ຍົກເລີກແຜນການຂອງວັນທີ 5/04/2021

ຍົກເລີກແຜນການຂອງວັນທີ 5/04/2021 ຫລັງຈາກທີມກູ້ໄພອາສາເພື່ອປະຊາຊົນພ້ອມດ້ວຍອາສາສະຫມັກຂອງຫນ່ວຍກູ້ໄພນະຄອນຫລວງ1624 ໄດ້ເດີນທາງມາຮອດອ່າງນ້ຳງື່ມ ໃນເວລາ 09:30 ສົມທົບກັບຫນ່ວຍກູ້ໄພ 1624

ໄດ້ຮັບລາຍງານສະພາບປະຈຸບັນຈາກຄະນະຮັບຜິດຊອບ ໄດ້ກັບໄປເຊັກຈຳນວນຄົນຄືນ ແມ່ນສະຫລຸບໄດ້ວ່າ ມີຄົນໃນເຮືອ ແມ່ນ 48 ຄົນເທົ່ານັ້ນ ບໍ່ເຖີງ 50 ຄົນຕາມທີ່ຄາດໄວ້ ແລະຈຶ່ງໄດ້ທຳການຍົກເລີກແຜ່ນປະຕິບັດຫນ້າທີ ຂອງວັນທີ 5/04/2021 ເຖິງຈັ່ງໃດກໍຕາມ ທີມງານເຮົາກໍຂໍສະແດງຄວາມເສຍໃຈນຳຄອບຄົວຜູ້ເສຍຊີວິດ

#ລາຍງານຍ້ອນຫລັງ
ລາຍງານເບື້ອງຕົ້ນຈາກຫນ່ວຍກູ້ໄພອາສາເພື່ອປະຊາຊົນ #ເຫດເຮືອຫລົ້ມທີ່ອ່າງນ້ຳງື່ມ
ວັນທີ 2/04/2021 ຂຶ້ນເຮືອ ເວລາ 16:00 ທັງຫມົດ 43 ຄົນ ຈີນ 5 ຄົນ ລາວ 38 ຄົນ
ວັນທີ 03/04/2021 ເວລາ 14:00 ຂຶ້ນເຮືອໄປຕື່ມອີກ 7 ຄົນ ລາວທັງຫມົດ.

ວັນທີ 4/04/2021ເວລາ 9:30 ເດີນທາງກັບໃນເຮືອມີ 48ຄົນ ເກີດເຫດເວລາ 9:45

ທີມປະດານ້ຳຍົກເລີກພາລະກິດ 19:00

ການຄົ້ນຫາພົບທັງຫມົດທັງຫມົດ 48 ຄົນ
ເສຍຊີວິດ ທີ່ເຫັນ 8 ລາຍ ຜູ້ລອດປະຈຸບັນແມ່ນ 40 ຄົນ ຍັງສູນຫາຍ 2 ລາຍທີ່ສຳຄັນ ທ່ານຈູມມະລີ ໄຊຍະສອນ ແມ່ນປອດໄພ.

– ລວມ 10 ຄົນ ລາວ 6 ຄົນ ຄົນຈີນ 4 ຄົນ ຂຶ້ນທ່າ ແດນສະຫວັນ ແຕ່ບໍ່ຊາບລາຍຊື່
– ຂຶ້ນທ່າ ນາເພີຍ ຈຳນວນ 38 ລາຍ ລາວ 37 ຈີນ 1 ຄົນ
ລາຍງານນີ້ເປັນລາຍງານຈິງ ອັບເດດຂໍ້ມູນເວລາ 10:30 ວັນທີ 05/04/2021

ອຸປະຕິເຫດເຈັບປ່ວຍສຸກເສີນໂທ 02054323636 ສາຍດ່ວນ 1624 🚑🚑

ທ່ານໃດທີ່ຢາກປະກອບສ່ວນຊ່ວຍໜ່ວຍກູ້ໄພອາສາເພື່ອປະຊາຊົນ ກໍໄດ້ເຊັ້ນກັນເດີ້ ເປັນການຊ່ວຍກັນ ຄົນລະເລັກຫນ້ອຍຫລືນ້ຳໃຈ ບໍ່ຊ່ວຍກາບໍ່ເປັນຫຍັງ 🙏🏻🙏🏻 ເພາະພວກເຮົາໄປດ້ວຍໃຈ ໄປດ້ວຍຄວາມຢາກຊ່ວຍ ບໍ່ໄດ້ໄປເພື່ອຫວັງຫງົບ ຈຶ່ງໄດ້ຫາຜູ້ທີ່ມີໃຈຢາກຊ່ວຍຄືພວກເຮົາ.

ສາມາດບໍລິຈາກຜ່ານບັນຊີ
ທະນາຄານ ການຄ້າຕ່າງປະເທດລາວ ມະຫາຊົນ
ເລກບັນທີທະນາຄານການຄ້າຕ່າງປະເທດລາວ ມະຫາຊົນ
LAK : 54323636

ຫລືສາມາດເຂົ້າມາໄດ້ພົວພັນທີ່: ສູນສັງການກູ້ໄພ ອາສາເພື່ອປະຊາຊົນ
ສະຖານທີ່ :
ບ້ານ ບໍ່ເຫລັກ ເມືອງໄຊທານີ ນະຄອນຫລວງວຽງຈັນ
#ຕິດຕໍ່ສອບຖາມ:020 54323636 ຫຼື 02098483839

ທີ່ມາ.

Related Posts

Leave a Reply

Your email address will not be published. Required fields are marked *