າແຈ້ງຄວາມໃຫ້ຕຳຫລວດ ໂດຍໄດ້ນຳກ່ອງພັດສະດຸ ຊຶ່ງຢູ່ໃນບັນຈຸປາກະປ໋ອງ 5 ກະປ໋ອງ ແລະ ເອກະສານການໂອນເງີນ ຈຳນວນ 495,000 ກີບ ມາເປັນຫຼັກຖານ.


ຊາຍຫນຸ່ມນີ້ ໄດ້ເລົ່າວ່າ ເຫັນສາວໜ້າຕາດີປະກາດຂາຍໂທລະສັບມືຖືໄອໂຟນ 8 ພລັດ ທາງເຟຊບຸ໊ກ ລາຄາ 4,290,000 ກີບ ທ່ານຢາກໄດ້ຈຶ່ງຕິດຕໍ່ໄປເວົ້າຄຸຍກັບສາວຄົນນັ້ນ, ຫລັງຈາກຕົກລອງຊື້ແມ່ນສາວຄົນນັ້ນກໍ່ໃຫ້ວາງເງີນມັດຈຳກ່ອນ 495,000 ກີບ ສ່ວນທີ່ເຫຼືອໃຫ້ຜ່ອນຈ່າຍເດືອນລະ 333,000 ກີບ ພາຍໃນ1 ປີ.ທ່ານເຫັນວ່າຖືກແລະສາມາດຜ່ອນຈ່າຍໄດ້ ຈຶ່ງຮີບໂອນເງີນມັດຈຳໃຫ້ ຈາກນັ້ນສົ່ງຫຼັກຖານການໂອນເງີນໃຫ້ ຫລັງຈາກນັ້ນສາວຄົນຂາຍກໍແຈ້ງວ່າຈະສົ່ງສິນຄ້າໃຫ້ຕາມຊື່ແລະທີ່ຢູ່ທີ່ສົ່ງໃຫ້ ແລະ ຈະສົ່ງໃນວັນທັດໄປ. ຫລັງຈາກນັ້ນຫຼັງເລີກຮຽນຊາຍຫນຸ່ມນີ້ໄດ້ກັບບ້ານ ກໍພົບກ່ອງພັດສະດຸທີ່ ສາວນັ້ນສົ່ງມາໃຫ້ ກໍດີໃຈຫລາຍ ແລະ ຮູ້ສຶກຢາກຂອບໃຈຄົນຂາຍທີ່ສົ່ງໂທຣລະສັບມາໃຫ້ແບບວ່ອງໄວທັນໃຈ. ແຕ່ເມື່ອເປີດກ່ອງເຖິງກັບຊັອກ ເພາະແທນທີ່ຈະເປັນໂທລະສັບມືຖືໄອໂຟນ 8 ພລັດ ກັບເປັນປາກະປ໋ອງ 5 ກະປ໋ອງ.


ຊາຍຫນຸ່ມກໍ່ຫມົດແຮງຈົນບໍ່ຮູ້ຊິເຮັດແນວໃດດີ . ແຕ່ຊາຍຄົນນີ້ກໍ່ຕັ້ງສະຕິຢູ່ສັກພັກ ກໍພະຍາຍາມຕິດຕໍ່ກັບໄປຍັງຜູ້ຂາຍ ແຕ່ຕິດຕໍ່ບໍ່ໄດ້ ຈຶ່ງຮູ້ສືກຕົວວ່າຖືກຫຼອກ. ຫລັງຈາກນັ້ນຈື່ງຮີບໄປແຈ້ງຄວາມໃຫ້ຕຳຫລວດ ແລະ ປະສານກັບທະນາຄານ ເພື່ອກວດສອບຫາເຈົ້າຂອງບັນຊີທີ່ຜູ້ເສຍຫາຍໂອນເງີນເຂົ້າໄປ ພ້ອມຫາເບາະແສມິດສາຊີບຄົນນີ້ ຕິດຕາມຈັບຕົວມາດຳເນີນຄະດີຕໍ່ໄປ.

