ຂ່າວດ່ວນ

ຂ່າວເສົ້າ! ມີປະຊາຊົນເສ ຍຊີວິ ດຈາກພາຍຸພັດຕົ້ນໄມ້ໃຫຍ່ຫັກທັບເຮືອນ ຢູ່ເມືອງຄຳ ແຂວງຊຽງຂວາງ

ໃນຕອນແລງວັນທີ 2 ເມສາ 2021​ ຜ່ານມາ ໄດ້ເກີດພາຍຸ, ຝົນຕົກ, ລົມພັດແຮງຢູ່ບ້ານຖາງ, ເມືອງຄຳ,​ ແຂວງຊຽງຂວາງ ເຮັດໃຫ້ຕົ້ນໄມ້ໃຫຍ່ຫັກລົ້ມທັບເຮືອນຂອງປະຊາຊົນຢູ່ບ້ານດັ່ງກ່າວ 1 ຫຼັງ ມີຜູ້ເສຍຊີວິດ 1 ຄົນ (ເປັນຫົວໜ້າຄອບຄົວ)​ ແລະ ລູກ ເມຍ ໄດ້ຮັບບາດເຈັບ.

ຕາມການບອກເລົ່າຂອງ ທ້າວ ໄຊຄຳ ເຊິ່ງເປັນໝູຂອງຜູ້ເສຍຊີວິດວ່າ ໃນຕອນແລງປະມານ 4-5 ໂມງຂອງມື້ວານ ໄດ້ເກີດພາຍຸຝົນຕົກລົມພັດແຮງ,​ ກ່ອນໜ້ານີ້ຍັງໄດ້ນັດກັບໝູ່ວ່າ ມື້ອື່ນນັດກັນຈະໄປກິນປາ,​ ໄປເອົາຈັກຈັ່ນ ລະຄືມາຈາກພວກເຮົາໄປໄວ້ແທ້ ຫລັບໃຫ້ສະບາຍເດີສ່ຽວ.

ແອັດມິນຂໍສະແດງຄວາມເສຍໃຈນຳຄວບຄົວຜູ້ສູນເສຍ ແລະ ຂໍໃຫ້ປະຊາຊົນລະມັດລະວັງຈາກພາຍຸຊ່ວງນີ້ ເນື່ອງຈາກກົມອຸຕຸນິຍົມ ແລະ ອຸທົກກະສາດ ໄດ້ແຈ້ງເຕືອນຈະມີພາຍຸລະດູຮ້ອນ ໄລຍະວັນທີ 2 ຫາ 5 ເມສາ 2021​ ນີ້ ເຊິ່ງຈະເກີດຢູ່ບາງທ້ອງຖິ່ນແຂວງພາກເໜືອ ແລະ ພາກກາງ.

ຂອບໃຈຮູບຈາກ: Xaikham Outtama

Related Articles

Leave a Reply

Your email address will not be published. Required fields are marked *

Back to top button