ຂ່າວດ່ວນຕື່ມ😱 ຍັງ 2 ຄົນ ຊອກບໍ່ເຫັນ


ລາຍງານເບື້ອງຕົ້ນຈາກຫນ່ວຍກູ້ໄພອາສາເພື່ອປະຊາຊົນ #ເຫດເຮືອຫລົ້ມທີ່ອ່າງນ້ຳງື່ມ ເຮືອລໍານີ້ລ່ອງທ່ຽວຫຼີ້ນເປັນເວລາ 3 ມື້ ພວກເພີ່ນໄປເຮັດບຸນແລ້ວພາກັນທ່ອງທ່ຽວມື້ພັກຜ່ອນ


ວັນທີ 2/04/2021 ຂຶ້ນເຮືອ ເວລາ 16:00 ທັງຫມົດ 43 ຄົນ ຈີນ 5 ຄົນ ລາວ 38 ຄົນ
ວັນທີ 03/04/2021 ເວລາ 14:00 ຂຶ້ນເຮືອໄປຕື່ມອີກ 7 ຄົນ ລາວທັງຫມົດ.


ວັນທີ 4/04/2021ເວລາ 9:30 ເດີນທາງກັບໃນເຮືອມີ 50 ຄົນ ພໍດີເກີດເຫດ ເວລາ 9:45
ການຄົ້ນຫາພົບທັງຫມົດ 48 ຄົນ
ເສຍຊີວິດ ທີ່ເຫັນ 8 ລາຍ ຜູ້ລອດປັດຈຸບັນແມ່ນ 40 ຄົນ ຍັງສູນຫາຍ 2 ລາຍ ທີ່ສຳຄັນ ທ່ານຈູມມະລີ ໄຊຍະສອນ ແມ່ນປອດໄພ ແລ້ວ.


– ລວມ 10 ຄົນ ຄົນລາວ 6 ຄົນ ຄົນຈີນ 4 ຄົນ ຂຶ້ນທ່າ ແດນສະຫວັນ ແຕ່ບໍ່ຊາບລາຍຊື່
– ຂຶ້ນທ່າ ນາເພີຍ ຈຳນວນ 38 ລາຍ ລາວ 37 ຈີນ 1 ຄົນ
– ແຜນການໃນວັນທີ 5/04/2021 ສືບຕໍ່ ທີມປະດານ້ຳາຄົ້ນຫາ ເວລາ 8:00 ເຖິງທີ່ຫມາຍ ແລະເຂົ້າຮ່ວມປະຊຸມວາງແຜນ ສືບຕໍ່ປະຕິບັດຫນ້າທີ່ ອີກ 2 ລາຍທີ່ຄາດຄະເນໄວ້ໃນເປົ້າຫມາຍ.


(ຫມາຍເຫດ) ປະຈຸບັນພາວະນາໃຫ້ມີຄົນຂຶ້ນທ່າສຸຂະບູລີຕື່ມອີກ 2 ລາຍຫລືບໍ ພວມເຊັກກ້ອງວົງຈອນປິດ ເພາະໃນເວລານັ້ນເກັບກຳຂໍ້ມູນບໍ່ຊັດເຈນຈາກທ່າສຸຂະບູລີ (ແດນສະຫວັນ)ຖ້າພົບວ່າຂຶ້ນທີ່ທ່າສຸຂະບູລີຕື່ມອີກ 2 ແມ່ນສະແດງວ່າຄົບ ສຳເລັດພາລະກິດແລະຍົກເລີກແຜນການຂອງວັນທີ 5/04/2021 . ຂໍໃຫ້ເຫດການນີ້ຜ່ານໄປດ້ວຍດີ
ຂໍໃຫ້ພົບ 2 ຄົນໄວໄວ ລໍຕິດຕາມອີກວ່າຍັງລອດຫຼືບໍ
ຂ່າວ: ສາຍດ່ວນ 1624
ໝາຍເຫດ ຂ່າວນີ້ຂໍ້ມູນມາຈາກໜ່ວຍກູ້ໄພເດີ.

