ໂຮງງານຜະລິດເກີບ ຕ້ອງການພະນັກງານ ເງີນເດືອນ ສູງເຖິງ 10 ລ້ານ


ບໍລິສັດ GROWTHLINK Job Ref: J-1343: ບໍລິສັດຂອງພວກເຮົາ ແແມ່ນ ໂຮງງານຜະລິດເກີບ ຕັ້ງຢູ່ບ້ານຫ້ວຍນ້ຳເຢັນ, ເມືອງນາຊາຍທອງ, ແຂວງນະຄອນຫລວງວຽງຈັນ ປະເທດລາວ. ເກີບທີ່ຜະລິດສ່ວນຫລາຍແມ່ນບັນດາຍີ່ຫໍທີ່ມີຊື່ສ່ຽງລະດັບສາກົນ ເຊີ່ງບັນຈຸພະນັກງານມີພະນັກງານປະມານ 1000 ຄົນ.
ຕຳແຫນ່ງທີ່ຕ້ອງການ: ຄົນແປພາສາຈີນ Chinese translator.
ວຸດທິການສຶກສາ:
– ການສອບເສັງພາສາຈີນຜ່ານລະດັບ 4 ຂື້ນໄປ.
– ມີໃບປະກາດຈາກສະຖາບັນທີ່ຮຽນຈົບ.
– ສາມາດຫຼິ້ນຄອມພີວເຕີໄດ້ (Word, El)
– ມີໃບເສັງວັດລະດັບພາສາຈີນ (IHSK)
– ສາມາດເຮັດວຽກລ່ວງເວລາໄດ້ ແລະ ມີຄວາມຕັ້ງໃຈໃນການເຮັດວຽກ
– ເງິນເດືອນຂື້ນກັບຄວາມສາມາດໃນການເຮັດວຽກ, ປະມານ 3,000,000 – 10,000,000 ກີບ.
ນະໂຍບາຍຂອງບໍລິສັດ:
1. ມີຫໍພັກໃຫ້ຢູ່ຟຮີ.
2.ລ້ຽງເຂົ້າ 3 ຄາບຟຣີ.
3. ມີການຈັດງານວັນເກີດໃຫ້ພະນັກງານ
4. ຈັດງານລ້ຽງທ້າຍປີ ແລະ ປີໃຫມ່.
5. ພາທ່ອງທ່ຽວປະຈໍາປີໃຫ້ກັບພະນັກງານ
6. ຫຼັງຈາກເຂົ້າວຽກກັບບໍລິສັດຮອດ 1 ເດືອນຂື້ນໄປ ບໍລິສັດຈະອອກປະກັນສັງຄົມໃຫ້.
7. ຫຼັງຈາກເຂົ້າວຽກຮອດ 1ປີ ຈະມີລາພັກປະຈໍາປີ.
8. ທຸກໆວັນພຸດ ກັບວັນເສົາຕອນແລງ ຈະມີການເປີດຫນັງໃຫ້ເບິ່ງ 9. ທຸກໆ 6 ເດືອນຈະມີການຫຼິ້ນກິລາ ຫຼື ຈັດກິດຈະກໍາຕ່າງໆ ▪
ເອກະສານສະຫມັກວຽກປະກອບມີ:
1. ສໍາມະໂນຄົວ ແລະ ບັດປະຈໍາຕົວ (ສໍາລັບຄົນບໍ່ມີບັດປະຈໍາຕົວ ໃຫ້ກະກຽມເອກະສານສໍາຮອງດັ່ງຕໍ່ໄປນີ້:)
– ໃບປະກາດສະນີຍະບັດ.
– ໃບແຈ້ງໂທດ (ສໍາລັບຜູ້ຊາຍຕ້ອງມີ ໃບຢັ້ງຢືນທີ່ຢູ່ຕ້ອງມີວັນເດືອນປີເກີດ
– ໃບຂັບຂີ່ຍານພາຫະນະ (ສໍາລັບເອກະສານສໍາຮອງ 4ຢ່າງນີ້ແມ່ນເລືອກເອົາຢ່າງໃດຢ່າງຫນຶ່ງ.)
ສົນໃຈຕິດຕໍ່ເບີ 020 9946 8703
ອ່ານໃບປະກາດສະຫມັກວຽກ.


ໝາຍເຫດ: ໃຜສົນໃຈໄປສະຫມັກໂດຍກົງເດີ ເຮົາເປັນພຽງແຕ່ຜູ້ໃຫ້ຂ່າວໃຫ້ທຸກຄົນຮູ້ເທົ່ານັ້ນ.
ທີ່ມາ.


ນີ້ແມ່ນ ເຟສປຸດທີ່ປະກາດວຽກໂດຍກົງ ກົດອ່ານ