ຈະມີຝົນຕົກຟ້າຮ້ອງຟ້າເຫຼື້ອມໃນລະດັບຄ່ອຍຫາປານກາງເປັນບໍລິເວນກວ້າງ ແລະ ຕົກໜັກ.

ພາຍຸລະດູຮ້ອນໄດ້ພັດເອົາຫຼັງຄາໂຮງຮຽນປະຖົມສົມບູນນາໂພ ບ້ານນາໂພ ເມືອງສອງຄອນ ໄປ.

ໃນຕອນແລງວັນທີ 2 ເມສາ 2021 ພາຍຸລະດູຮ້ອນໄດ້ພັດ ເອົາຫຼັງຄາໂຮງຮຽນປະຖົມສົມບູນນາໂພ, ບ້ານນາໂພ ເມືອງສອງຄອນ, ແຂວງສະຫວັນນະເຂດ ໃນຂະນະນັ້ນນ້ອງໆນັກຮຽນ ບາງຄົນຍັງຢູ່ໃນອາຄານຮຽນດັ່ງກ່າວ.ດ້ານກົມອຸຕຸນິຍົມ ແລະ ອຸທົກກະສາດ ໄດ້ແຈ້ງເຕືອນໃນໄລຍະວັນທີ 02 – 05 ເມສາ 2021 ຈະມີຝົນຕົກຟ້າຮ້ອງຟ້າເຫຼື້ອມໃນລະດັບຄ່ອຍຫາປານກາງເປັນບໍລິເວນກວ້າງ ແລະ ຕົກໜັກ ພ້ອມມີລົມພັດແຮງຢູ່ບາງທ້ອງຖິ່ນແຂວງພາກເໜືອ ແລະ ພາກກາງ.

ພາຍຸລະດູຮ້ອນໄດ້ພັດເອົາຫຼັງຄາໂຮງຮຽນປະຖົມສົມບູນນາໂພ ບ້ານນາໂພ ເມືອງສອງຄອນ ໄປ.

ພາຍຸລະດູຮ້ອນໄດ້ພັດເອົາຫຼັງຄາໂຮງຮຽນປະຖົມສົມບູນນາໂພ ບ້ານນາໂພ ເມືອງສອງຄອນ ໄປ.
