ຂ່າວດ່ວນ

ໝາກໄມ້ພື້ນບ້ານ..!!!ໝາກເຟືອງສົ້ມ ມີສັບພະຄຸນປົວເບົາຫວານ ແລະ ໂລກເກົ໊າ

1. ໃຊ້ຫມາເເຟືອງປົວໂລກເບົາຫວານ. ປົວເບົາຫວານອີກໜຶ່ງຢ່າງ ຄືໝາກໄມ້ ກິນສົ້ມ ຫຼື ກິນເປັນກັບແກ້ມພັນປາ, ພັນ… ຫຼື ໃສ່ແກງປາ ຕົ້ມປາ ຫຼື ອື່ນໆອີກ.

ແນ​ະ​ນຳ ຫມາກເຟືອງສົ້ມ ພຽງຊອຍບາງ ຕາກແຫ້ງ (ຕາກແຫ້ງໃນຫົ່ມແຮ່ງດີ) ປະ​ມານ 50g-100g ຕົ້ມກັບນ້ຳ1,5ລິດ ກິນ ພາຍ​ໃນເວລາ 3 ເດືອນ ​ຈະ​ສາມາດກິນນ້ຳຕານໄດ້ ຫຼື ເຮັດ​ໃຫ້​ເບົາ​ຫວານ​ຈາງ​ລົງ ແລະ ຄວນ​ຄວບ​ຄຸມ​ບໍ່​ກິນ​ອາ​ຫານ​ຫວານ​ເດີ້​ໃນ​ຊ່ວງ​ຕົ້ມ​ກີນ ຫຼັງ​ຈາກ​ນັ້ນ​ກໍ​ຈະ​ກິນ​ໄດ້ ແຕ່​ຢູ່​ໃນ​ປະ​ມານ​ທີ່​ເໝາະ​ສົມ.

2. ໃຊ້ຫມາກເຟືອງປົວໂຣກເກົ໊າ: ເປັນໂຣກທີ່ປິ່ນປົວໃຫ້ຫາຍດີຍາກຄືກັນກັບພະຍາດເບົາຫວານ, ໂຣກຄວາມດັນເລືອດ ເຊິ່ງຄົນທີ່ເປັນໂຣກເກົ໊າຮູ້ດີວ່າ ເມື່ອເປັນແລ້ວຈະທໍລະມານຫຼາຍ ເວລາກິນອາຫານທີ່ເປັນພິດເຂົ້າໄປ ຂໍ້ຈະບວມໃຄ່ ເຈັບປວດທໍລະມານຫຼາຍຈົນຍ່າງບໍ່ໄດ້ ໃນທາງຢາສະໝຸນໄພມີສູດປິ່ນປົວຫຼາຍສູດ ທີ່ສາມາດບັນເທົາອາການເຈັບໄດ້.

ສຳລັບໝາກເຟືອງສົ້ມສຸກ ເປັນອີກສູດໜຶ່ງທີ່ນິຍົມໃຊ້ກັນມາແຕ່ບູຮານ ເປັນສູດສະເພາະກຸ່ມ ໄດ້ຮັບການບອກເລົ່າວ່າ ສາມາດເຮັດໃຫ້ໂຣກເກົ໊າໃຫ້ຫາຍດີໄດ້ ຈຶ່ງແນະນຳໃຫ້ຜູ້ອ່ານໄດ້ເອົາສູດໄປໃຊ້

ວິທີເຮັດ: ເອົາໝາກເຟືອງສົ້ມສຸກ ຈຳນວນ 1 ໜ່ວຍ, ເກືອເລັກໜ້ອຍ, ນໍ້າເຜິ້ງ 1 ບ່ວງແກງ, ນໍ້າຕົ້ມ 2 ຈອກ ເອົາສ່ວນປະສົມທັງໝົດນັ້ນມາປັ່ນໃຫ້ເຂົ້າກັນລະອຽດ ກິນຄັ້ງລະ 1 ຈອກ ກິນກ່ອນອາຫານເຊົ້າ ແລະອາຫານແລງ ເຮັດກິນຕິດຕໍ່ກັນ 6 ວັນ ເຊິ່ງອາການຂອງໂຣກເກົ໊າຫາຍດີ ໃຜທີ່ເປັນໂຣກເກົ໊າລອງເຮັດກິນ ເພາະມັນບໍ່ເປັນອັນຕະລາຍຫຍັງ.

ໝາກເຟືອງປະໂຫຍດທາງຢາ ຍອດໝາກເຟືອງ ກັບຍອດໝາກພ້າວ ຕົ້ມປະສົມກັນກິນແກ້ໄຂ້ຫວັດໃຫຍ່, ໃບຕົ້ມອາບແກ້ຕຸ່ມຄັນ, ແກ່ນ ແລະຮາກຕົ້ມກິນແກ້ເຈັບທ້ອງ, ແກ້ເຈັບເສັ້ນໄດ້.

Lao Times News | Your Time Your News

Related Articles

Leave a Reply

Your email address will not be published. Required fields are marked *

Back to top button