ສປປ ລາວ ເລັ່ງສັກວັກແຊງ ກັນ ໂຄວິດ-19 ໃຫ້ກຸ່ມທີ່ມີຄວາມສ່ຽງ


ສປປ ລາວ ເລັ່ງສັກວັກແຊງ ກັນໂຄວິດ-19 ໃຫ້ກຸ່ມທີ່ມີຄວາມສ່ຽງ.


ຂປລ. ໃນລະຫວ່າງວັນທີ 2-3 ເມສາ 2021 ນີ້, ສປປ ລາວ ໄດ້ເປີດໃຫ້ບໍລິການສັກວັກແຊງກັນພະຍາດໂຄວິດ-19 ທີ່ໄດ້ຮັບຈາກໂຄງການການຮ່ວມມື ເພື່ອວັກແຊງກັນພະຍາດໂຄວິດ-19 (COVAX Facility) ຈໍານວນ 132.000 ໂດສ, ຢູ່ໂຮງໝໍມິດຕະພາບ 150 ຕຽງ ນະຄອນຫລວງວຽງຈັນ, ໂດຍໄດ້ສຸມໃສ່ກຸ່ມຄົນທີ່ມີຄວາມສ່ຽງສູງ ຕໍ່ການຕິດເຊື້ອພະຍາດໂຄວິດ-19 ແລະ ຜູ້ທີ່ມີແນວໂນ້ມທີ່ຈະເກີດອາການຮຸນແຮງຈາກການຕິດເຊື້ອ, ຄາດວ່າຈະສັກໃຫ້ໄດ້ ທັງໝົດປະມານ 4.000 ຄົນ, ສ່ວນວັກແຊງ ທີ່ຍັງເຫລືອແມ່ນຈະສືບຕໍ່ໃຫ້ບໍລິການສັກວັກແຊງ ຢູ່ 7 ໂຮງໝໍ ໃນນະຄອນຫລວງວຽງຈັນ ແລະ ຈະໃຫ້ສຳເລັດທັງໝົດກ່ອນປີໃໝ່ລາວ.


ວັກແຊງທີ່ນຳມາສັກໃນຄັ້ງນີ້, ໄດ້ນຳເຂົ້າມາ ສປປ ລາວ ໃນວັນທີ 20 ມີນາ ຜ່ານໂຄງການ COVAX Facility,ໂດຍການຮ່ວມມືກັນ ລະຫວ່າງ ອົງການພັນທະມິດຮ່ວມມືດ້ານນະວັດຕະກໍາ ເພື່ອຮັບມືກັບພະຍາດລະບາດ (CEPI), ອົງການກາວີ (Gavi), ອົງການຢູນິເຊັບ (UNICEF) ແລະ ອົງ ການອະນາໄມໂລກ (WHO), ເຊິ່ງປະກອບມີວັກແຊງ AstraZeneca/Oxford, ຈໍານວນ 132.000 ໂດສ, ຜະລິດໂດຍສະຖາບັນ Serum ຂອງອິນເດຍ (Serum Institute of India). ວັກແຊງ AstraZeneca/Oxford ຊຸດນີ້ແມ່ນຊຸດທໍາອິດ ຂອງຈໍານວນທັງໝົດ 480.000 ໂດສ ທີ່ຈະໄດ້ຈັດສົ່ງໃຫ້ກັບ ສປປ ລາວ ໃນປີນີ້. ໂຄງການ COVAX Facility ມີເປົ້າໝາຍທີ່ຈະສະໜອງຈຳນວນວັກແຊງ ໃຫ້ພຽງພໍເພື່ອໃຫ້ກວມເອົາຢ່າງໜ້ອຍ 20% ຂອງປະຊາກອນໃນປີນີ້.


ທ່ານ ດຣ. ພູທອນ ເມືອງປາກ ຮອງລັດຖະມົນຕີ ກະຊວງສາທາລະນະສຸກ ລາຍງານໃຫ້ຮູ້ວ່າ: ການໃຫ້ບໍລິການສັກວັກແຊງກັນພະຍາດໂຄວິດ-19 ໃນຄັ້ງນີ້, ເປັນບາດກ້າວອັນສຳຄັນ ສຳລັບ ສປປ ລາວ ໃນເປົ້າໝາຍການຢຸດຕິການເເຜ່ລະບາດຂອງພະຍາດໂຄວິດ-19 ເຊິ່ງກຸ່ມບູລິມະສິດສໍາ ລັບການສັກວັກແຊງໃນຄັ້ງນີ້, ເເມ່ນກຸ່ມຄົນທີ່ມີຄວາມສ່ຽງສູງທີ່ສຸດ ແລະ ຜູ້ທີ່ມີແນວໂນ້ມທີ່ຈະເກີດອາການຮຸນແຮງຈາກການຕິດເຊື້ອ ເປັນຕົ້ນ ແມ່ນບຸກຄະລາກອນທາງການແພດ, ຜູ້ສູງອາຍຸທີ່ມີອາຍຸນັບແຕ່ 60 ປີຂຶ້ນໄປ ແລະ ຄົນທີ່ເປັນພະຍາດຊໍ້າເຮື້ອ, ລວມທັງບຸກຄະລາກອນທີ່ເຮັດວຽກຢູ່ເຂດສູນຈໍາກັດບໍລິເວນ, ພະນັກງານການທູດ ແລະ ພະນັກງານປະຈຳຢູ່ດ່ານຕ່າງໆ ໃນຂອບເຂດທົ່ວປະ ເທດ, ລວມເຖິງແຮງງານ, ນັກສຶກສາທີ່ຈະໄປຮຽນຕໍ່ຕ່າງປະເທດ ແລະ ບຸກຄົນອື່ນໆ ທີ່ມີຄວາມຈຳ ເປັນ.


ວັກແຊງກັນພະຍາດໂຄວິດ-19 ແມ່ນໄດ້ກວດສອບຢ່າງລະອຽດຮອບຄອບ ໂດຍອົງການອະ ນາໄມໂລກ ແລະ ໄດ້ຖືກປະເມີນວ່າມີຄຸນນະພາບ, ປອດໄພ ແລະ ມີປະສິທິຜົນ, ສະເພາະ ວັກແຊງທີ່ຈະໃຊ້ໃນ ສປປ ລາວ ໄດ້ຜ່ານຂັ້ນຕອນການທົດສອບດ້ານການພັດທະນາ ແລະ ຄວາມປອດໄພຢ່າງເຂັ້ມງວດ, ເຊິ່ງກະຊວງສາທາລະນະສຸກ ກໍຄື ກົມອາຫານ ແລະ ຢາ ໄດ້ເຮັດການປະເມີນຫລັກຖານ, ຜົນປະໂຫຍດ ແລະ ຄວາມສ່ຽງຕ່າງໆ ແລ້ວ.คุณส่ง วันนี้ เวลา 14:59 น.ຂໍຂອບໃຈ
Lao Times News | Your Time Your News