

ສະເຫລີມສະຫລອງ ແລະ ມອບ-ຮັບໂຄງການກໍ່ສ້າງອະນຸສາວະລີ ພຣະເຈົ້າໄຊຍະເຊດຖາທິຣາດ ທີ່ແຂວງອັດຕະປືຂປລ. ໃນວັນທີ 24 ມັງກອນ 2021 ໄດ້ຈັດພິທີສະເຫລີມສະຫລອງ ແລະ ມອບ-ຮັບໂຄງການກໍ່ສ້າງອະນຸສາວະລີ ພຣະເຈົ້າໄຊຍະເຊດຖາທິຣາດ ມະຫາຣາດ ຢ່າງເປັນທາງການ, ພາຍຫລັງສໍາເລັດການກໍ່ສ້າງໄລຍະເວລາ 30 ເດືອນ.


ໂດຍໃຫ້ກຽດເຂົ້າຮ່ວມຂອງ ທ່ານ ຈູມມະລີ ໄຊຍະສອນ ອະດີດເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ, ອະດີດປະທານປະເທດ ພ້ອມດ້ວຍພັນລະຍາ, ທ່ານ ສອນໄຊ ສີພັນດອນ ຮອງນາຍົກລັດຖະມົນຕີ.


ລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ, ທັງເປັນປະທານຄະນະຊີ້ນຳລະດັບຊາດໂຄງການກໍ່ສ້າງອະນຸສາວະລີ ພຣະເຈົ້າໄຊຍະເຊດຖາທິຣາດ ພ້ອມດ້ວຍພັນລະຍາ, ມີການນໍາພັກ-ລັດ ແລະ ພາກສ່ວນຕ່າງໆທີ່ກ່ຽວຂ້ອງ.


ໂຄງການກໍ່ສ້າງອະນຸສາວະລີ ພຣະເຈ້າໄຊຍະເຊດຖາທິຣາດ ຕັ້ງຢູ່ບ້ານຫາດຊາຍຂາວ ເມືອງໄຊເສດຖາ ແຂວງອັດຕະປື ມີມູນຄ່າທັງໝົດ 37 ຕື້ກີບ ເຊິ່ງສ້າງຂຶ້ນເພື່ອຈາລຶກຄຸນງາມຄວາມດີ, ເຊີດຊູກຽດສັກສີຂອງວິລະມະ ຫາກະສັດອານາຈັກລາວລ້ານຊ້າງ, ຜູ້ຊົງສະຫລຽວສະ ຫລາດອົງອາດກ້າຫານບໍ່ຍອມຈໍານົນ, ຊົງມີຄວາມປີຊາສາມາດສະຫລາດແຫລມຄົມໃນພິໄຊສົງຄາມ.


ຊົງເປັນພຸດທະສາສະນິກກະຊົນອັນລໍ້າເລີດ ເປັນພຣະມະຫາກະສັດຜູ້ຊົງທໍາ ເບິ່ງກວ້າງມອງໄກ ເປັນແບບຢ່າງອັນດີງາມໃນການປົກປັກຮັກສາ ແລະ ສ້າງສາພັດທະນາບ້ານເມືອງ, ສິລະປະວັດທະນະທໍາ, ຮີດຄອງປະເພນີອັນຈົບງາມຂອງຊາດລາວ ສະເໝືອນດັ່ງແວ່ນແຍງອັນໃສແຈ້ງແກ່ອານາປະຊາລາດ ຕັ້ງແຕ່ບັນພະການສືບມາຈົນເຖິງລູກຫລານ ໄດ້ສືບທອດກັນມາຫລາຍເຊັ່ນຄົນຈົນທຸກວັນນີ້ ແລະ ຊົ່ວກາລະນານ.


ໂຄງການດັ່ງກ່າວປະກອບມີ 2 ໜ້າວຽກໃຫຍ່ຄື: ຫລໍ່ຮູບປັ້ນພຣະເຈົ້າໄຊຍະເຊດຖາທິຣາດ ຊົງປະທັບຊ້າງ ເຜືອກມຸງຄຸນປະທານພອນ ເຊິ່ງຫລໍ່ດ້ວຍທອງເຫລືອງໜັກ 18 ໂຕນ ແລະ ວຽກກໍ່ສ້າງສະຖາປານິກ-ງານປະຕິມະກໍາລວດລາຍວິຈິດສິນຕ່າງໆ.